ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-28 10:57:12    
ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງ

cri Author: da


ຢູ່​ບ້ານ​ຫົງ​ ​ເຮືອນບູຮານ​ຂອງລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ​ທີ່​ຖືກ​ຮັກສາ​ໄວ້​ຈົນ​ຮອດ​ປະຈຸ​ບັນ​ມີ​ 300 ກວ່າ​ຫຼັງ,​ໃນ​ນັ້ນເຮືອນ​ທີ່​ໜ້າຊົມ​ເບິ່ງກວ່າ​ໝູ່​ແມ່ນ​ຫໍ​ເສີງ​ຈື້.​ແຫ່ງ​ນີ້​ເຄີຍ​ແມ່ນ​ເຮືອນ​ຂອງທ່ານ​ວ່າງ​ຕີ້​ງກຸ້ຍ ​ພໍ່ຄ້າ​​ໃຫຍ່​ຂາຍເກືອ.ສິ່ງ​ກໍ່ສ້າງທັງຫຼັງ​ເຮັດ​ດ້ວຍ​ໄມ້,ຢູ່​ໃນ​ເຮືອນປະດັບ​ປະດາ​ດ້ວຍ​ດິນຈີ່ ກ້ອນ​ຫີນ ​ໄມ້​ຄວັດ​ຢ່າງ​ສະຫງ່າ​ລາສີ​ແລະ​ຫຼູຫຼາ.ຕາມ​ເລົ່າ​ກັນ​ວ່າ,ສະ​ເພາະ​ແຕ່​ງານ​ໄມ້​ຄວັດ​ກໍໃຫ້​ຊ່າງ​ຄວັດ​ແກະ 20 ຄົນ​ຄວັດ​ຕັ້ງ 4 ປີ​.

ທ່ານ​ລິ​ຈິ້ນ ນັກ​ທ່ອງ​ທ່ຽວ​ຈາກນະຄອນ​ປັກ​ກິ່ງ​ທີ່​ເຄີຍ​ໄປ​ຊົມ​ເບິ່ງ​ຫໍ​ເສີງ​ຈື້​​ເວົ້າວ່າ:

"ຢູ່ຫໍ​ເສີງ​ຈື້ ບໍ່​ວ່າ​ແມ່ນ​ຮູບ​ຄົນ​ທີ່​ຄວັດ​ໃສ່ໄມ້ ຫຼື​ຮູບ​ນົກ​ແລະ​ຮູບ​ດອກ​ໄມ້​ທີ່​ຄວັດ​ໃສ່​​ແກ້ວ ຝາ​ດິນຈີ່,ລ້ວນ​ແຕ່​​ແນບ​ນຽນ​ທີ່​ສຸດ.ສິ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ພາບ​ປະ​ທັບ​​ໃຈ​ອັນ​ເລິກ​ເຊິ່ງກວ່າ​ໝູ່​ແມ່ນ​ຮູບຄວັດ​​ໃສ່ປະຕູ​ໄມ້,ມີ​ຮູບ​ເດັກນ້ອຍ​ຜູ້​ຊາຍ 100 ຄົນ,ບາງ​ຄົນ​ຖື​ໂຄມ​ໄຟ ບາງ​ຄົນ​ຕີ​ຄ້ອງ​ຕີກອງ ບາງ​ຄົນ​ຈູດ​ໝາກກະ​ໂພ​ກ ບາງ​ຄົນ​ເປົ່າ​ແກ ບາງ​ຄົນ​ຢຽບ​ໄມ້​ໂຖກ​ເຖກ,ຫຼາຍ​ຮູບ​ຫຼາຍ​ແບບ,ໜ້າ​ຊົມ​ຫຼາຍ."

ທ່ານ​ລິ​ຈິ້ນ​ເຫັນ​ວ່າ,ຢູ່​ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງ​,ການຈັດ​ວາງ​ທີ່​ຕ່າງ​ໝູ່ແລະ​ເຮືອນບູຮານທີ່​ມີ​ເອກ​ະລັກ​ພິ​ເສດ​ ສາມາດ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ເຖິງ​ລັກສະນະ​ພິ​ເສດ​ຂອງ​ໝູ່​ບ້ານ​ສອງ​ແຫ່ງ​ດັ່ງກ່າວ,ນັ້ນກໍ​ຄື:ຢູ່ນອກ​ບ້ານມີພູຂຽວ ນ້ຳ​ໃສ​ສະອາດ ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ; ຢູ່​ໃນ​ບ້ານມີນ້ຳຫ້ວຍ​ໄຫຼ​ຜ່ານທຸກ​ຄອບຄົວ ໃສ​ສະອາດຕະຫຼອດ​ປີ; ​ເຮືອນ​ບູຮານ​ຫຼາຍ​ຮ້ອຍ​ຫຼັງ​ໃນ​ບ້ານ​ຕັ້ງສະຫຼັບ​ສັບ​ຊ້ອນກັນ,ມິດ​ງຽບ​ຫຼາຍ.

ທ່ານ​ຢາງ​ຫົງ​ຊຸ່ນ ນັກ​ສະຖາປັດຕະຍາ​ກຳ​ຈີນ​ເວົ້າວ່າ,ສິ່ງ​ແວດ​ລ້ອມ​​ທີ່ເໝືອນ​ດັ່ງ​ຮູບ​ແຕ້ມ​ດັ່ງ​ກ່າວນີ້​ໄດ້​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍມາ​ທ່ຽວ​ຢູ່​​ແຫ່ງ​ນີ້.ທ່ານ​ເວົ້າວ່າ:

"​ໃນ​ຖານ​ເປັນ​ຊັບ​ສົມບັດ​ອັນ​ລ້ຳຄ່າ​ຂອງມູນ​ເຊື້ອ​ວັດທະນະທຳ​ທີ່​ອຸດົມສົມບູນຫຼາຍ​ສີຫຼາຍ​ສັນ​ຂອງ​ທົ່ວ​ມວນມະນຸດ,ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ຂອງປະ​ຫວັດ​ສາດລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ​ຕອນ​ນີ້.ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ມາ​ທ່ຽວ​ຊົມ​ຢູ່​ແຫ່ງ​ນີ້,ສາມາດ​ເຫັນສິລະ​ປະສິ່ງ​ກໍ່ສ້າງ​ທີ່​ສວຍ​ງາມ​ປານີດ​ຂອງ​ຈີນ,ທັງ​ຖືກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ​ສ່ຳ​ນີ້,​ຈັ່ງມີ​ຄຸນຄ່າ​ທີ່​ສຸດ.​"

ທ່ານ​ຜູ້ຟັງ​ທີ່​ເຄົາລົບ,ກ່ຽວ​ກັບ​ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງກໍ​ຂໍ​ແນະນຳ​ທໍ່​ນີ້​ກ່ອນ.ຖ້າ​ທ່ານ​ມີ​ໂອກາດ,ຂໍ​​ໃຫ້​ໄປ​ທ່ຽວ​ມໍລະດົກ​ວັດທະນະທຳ​ໂລກ​ສອງ​ແຫ່ງ​ດັ່ງກ່າວນີ້.ຢູ່​ແຫ່ງ​ນັ້ນ,ກາງ​ເວັນ ທ່າ​ນສາມາດ​ໄປ​ຊົມ​ເບິ່ງ​ເຮືອນບູຮານ​ທີ່​ສວຍ​ງາມ​ປານີດ,ກໍ​ສາມາດ​ໄປ​ເລາະ​ທ່ຽວຮ້ານ​ຂາຍ​ຂອງ​ເກົ່າ​ຢູ່​ຕາມ​ຖະໜົນ​ຫົນທາງທີ່​ເກົ່າ​ແກ່.ຕອນ​ຄ່ຳ,ທ່ານ​ສາມາດ​ໄປ​ເລາະ​ຫຼິ້ນ​ໃນ​ໝູ່​ບ້ານ,ສຳຜັດ​ກັບ​ຄວາມ​ສະຫງົບ​ທີ່​ມີ​ເອກະ​ລັກ​ພິ​ເສດ​ຢູ່​ແຫ່ງ​ນີ້.
1  2  3  4