ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 10:42:51    
ທ່ານ​ເຈິ້ງ​ຊວນ ຊ່າງ​ເຮັດ​ວີ​ໂອ​ລົງ​ຂອງ​ຈີນ

cri Author: sayvanny

ທ່ານ​ເຈິ້ງ​ຊວນ​ໄດ້​ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ວົງ​ການ​ເຮັດ​ວີ​ໂອ​ລົງ​ກັບ​ສາ​ກົນ​ດ້ວຍ​ຜົນ​ສະ​ທ້ອນ​ຂອງ​ທ່ານ​ໃນ​ວົງ​ການ​ເຮັດ​ວີ​ໂອ​ລົງ​ສາ​ກົນ. ປີ 1997,​ເພື່ອ​ຕາບ​ຈູ​ນຊ່ອງ​ຫວ່າງ​ຂອງ​ຈີນ​ໃນ​ດ້ານ​ຈຳ​ແນ​ກວີ​ໂອ​ລົງ​ແລະ​ສ້ອມ​ແປງ​ວີ​ໂອ​ລົງ​,ຫັນປ່ຽນ​ສະ​ພາບ​ຫລ້າ​ຫລັງ​ໃນ​ການ​ເຮັດ​ໄມ້​ສີ​ວີ​ໂອ​ລົງ, ທ່ານ​ເຈິ້ງ​ຊວນ​ໄດ້​ຖືກ​ກະຊວງ​ສຶກ​ສາ​ທິ​ການ​ຈີນ​ແຕ່ງ​ໄປ​ຮຽນ​ຕໍ່​ຢູ່​ຝຼັ່ງ.ປີ 2002,ທ່ານ​ເຈິ້ງ​ຊວນ​ໄດ້​ຈັດ​ງານ​ວາ​ງ​ສະ​ແດງ​ຜົນງານ​ຂອງ​ຊ່າງ​ເຮັດ​ວິ​ໂອ​ລົງ ຈີນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຢູ່​ນະ​ຄອນ​ຊຽງ​ໄຮ້.ທ່ານ​ຍັງ​ໄດ້​ເດີນ​ທາງ​ໄປ​ປັກ​ກິ່ງ ຊຽງ​ໄຮ້ ນານ​ກິ່ງ​ແລະ​ກວາງ​ໂຈ​ວ​ເປັນ​ຕົ້ນ​ຫລາຍ​ເທື່ອ, ​ເພື່ອ​ຈັດ​ງານ​ຄອນ​ເສີດ​ແລະ​ຫ້ອງ​ສອນ​ຫົວ​ຂໍ້​ຈຳ​ເພາະ​ກ່ຽວ​ກັບ​ດົນ​ຕີ​ທີ່​ເສບ​ດ້ວຍ​ວີ​ໂອ​ລົງ,​ແລະ​ມັກ​ພິມ​ບົດ​ຄວາມ​ເຜີຍ​ແຜ່​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ການ​ເຮັດ​ວີ​ໂອ​ລົງ​ລົງ​ໃນ​ວາ ລະ​ສານ​ເຄື່ອງ​ດົນ​ຕີ​ຕ່າງໆ.ທ່ານ​ເຈິ້ງ​ຊວນ​ເວົ້າວ່າ:

ຄົນ​ເຮັດ​ວີ​ໂອ​ລົງ,ຕ້ອງ​ເນັ້ນ​ສີ​ມື,​ແຕ່​ຍັງ​ຕ້ອງ​ເນັ້ນ​ເຖິງ​ສາຍ​ຕາ​ແລະຫົວ​ໃຈ,​ເພາະ​ວ່າ​ຖ້າ​ເຈົ້າ​ເບິ່ງ​ບໍ່​ອອກ,ມື​ກໍ່​ເຮັດ​ບໍ່​ເປັນ, ມື​ແມ່ນ​ບັນຊາ​​ດ້ວຍ​ຕາ,​ແຕ່​ຕາ​ແມ່ນ​ຟັງ​ການ​ຊີ້​ນຳ​ຂອງຫົວ​ໃຈ,ພວກ​ເຮົາ​ເຮັດ​ວີ​ໂອ​ລົງ​ເຄື່ອງ​ຫນຶ່ງ​ແມ່ນ​ເລີ່​ມຈາກ​ໂຄງ​ຄວາມ​ຄິດ​,​ແລ້ວ​ຈິ່ງ​ຊອກ​ຫາ​ວັດຖຸ​ ຮູບ​ໂສມ​ແລະ​ປີກ​ຍ່ອຍ​ຕ່າງໆ​ເພື່ອ​ເຮັດ​ສຳ​ເລັດ​ຕາມ​ໂຄງ​ຄວາມ​ຄິດ​ດັ່ງກ່າວ.

​ໃນ​ຫລາຍ​ປີ​ມາ​ນີ້, ລະດັບ​​ເຮັດ​ວີ​ໂອ​ລົງ​ຂອງ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ.ທ່ານ​ເຈິ້ງ​ຊວນ​ເຫັນ​ວ່າ, ຢາກ​ຈໍ່​ຕົວ​ເປັນ​ສຳ​ນັກ​ເຮັດ​ວີ​ໂອ​ລົງ​ຂອງ​ຈີນ,ຍັງ​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ເປັນ​ເວລາ​ດົນ​ນານ.ທ່ານ​ຫວັງ​ວ່າ​ຕໍ່​ໄປ​ພາຍ​ຫນ້າ,ຈີນ​ຈະ​ມີ​ແບບ​ແຜນຂອງ​ຕົນ​ໃນ​ການ​​ເຮັດ​ວີ​ໂອ​ລົງ,​ແລະ​ປະ​ສົມ​ປະສານ​ວັດ​ທະ​ນະ​ທຳ​ຂອງ​ຝ່າຍ​ຕາ​ເວັນ​ອອກ​ເຂົ້າ​ນຳ.


1  2  3  4