
ໃນເວລາຮຽນຢູ່ຄະນະສິນລະປະກຳ,ຍ້ອນໄດ້ຮັບຜົນງານດີເດັ່ນແລະມີການປະພຶດອັນພົ້ນເດັ່ນ,ປີ 1978, ທ່ານເຈິ້ງຊວນໄດ້ຖືກສົ່ງໄປຮຽນຢູ່ສະຖາບັນຄົ້ນຄວ້າເຄື່ອງດົນຕີປັກກິ່ງ,ນີ້ແມ່ນບາດລ້ຽວສຳຄັນເທື່ອທຳອິດໃນພາລະ ກິດຂອງທ່ານ.ຫລັງຈາກນັ້ນສອງປີ,ທ່ານເຈິ້ງຊວນກໍ່ໄດ້ຖືກສະເຫນີຊື່ໃຫ້ໄປຮຽນຢູ່ສະຖາບັນດົນຕີສູນກາງ,ເມື່ອຮຽນຈົບແລ້ວ,ກໍ່ເຮັດວຽກຢູ່ຫ້ອງການຄົ້ນ ຄວ້າເຮັດວີໂອລົງຂອງສະຖາບັນດັ່ງກ່າວ.
ທ່ານເຈິ້ງຊວນເຫັນວ່າ, ການຮຽນສິນລະປະກຳຕ້ອງການຮັບເອົາຈຸດດີຂອງຝ່າຍຕ່າງໆ, ສຳນັກຕ່າງໆແລະອາຈານຕ່າງໆ.ສະນັ້ນ,ທ່ານໄດ້ໄປຮຽນຢູ່ຫົວຫນ່ວຍເຮັດວີໂອລົງທີ່ມີຊື່ສຽງໃນທົ່ວປະເທດຄື ຊຽງໄຮ້ແລະປັກກິ່ງເປັນຕົ້ນ,ແລະຮຽນນຳອາຈານຜູ່ມີຊື່ສຽງຢ່າງຫລວງຫລາຍ.ຜ່ານການຮຽນ ດ້ວຍຄວາມພາກພຽນແລະອົດທົນ,ລະດັບແລະຝີມືຂອງທ່ານເຈິ້ງຊວນໃນການເຮັດວີໂອລົງໄດ້ສູງຂຶ້ນຢ່າງຫລວງຫລາຍ.ປີ 1983, ທ່ານເຈິ້ງຊວນຖືກສະເຫນີຊື່ໃຫ້ໄປຮຽນຢູ່ໂຮງຮຽນເຮັດວີໂອລົງສາກົນເຄຼໂມນາແຫ່ງອີຕາລີ.
ໃນໄລຍະຢູ່ອີຕາລີເປັນເວລາສີ່ປີ, ນອກຈາກເວລານອນ 5 ຊົ່ວໂມງແຕ່ລະມື້ແລ້ວ,ທ່ານເຈິ້ງຊວນໄດ້ໃຊ້ເວລາທີ່ເຫລືອນັ້ນເຂົ້າໃນການຮຽນຫມົດ.ປີ 1987,ທ່ານໄດ້ຮັບລາງວັນຄຳໃນການປະກວດເຮັດວີໂອລົງທົ່ວປະເທດອີຕາລີຄັ້ງທຳອິດ.ທ່ານເຈິ້ງຊວນກໍ່ເລີ່ມໄດ້ຮັບຄວາມເອົາໃຈໃສ່ຈາກວົງການເຮັດວີໂອລົງສາກົນ,ວີໂອລົງທີ່ທ່ານເຮັດນັ້ນຖືກນັກດົນຕີໃນວົງດົນຕີຊິມໂຟນີສາກົນຢ່າງຫລວງຫລາຍນຳໃຊ້,ແລະຖືກສະສົມໄວ້ຢູ່ໃນຫໍພິພິຕະພັນຂອງໂຮງຮຽນເຮັດວີໂອລົງສາກົນເຄຼໂມນາແຫ່ງອີຕາລີແລະຫໍພິພິຕະພັນແຫ່ງຊາດບຸນກາລີ.ສະມາຄົມເຮັດວີໂອລົງສາກົນຍັງໄດ້ມອບນາມມະຍົດຊ່າງເຮັດວີໂອລົງສາກົນໃຫ້ທ່ານ.
ເຖິງວ່າຝີມືເຮັດວິໂອລົງຂອງທ່ານເຈິ້ງຊວນໄດ້ຮັບຄວາມສົນໃຈແລະຮັບຮອງຈາກວົງການເຮັດວີໂອລົງສາກົນກໍ່ຕາມ, ແຕ່ລະດັບສັງລວມໃນການເຮັດວີໂອລົງຂອງຈີນຍັງບໍ່ສູງປານໃດ.ປີ 1988,ທ່ານເຈິ້ງຊວນຕົກລົງກັບຄືນປະເທດແລ້ວສ້າງສຳນັກຈີນໃນການເຮັດວີໂອລົງ.ເມື່ອເວົ້າເຖິງຄວາມຄິດຢາກກັບຄືນປະເທດສ້າງພາລະກິດ,ທ່ານເຈິ້ງຊວນເວົ້າວ່າ:
ລະດັບເສບວີໂອລົງຂອງຈີນໄດ້ສູງຂຶ້ນເລື້ອຍໆ,ແຕ່ການພັດທະນາ ເຄື່ອງດົນຕີຂອງພວກເຮົາພັດບໍ່ທັນກັບລະດັບເສບ,ສະນັ້ນ, ພວກເຮົາຕ້ອງ ຍົກລະດັບເຮັດວີໂອລົງຂອງຈີນໃຫ້ສູງຂຶ້ນໂດຍໄວ,ກໍ່ຍ້ອນເຫດນີ້,ຂ້າພະເຈົ້າຈິ່ງໄປຮຽນຢູ່ອີຕາລີ,ເມື່ອກັບມາແລ້ວກໍ່ຄວນເຮັດວຽກທີ່ມີຜົນດີຕໍ່ການເຮັດວີໂອລົງຂອງຈີນ,ເມື່ອກັບຄືນປະເທດແລ້ວ, ຂ້າພະເຈົ້າໄດ້ສ້າງວີຊາເຮັດວີໂອລົງຢູ່ສະຖາບັນດົນຕີສູນກາງ.
1 2 3 4
|