ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 09:39:25    
ທ່ຽວ​ເມືອງ​ຫຼີ​ເຢ່ ​ເມືອງ​ເກົ່າ​ແຂວງ​ຫູ​ນານ

cri Author: da


ພາກ​ຕາ​ເວັນ​ຕົກ​ແຂວງ​ຫູ​ນານ ພາກ​ກາງຂອງ​ຈີນ​ແມ່ນ​ສະຖານ​ທີ່​ທີ່​ດຶງ​ດູດ​ໃຈ​ຄົນ​ໄປ​ທ່ຽວ.ຢູ່​​​ໃນ​ເຂດ​ພູດ​ອຍແຫ່ງ​ນີ້,ມີ​ເມືອງ​ເກົ່າ​ທີ່​ມີ​ພູຜາ​ແມ່ນ້ຳທີ່ອັດສະຈັນ​ແລະ​ຮີດຄອງ​ປະ​ເພນີທີ່ອຸດົມສົມບູນ.​ເມືອງ​ຫຼີ​ເຢ່ກໍ​ແມ່ນ​ແຫ່ງ​ໜຶ່ງ.ໃນ​ລາຍການ​ພາກ​ນີ້,ດາລາ​ວັນ​ຈະ​ພາ​ທ່ານ​ໄປທ່ຽວ​ເມືອງ​ຫຼີ​ເຢ່​ແຂວງ​ຫູ​ນານ,​ໄປ​ຊອກ​ຮູ້​ຄວາມ​ອັດສະຈັນ​​ຂອງແຫ່ງ​ນັ້ນ.

ເມືອງ​ຫຼີ​ເຢ່ຕັ້ງຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ແຂວງ​ຫູ​ນານ,​ແຫ່ງ​ນີ້​ແມ່ນ​ແຫຼ່ງກຳ​ເນີ​ດ​​ເຜົ່າ​ຖູ​ເຈຍ.ຄຳ​ວ່າ"ຫຼີ​ເຢ່"​ໝາຍ​ຄວາມ​ວ່າຖາກ​ຖາງ​ທີ່ດິນ.​ເມື່ອ​ປີ2002 ຢູ່​​ໃນ​ເມືອງ​ນີ້​ໄດ້​ຂຸດ​ພົບ​ໜັງສືລາຊະວົງ​ສິນ 3 ໝື່ນ 6 ພັນ​ກວ່າ​ເຫຼັ້​ມ. ໜັງສືລາຊະວົງສິນແມ່ນເອກະສານ​ສຳ​ເນົາ​ຝ່າຍ​ທາງ​ການ​ທີ່​ລັດຖະບານ​ລາຊະວົງ​ສິນບັນທຶກ​​ໃສ່​ແຜ່ນ​ໄມ້​​ໄຜ່​ກ່ອນ​ຄ.ສ. 2 ສະຕະວັດ,ການ​ຂຸດ​ພົບ​ໜັງສືລາຊະວົງສິນບໍ່​ພຽງ​ແຕ່​ໄດ້​ອຳນວຍ​ຂໍ້​ມູນເອກະສານ​ຍິ່ງ​ຫຼາຍ​ໃຫ້​ແກ່​ການ​ຄົ້ນຄວ້າ​ລາຊະວົງ​ສິນ​ທໍ່​ນັ້ນ,ຫາກ​ຍັງ​ເຮັດ​ໃຫ້​ຫຼີ​ເຢ່​ເລີ່​ມປະຈັກ​ຕາ​ຊາວ​ໂລກອີກ​ດ້ວຍ.ນາງ​ທຽນ​ຈິ້ງ ຜູ້ນຳ​ທ່ຽວ​ບອກ​ວ່າ:

"ໜັງສື​ລາຊະວົງສິນໄດ້​ພິສູດວ່າ ​ເມື່ອ​1​ແສນຫາ5​ແສນ​ປີ​ກ່ອນ ມະນຸດ​ກໍ​​ໄດ້ດຳລົງ​ຊີວິດ​ຢູ່​ແຫ່ງ​ນີ້​ແລ້ວ,ໜັງສື​ລາຊະວົງ​ສິນ​ຢູ່​ເມືອງ​ຫຼີ​ເຢ່ ​ເມື່ອ​ຫາ​ກໍ​ຖືກ​ຂຸດ​ຄົ້ນອອກມາ​ແມ່ນ​ສີດຳກ່ຳ,​ເມື່ອ​ລ້າງ​ແລະ​ຕາກ​ແຫ້ງ​ແລ້ວ,ຍັງ​ໃໝ່ຢູ່ຄື​ເກົ່າ.ຢູ່​ເທິງ​ມີ​ຕົວ​ໜັງສື​ຫຼາຍ​ໂຕ ພວກ​ເຮົາ​ບໍ່​​ເຂົ້າ​ໃຈ,​ແຕ່​ພວກ​ເຮົາ​ສາມາດ​ເຫັນ​ໄດ້​ວ່າ,ຮອຍ​ຕົວ​ໜັງສື​​ຊັດແຈ້ງ​ທີ່​ສຸດ."



1  2  3  4