ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-28 10:57:12    
ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງ

cri Author: da

ເມື່ອ​ແນະນຳ​ບ້ານ​ສີ່​ຕີ້​ແລ້ວ,ດາລາ​ວັນ​ຈະ​ແນະ​ນຳ​ບ້ານ​ຫົງສູ່​ທ່ານ​ຟັງ​.ບ້ານ​ຫົງ​ກວມ​ເນື້ອ​ທີ່​ປະມານ 19 ​ເຮັກຕາ,ຫ່າງ​ຈາກ​ເມືອງ​ອີ້ 11 ກິ​ໂລ​ແມັດ.ບ້ານ​ຫົງ​ມີ​ປະຫວັດສາດ​ຍາວ​ນານກວ່າ​ບ້ານ​ສີ່​ຕີ້.​​ໃນ​​ໄລຍະ​ເລີ່​ມຈໍ່​ຕົວ​ເປັນ​ໝູ່​ບ້ານ,ຄົນ​ທັງຫຼາຍ​ມັກ​ປຸກ​ເຮືອນ​ຕາມ​ນ້ຳຫ້ວຍ​ຢູ່​ໜ້າ​ພູ.ພາຍຫຼັງ​ມາ,ຍ້ອນ​ປະຊາກອນ​​ເພີ່ມ​ຫຼາຍ​ຂຶ້ນ,​ເຮືອນທີ່​ສ້າງ​ຢູ່​ຕາມ​ຝັ່ງ​ນ້ຳຫ້ວຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ຕາບ​ໃດຫາກ​ມີ​ເຮືອນ​ຫຼັງ​ໜຶ່ງເກີດ​ໄຟ​​ໄໝ້​,ບ້ານ​ໃກ້​ເຮືອນ​ຄຽງ​ກໍ​ຈະປະສົບ​ເຄາະ​ຮ້າຍ​ນຳ,ຈົນກະທັ້ງ​ທົ່ວ​ໝູ່​ບ້ານກໍ​ຫຼີກ​ເວັ້ນບໍ່​ໄດ້.​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ເກີດ​ໄຟ​ໄໝ້​ທີ່​ໜ້າ​ຢ້ານ​ແນວ​ນີ້,ຊາວບ້ານ​ຫົງ​ຕົກລົງ​ໃຫ້​ນ້ຳຫ້ວຍ​ໄຫຼ​ຜ່ານ​ເຮືອນ​ທຸກ​ຫຼັງ.

ສະນັ້ນ,​ໃນ​ສະ​ໄໝ​ບູຮານ ຊາວບ້ານ​ຫົງ​ເຮັດ​ໃຫ້​ນ້ຳຫ້ວຍ​ຢູ່​ໜ້າ​ພູ​ໄຫຼ​ຜ່ານ​ໜ້າ​ເຮືອນ​ຂອງທຸກ​ຄອບຄົວ,ຊາວບ້ານ​ທັງຫຼາຍເຮັດ​ໃຫ້​ນ້ຳ​ໃນ​ເມືອງ​ກາຍ​ເປັນນ້ຳ​ເປັນໂດຍຕະຫຼອດ​ໂດຍ​ອາ​ໄສ​ພູມ​ສັນຖານ​ທຳ​ມະ​ຊາດ.ພ້ອມ​ກັນນັ້ນ ຍັງ​ສ້າງປະຕູ​ນ້ຳຢູ່​ຍ່ານ​ເໜືອ,​ເພື່ອ​ຄວບ​ຄຸມປະລິມານນ້ຳ,​ເຮັດ​ໃຫ້​ນ້ຳຫ້ວຍ​ໄຫຼ​ຄືນ​ສູ່​ຍ່ານ​ໃຕ້​ໃນ​ສຸດ​ທ້າຍ.

ທ່ານ​ຢາງ​ຫົງ​ຊຸ່ນ ນັກ​ສະຖາປັດ​ຕະຍາ​ກຳ​ຈີນ​ເວົ້າວ່າ,ການ​ອອກ​ແບບລະບົບ​ນ້ຳທີ່​ຕ່າງ​ໝູ່​ແນວ​ນີ້ຂອງບ້ານ​ຫົງ​,ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນັກ​ສະຖາປັດຕະຍາ​ກຳ​ທັງ​ໝົດ​ໃນ​ຊູ່​ມື້​ນີ້ຍ້ອງ​ຍໍ​ຢ່າງ​ບໍ່​ເຫືອດປາກ​ທໍ່​ນັ້ນ,ຫາກ​ຍັງ​ໄດ້ດູດ​ດຶງຄວາມ​ເອົາ​ໃຈ​ໃສ່​ຂອງ​ຜູ້​ຊ່ຽວຊານ​ຍິ່ປຸ່ນ ອາ​ເມ​ລິ​ກາ​ແລະ​ເຢຍລະ​ມັນ​ເປັນຕົ້ນອີກ​ດ້ວຍ.ການ​ອອກ​ແບບ​ລະບົບ​ນ້ຳ​ດັ່ງກ່າວ,ນັບ​ໄດ້​ວ່າ​ແມ່ນ​ສິ່ງ​ຍອດ​ຢ້ຽມ​ຂອງ​ສິລະ​ປະ​ສິ່ງ​ກໍ່ສ້າງໝູ່​ບ້າ​ນສະ​ໄໝ​ບູຮານ​ຂອງ​ຈີນ.ທ່ານ​ເວົ້າວ່າ:

"ບ້ານ​ຫົງ​ໄດ້​ນຳ​ໃຊ້​ສິ່ງ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ໃນ​ດ້ານ​ພູມ​ສາດຂອງ​ບ້ານ​ນີ້​ເປັນ​ຢ່າງ​ດີທີ່​ສຸດ.​ແຕ່​ບູຮານ​ນະ​ການ​ມາ​ນີ້,ຄົນ​ຈີນ​​ກໍເຄົາລົບ​ທຳ​ມະ​ຊາດ,ນຳ​ໃຊ້​ທຳ​ມະ​ຊາດ​ຕາມເງື່ອນ​ໄຂ​ທຳ​ມະ​ຊາດ.ບ້ານ​ຫົງ​ຫັນ​ຫຼັງ​ໃສ່​ພູ ຫັນ​ໜ້າ​ໃສ່​ນ້ຳຫ້ວຍ,ການ​ລະບາຍ​ນ້ຳສ​ແມ່ນະດວກ​ທີ່​ສຸດ,ການ​ອອກ​ແບບ​ລະບົບ​ນ້ຳດັ່ງກ່າວ​ນີ້ສາມາດ​​ເຮັດ​ໃຫ້​ທຳ​ມະ​ຊາດຮັບ​ໃຊ້​ຄົນ​ດີກ​ວ່າ​ເກົ່າ."
1  2  3  4