ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-28 10:57:12    
ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງ

cri Author: da

ຢູ່​​ຕີນ​ພູ​ຮວງ​ຊ່ານທີ່​ມີ​ຊື່​ສຽງ​​​​ໃນ​ແຂວງ​ອ່ານ​ຫຸ່ຍ​ທາງ​ພາກ​ກາງຂອງ​ຈີນ ມີ​ສອງ​ບ້ານ​ຊື່ວ່າບ້ານ"ສີ່​ຕີ້"​ແລະ​ບ້ານ"ຫົງ​",ສອງ​ບ້ານ​ນີ້​ມີ​ຊື່​ລື​ນາມຍ້ອນ​ມີ​ເຮືອນບູຮານ​ທີ່​ຮັກສາ​ໄວ້ຂ້ອນ​ຂ້າງ​ຄົບ​ຖ້ວນ,​ໄດ້​ຖືກ​ຈັດ​ເຂົ້າ​ໃນສາລະບານ​ມໍລະດົກ​ໂລກ​ໃນ​ຖານ​ເປັນ​ຕົວ​ແທນ​ເຮືອນ​ບູຮານ​ແຂວງ​ອ່ານ​ຫຸ່ຍ​ຈີນ​​ເມື່ອ 6 ປີ​ກ່ອນ.​ໃນ​ລາຍ​ການ"ທ່ຽວ​​ເມືອ​ງຈີນ"​​ມື້​ນີ້,ດາລາ​ວັນ​ຈະ​ສ​ະ​ເໜີ​ສອງ​ບ້ານ​ດັ່ງກ່າວ​ສູ່​ທ່ານ​ຟັງ.

ບ້ານ​ສີ່ຕີ້​ແລະ​ບ້ານ​ຫົງ​ລ້ວນ​ແຕ່​ຕັ້ງ​ຢູ່ບ່ອນ​ມໍ່​ເມືອງ​ອີ້,ຈາກ​ພູ​ຮວງ​ຊ່ານ​ຂັບ​ລົດ​ໄປ​ສອງ​ບ້ານ​ດັ່ງ​ກ່າວ​ຕ້ອງ​ໃຊ້​ເວລາ​ໜຶ່ງ​ຊົ່ວ​ໂມງ.ບ້າ​ນສີ່​ຕີ້​ໄກ​ຈາກ​ເມືອງ​ພຽງ​ແຕ່ 8 ກິ​ໂລ​ແມັດ.ບ້ານ​ນີ້​ຈາກ​ທິດຕາ​ເວັນ​ອອກ​ໄປ​ຮອດ​ທິດ​ຕາ​ເວັນ​ຕົກ​ຍາວ​ປະມານ 700 ​ແມັດ,ຈາກ​ທິດ​ໃຕ້​​ໄປ​ຫາ​ທິດ​​ເໜືອກ​ວ້າງປະ​ມານ 300 ​ແມັດ.ຍ້ອນ​ວ່າ​ມີແມ່ນ້ຳສ​າຍ​ໜຶ່ງ​ຢູ່​ຂ້າງ​ບ້ານ​ໄຫຼ​ຈາກ​ທິດຕາ​ເວັນ​ອອກ​ໄປ​ຫາ​ທິດ​ຕາ​ເວັນ​ຕົກ,​ບວກ​ກັບ​ໃນ​ເມື່ອ​ກ່ອນ​ແຫ່ງ​ນີ້​ແມ່ນສະ​ຖານ​ທີ່​ສົ່ງ​ຈົດ​ໝາຍ​ໃນ​ສະ​ໄໝ​ບູຮານ,ສະນັ້ນ​ຈຶ່ງ​ໄດ້​ຊື່​ເປັນ"ສີ່​ຕີ້"​ແປ​ວ່າ"ສົ່ງ​ໄປ​ທິດຕາ​ເວັນ​ຕົກ".ຢູ່​ໃນ​ບ້ານ​ສີ່​ຕີ້​ມີ​ເຮືອນ​ບູຮານ​ໃນ​ລາຊະ​ວົງ​ມິ​ງ​ແລະ​ລາຊະ​ວົງ​ຊິງ​ທີ່​ຮັກສາ​ໄວ້​ເປັນ​ຢ່າງ​ດີ 200 ກວ່າ​ຫຼັງຄາ​​ເຮືອນ,​ໃນ​ນັ້ນ ຫຼັງ​​ຄາ​ເຮືອນ​ທີ່​ສ້າງ​ຂຶ້ນ​ກ່ອນ​ໝູ່​ໄດ້​ມີ​ປະຫວັດ 600 ປີ​ແລ້ວ.

ເຮືອນ​ບູຮານ​ໃນ​ບ້ານ​ສີ່​ຕີ້ ສ່ວນ​ຫຼາຍ​ແມ່ນ​ໃຊ້​ຫີນ​ແຜ່ນ​ສີດຳ​ເຮັດ​ເປັນ​ຂອບ​ປະຕູ​ແລະ​ປ່ອງຢ້ຽມ​​. ມີ​ແມ່ນ້ຳສອງ​ສາຍ​ໄຫຼ​ຜ່ານ​ບ້ານ,​ເຮືອນຕຶກ​ທີ່​ຕັ້ງຊ້ອງໆ​ກັນ​ຢູ່​ໃນ​ບ້ານ​ປະສານ​ກັບ​ພູຜາ​ແມ່ນ້ຳທີ່​ສວຍ​ງາ​ມ​,​ເຮັດ​​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ວ່າ ຢູ່​ບ່ອນ​ໃດ​ກໍ​ມີ​ທິວ​ທັດ ຢືນ​ຢູ່​ບ່ອນ​ນັ້ນກໍ​ເໝືອນ​ດັ່ງ​ຢູ່​ໃນ​ຮູບ​ແຕ້ມ.

ນາງ​ກ່າວ​ລີ້​ເວີນ ຜູ້​ນຳ​ທ່ຽວ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຈີນ​ແນະນຳ​ວ່າ,ຢູ່​ໃນ​ບ້ານ​ສີ່​ຕີ້​ມີ​ທາງ​ຮ່ອມ​ທີ່​ມີ​ກຳ​ແພງສູງ​ຕັ້ງຢູ່​ຟາກ​ທາງ​ສອງ​ຂ້າງ​ລວມ 99 ສາຍ,​ເຮືອນ​ບູຮານ 200 ກວ່າ​ຫຼັງ​ກໍ​ແຈກ​ຢາຍ​ຢູ່​ໃນທາງ​ຮ່ອມ​ເຫຼົ່າ​ນີ້,​​ໃນ​ເວລາ​ນັກ​ທ່ອງ​ທ່ຽວ​ຫາ​ກໍ່​ມາ​ຮອດ​ບ້ານ​ສີ່​ຕີ້​ຈະ​ຮູ້ສຶກ​​ເໝືອນ​ດັ່ງ​ຢູ່​ໃນ​ວັງ​ວົນ.ນາງ​ເວົ້າວ່າ:

"​​ເຮືອນ​ບູຮານ​ຂອງ​ບ້ານ​ສີ່​ຕີ້​ມີ​ຫຼວງຫຼາຍພາຍ​ມາກ,​ແຕ່​ດຽວ​ນີ້​ພຽງ​ແຕ່​ເປີດ​ໃຫ້ນັກ​ທ່ອງ​ທ່ຽວ​ເຂົ້າຊົມ​ເບິ່ງ​ໄດ້ປະມານສິບ​ສອງ​ແຫ່ງ​ທີ່​ຮັກສາ​ໄວ້​ຂ້ອນ​ຂ້າງ​ດີທໍ່​ນັ້ນ.​ເວົ້າສຳລັບ​ເຮືອນ​​ບູຮານ​ທີ່​ເປີດ​ໃຫ້​ເຂົ້າຊົມ​ແລ້ວນັ້ນ,​ໄດ້​​ເກັບ​ມ້ຽນ​ຢ່າງ​ສະອາດ​ທີ່​ສຸດ,​ເຄື່ອງ​​ໃຊ້​ໃນ​ເຮືອນ ການຈັດ​ວາງ​ເຄື່ອງ​ໃຊ້​ ໜັງສື​ຂຽນ​ງາມ​ແລະ​ຮູບ​ແຕ້ມ​ລ້ວນ​ແຕ່ຮັກສາ​ເອກະລັກ​ພິ​ເສດ​ຂອງ​ລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ,​ເກົ່າ​ແກ່​ແຕ່​ສວຍ​ງາມ​ຫຼາຍ,ເຄື່ອງ​ໃຊ້​ສ່ວນຫຼາຍ​​ແມ່ນ​ຜະລິດ​​ໃນ​ລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ ​ແລະຮັກສາ​ໄວ້​ຈົນ​ຮອດ​ປະຈຸ​ບັນ."
1  2  3  4