ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-28 10:57:12    
ບ້ານ​ສີ່​ຕີ້​ແລະ​ບ້ານ​ຫົງ

cri Author: da

ຕາມ​ການ​ບັນ​ທຶກ​ໃນ​ເອກະ​ສານ​ປະ​ຫວັດ​ສາດ,​​ເມື່ອຄ.ສ.​ສະຕະວັດທີ7,​ຢູ່​ຈີນ ມີເຈົ້າຊາຍອົງ​ໜຶ່ງ​ພັດ​ຖິ່ນ​ມາ​ຢູ່​ແຫ່ງ​ນີ້,ປ່ຽນ​ຊື່​ປ່ຽນ​ນາມ​ສະກຸນ,​ແລະ​ປັກ​ຫຼັກ​ຖານ​ຢູ່​ແຫ່ງ​ນີ້.ພາຍ​ຫຼັງ​ມາ ຄົນ​ທີ່​ຕັ້ງຖິ່ນ​ຖານ​ຢູ່​​ແຫ່ງ​ນີ້ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ເລີຍ​ຄ່ອຍໆ​ຈໍ່​ຕົວ​ເປັນ​ໝູ່​ບ້ານ​.ຫຼັງ​ຈາກ​ສະຕະ​ວັດ​ທີ 14 ,ຄົນ​ອ່ານ​ໜັງ​ສືສ່ວນ​ໜຶ່ງ​ໃນ​ບ້ານ​ເຮັດ​ທຸລະ​ກິດ​ລວຍ​ຂຶ້ນ,​ແລ້ວ​ປຸກ​ເຮືອນ​ສ້າງ​ບ້ານ​ເປັນ​ການ​ໃຫຍ່,​ສ້າງ​ເຮືອນ​ຢູ່ ​ສານ​ເຈົ້າ ປູ​ທາງ ​ສ້າງ​ຂົວ,​ສ້າງ​ບ້ານ​ສີ່​ຕີ້​ໃຫ້​ສະ​ຫງ່າ​ຜ່າ​ເຜີຍ​ແລະ​ຫຼູຫຼາ​ທີ່​ສຸດ.

ທ່ານ​ຢາງ​ຫົງ​ຊຸ່ນ ນັກສະຖາປັດຕະຍາ​ກຳຈີນ​ເຫັນ​ວ່າ,​ເອກະລັກ​ພິ​ເສດທີ່​ໃຫຍ່​ກວ່າ​ໝູ່​ຂອງ​ເຮືອນ​ບູຮານ​ຂອງບ້ານ​ສີ່​ຕີ້​ແມ່ນ​ປະດັບ​ປະດາດ້ວຍລວດລາຍ​ທີ່​ຄວັດ​ແກະ​ໃສ່ດິນ​ຈີ່ ກ້ອນ​ຫີນ​ແລະ​ໄມ້​.ທ່ານ​ເວົ້າວ່າ:

"​ເຮືອນ​ບູຮານ​ຂອງ​ບ້ານ​ສີ່​ຕີ້​ມີ​ຈຸດ​ຕ່າງ​ກັບ​ແຫ່ງ​ອື່ນ​ແມ່ນ:ຢູ່​ແຫ່ງ​ນີ້ ມີ​ເຮືອນ​ຢູ່​ແບບ​ນີ້​ຈຳນວນ​ຫຼວງ​ຫຼາຍ,ມີ​ຢູ່ໝົດ​ທຸກ​ແຫ່ງ​ຫົນ;ອີກຈຸດໜຶ່ງ​ແມ່ນສີ​ມື​ຄວັດ​​ແກະ​ລະອຽດ​ປານີດມີ​ລະດັບ​ສູງ,ລະດັບ​ກຳມະ​ວິທີແລະ​ລະດັບ​ສິລະ​ປະລ້ວນ​ແຕ່ສູງ​ຫຼາຍ."



1  2  3  4