ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 09:39:25    
ທ່ຽວ​ເມືອງ​ຫຼີ​ເຢ່ ​ເມືອງ​ເກົ່າ​ແຂວງ​ຫູ​ນານ

cri Author: da


ດຽວ​ນີ້ ສິ່ງ​ທີ່​ຖືກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ​ໃນເມືອງ​ເກົ່າ​ຫຼີ​ເຢ່​ມີ​ຖະໜົນ​ຈົ່ງ​ຟູເໜືອ ຖະໜົນ​​ຈົ່ງ​ຟູໃຕ້​ ຖະໜົນ​ຈ່ຽງຊີ່ ​ແລະ​ຖະໜົນ​ເຕົ້າຊ່ຽງ​ເປັນຕົ້ນລວມທັງ​ໝົດ​ມີ​ຖະໜົນ 7 ​ເສັ້ນ ​ແລະ​ທາງ​ຮ່ອມ 6 ​ເສັ້ນ,ຖະໜົນ​ຍາວ​ທັງໝົດ 2500 ​ແມັດ,​ມີ​ເຮືອນ​ຢູ່ 500 ກວ່າ​ຫຼັງ,​ໄດ້​ຮັກສາ​ສິ່ງ​ກໍ່ສ້າງຂອງ​ລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ​ທີ່​ມີ​ປະຫວັດສາດ 600-700 ປີ​ແລະ​​ເອກະລັກ​ພິ​ເສດ​ຂອງສິ່ງ​ກໍ່ສ້າງ​​​ດັ້ງ​ເດີມ​ຂອງ​ເຜົ່າ​ຖູ​ເຈຍ.ທ່ານ​ເພີງ​ຕ້າ​ຊ່ຽນ ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ການທ່ອງທ່ຽວ​ຢູ່​ເມືອງ​ຫຼີ​ເຢ່​ເວົ້າວ່າ,ຖະໜົນ​ແຕ່​ລະ​​ເສັ້ນຢູ່​ແຫ່ງ​ນີ້​ລ້ວນ​ແຕ່ມີ​ຈຸດ​ພິ​ເສດ​ແລະ​ນິທານ​ຂອງ​ຕົນ,ຟັງ​ແລ້ວ​​ຮູ້ສຶກມ່ວນ​ຫຼາຍ.

"ສະໝຸດ​ວ່າ ຖະໜົນ​ວ້ານ​ໂຊ້​ວ​ ທີ່​ຈິງ​ແລ້ວ​ແມ່ນ​ສະຖານ​ທີ່ທີ່​ຊາວ​ຈ່ຽງຊີ່​​ເຮັດທຸລະ​ກິດ​ຢູ່​ແຫ່ງ​ນີ້,ພາຍຫຼັງ​ມາ​​ແລ້ວ,​ແຫ່ງ​ນັ້ນບໍ່​ມີ​ຄົນ​ຢູ່,ພວກ​ເຂົາ​ເຈົ້າຈຶ່ງ​ຕັ້ງ​ເຮືອນ​ຢູ່​ແຫ່ງ​ນີ້,​ຄຽງ​ຄູ່​ກັບ​ທຸລະ​ກິດ​ຂາຍ​ດິບ​ຂາຍ​ດີ,ຄົນ​ຕັ້ງຖິ່ນ​ຖານ​ຢູ່​ແຫ່ງ​ນີ້​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ກາຍເປັນ​ຖະໜົນ​​ເສັ້ນໜຶ່ງ.ຄົນ​ຢູ່​ຖະໜົນ​​ເສັ້ນນີ້ຕົ້ນຕໍ​ແມ່ນ​ຊາວ​ຈ່ຽງຊີ່,ສະນັ້ນ ສາມັນຊົນ​ຈຶ່ງ​ເອີ້ນ​ເປັນ​ຖະໜົນ​ຈ່ຽງຊີ່."

ຖະໜົນ​ຈົ່ງ​ຟູ​ແມ່ນ​​ເສັ້ນຜ່າກາງ​ຂອງເມືອງ​ເກົ່າ,ສິ່ງ​ກໍ່ສ້າງ​ຕາມ​ຖະໜົນ​ຈົ່ງ​ຟູ​​​ເໜືອ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເອກະລັກຂອງ​ສິ່ງ​ກໍ່ສ້າງ​ເຜົ່າ​ຖູ.ຢູ່​ແຫ່ງ​ນີ້ ສິ່ງ​ກໍ່ສ້າງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ​ເຮືອນ​ຍ້ອມ​ຂອງ​ຕະກຸນຢາງ,ຖືກ​ເອີ້ນ​ເປັນ"​ເຮືອ​ນ​ໃຫຍ່​ກວ່າ​ໝູ່ຢູ່​ພາກ​ໃຕ້ແມ່ນ້ຳຢາງ​ເຊ".​ເຮືອນຍ້ອມ​ແມ່ນ​ຕຶກ​ໄມ້​ສອງ​ຊັ້ນ,ລາຍຄວັດ​ປ່ອງຢ້ຽມ​ທີ່ປານີດ​ສວຍ​ງາມ ​ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​​ແຫ່ງ​ນີ້​ເຄີຍ​ແມ່ນເຮືອນ​ຫຼູຫຼາ​ໃນ​ຄາວ​ນັ້ນ.ພີ່ນ້ອງ​ສາມ​ຄົນ​ຂອງຕະກຸນ​ຢາງ​ອາ​ໄສ​ຄວາມ​ພະຍາຍາມຢ່າງ​ດຸ​ໝັ່ນ​​,​ໄດ້ສ້າງທຸລະ​ກິດ​ອັນ​ໜາ​ແໜ້ນ,ທຸລະ​ກິດ​ຂອງ​ເຮືອນ​ຍ້ອມ​ຜ້າ​​ໄດ້​ແຈກ​ຢາຍ​ຢູ່​ແຫ່ງ​ຕ່າງໆ​ເຂດ​ພາກ​ໃຕ້​ແມ່ນ້ຳຢາງ​ເຊ.​

ແມ່​ຍ່າ​ເພີງ​ກຸ້ຍຈູ ອາຍຸ 83 ປີ ​ເຊິ່ງ​ເປັນ​ຄົນ​ຂອງ​ຕະກຸນ​ຢາງ​ທີ່​ດຳລົງ​ຊີ​ວິດ​ຢູ່​ແຫ່ງ​ນີ້ ​ໄດ້​ແນະນຳ​ຄວາ​ມສະຫງ່າລາສີຂອງ​ເຮືອນ​ຍ້ອມ​ໃນ​ຄາວ​ນັ້ນສູ່​ຟັງ​ວ່າ:

"ຄົນ​ລະ​ສາມ​ຫ້ອງ,ພີ່ນ້ອງ 3 ຄົນ​ລວມ 9 ຫ້ອງ,ມີສາມ​ຊັ້ນ ຄົນ​ລະ​ຊັ້ນ.​ເຮືອນ​ຍ້ອມ​ແມ່ນ​ຍ້ອມ​ຜ້າ,ຍ້ອມ​ແລ້ວຍັງຕັດ​ຫຍິບ​ໃຫ້​ລູກ​ຄ້າ.ພວກ​ເຂົາ​ເຈົ້າ​ເອົາ​ຜ້າ​ຂາວ​ມາ,ພວກ​ເຮົາ​ຍ້ອມ​ໃຫ້​ເປັນ​ຜ້າສີ​ຟ້າ ສີ​ຟ້າ​ແກ່​ແລະ​ສີ​ຕັບ​ໝູ,​ແລ້ວ​ສົ່ງ​​ໄປ​ຮອດ​ເຮືອນລູກ​ຄ້າ."
1  2  3  4