ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 09:39:25    
ທ່ຽວ​ເມືອງ​ຫຼີ​ເຢ່ ​ເມືອງ​ເກົ່າ​ແຂວງ​ຫູ​ນານ

cri Author: da


ເມືອງ​ຫຼີ​ເຢ່​ໃນ​ປະ​ຫວັດ​ສາດຖືກ​ເອີ້ນ​ເປັນ"​ເມືອງ​ນານ​ກິ່ງ​ນ້ອຍ",​ແມ່ນ້ຳຊື້​ສຸຍ​ເຮັດ​ໃຫ້​ເມືອງ​ນີ້​ກາ​ຍ​ເປັນ​ເມືອງ​ການ​ຄ້າ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ.ຖະໜົນທຸກ​ເສັ້ນ​ຢູ່​ແຫ່ງ​ນີ້​ລ້ວນ​ແຕ່​ເນັ່ງ​ໄປ​ສູ່​ທ່າ​​ເຮືອ,ຢູ່​ສອງ​ຂ້າງ​ຖະໜົນ ມີຮ້ານ​ຄ້າ​ຕັ້ງຊ້ອງໆ​ກັນ,ສິ່ງ​ກໍ່ສ້າງ​ຕາມ​ຖະໜົນ​ສ່ວນ​ຫຼາຍ​ແມ່ນ​ເຮືອ​ນ​ໄມ້,ຢູ່​ເທິງ​ປ່ອງຢ້ຽມ​ໄດ້​ຄວັດລວດລາຍ​ສວຍງາມ​ຊະນິດ​ຕ່າງໆ,ມີດ​ອກ​ໄມ້ ຕົ້ນຫຍ້າ ມີ​ສັດ,​ເປັນ​ສັນຍະລັກ​​ແຫ່ງສິລິ​ມຸງຄຸນ.ຫ່າງ​ກັນ​ບໍ່​ທໍ່​ໃດຫຼັງ​ ກໍ​ມີ​ກຳ​ແພງ​ກັນ​ໄຟ​ໄໝ້​ທີ່ສູງ​ສະຫງ່າ,ທຳ​ມະ​ດາ​ແລ້ວ ມີ​ຫຼັງຄາ​ຊັນງໍ​ຂຶ້ນ,ຢູ່​ເທິງ​ກຳ​ແພງ​ໄດ້​ແຕ້ມ​ຮູບ​ດອກ​ໄມ້ ຕົ້ນຫຍ້າ ​​ແມງ​ບົ້ງ​ແລະ​ປາ,​ເບິ່ງ​ແລ້ວ​ງາມສະຫງ່າ​ຫຼາຍ.ນາງເພີງ​ຮຸ້ຍຟ່າງ​ມັກ​ມາ​ທ່ຽວ​ແຫ່ງ​ນີ້,ນາງ​ເວົ້າວ່າ:

"​ເມື່ອ​ຍ່າງ​ເຂົ້າ​ໄປ​ຈະ​ຮູ້ສຶກ​ເກົ່າ​ແກ່​ຫຼາຍ,​ໃນ​ເວລາ​ຍ່າງ​ຕາມ​ຖະໜົນ​​ເສັ້ນນີ້ ຈະ​ຮູ້ສຶກ​ວ່າ​​ເກົ່າ​ແກ່​ສວຍ​ງາມຫຼາຍ."



ເມື່ອ​ຍ່າງ​ຜ່ານຖະໜົນ​ເກົ່າ​ແກ່​​ເຫຼົ່າ​ນີ້,ຍ່າ​ງຕາມຂັ້ນ​ໄດ​ຫີນ​ທີ່​ປູ​ດ້ວຍ​​ແປ້ນ​ຫີນ​ສີຂຽວ,ກໍ​ມາ​ຮອດ​ແຄມ​ແມ່ນ້ຳຊື້​ສຸຍ.​ແມ່ນ້ຳຊື້​ສຸຍ​ທັງ​ເອີ້ນ​ເປັນ​​ແມ່ນ້ຳຂາວ,ໜ້ານ້ຳກວ້າງ​ຫຼາຍ,ພູຜາ​ສູງ​ຊັນ​ຢູ່​ສອງ​ຟາກຕັ້ງຊ້ອນໜ້າ​ກັນ.​ແມ່ນ້ຳມິດ​ງຽບ ​ແຕ່​ມີ​ຄົນ​ພາຍ​ເຮືອ​ປະມົງ​ແລ່ນ​ຜ່ານ,ທັງ​ມີ​ເຮືອ​​ທ່ອງ​ທ່ຽວ.ນາງ​ເວີ້​ຍສຽວ​ມິ​ງ ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ຫູ​ເປ​ເວົ້າວ່າ,​ເມື່ອ​ມາ​ຮອດ​ເມືອງ​ຫຼີ​ເຢ່,ການ​ພາຍ​ເຮືອ​ຢູ່ເທິງ​ແມ່ນ້ຳຊື້​ສຸຍ​ແມ່ນ​ເລື່ອງ​ສະ​ໃຈ​ທີ່​ສຸດ,​ໂດຍ​ສະ​ເພາະ​​ແມ່ນ​ໃຊ້​ແຈວໄມ້​ພາຍ​ເຮືອ.


"​ເພາະວ່າ​ແມ່ນ​ຂີ່​ເຮືອ​ພາຍ​,ຈະ​ຮູ້ສຶກ​ມ່ວນ​ຫຼາຍ,ຂ້ອຍ​ແມ່ນ​ໄປ​ຕອນ​ຄ່ຳ,ດວງ​ພະຈັນ​ພໍ​ດີ​ໂຜ່ຂຶ້ນ​ມາ,ຢູ່​ເທິງ​ພູ​ທາງ​ໄກ​ມີ​ເຮືອນ​ເກົ່າ,ຢູ່​ແຄມ​ແມ່ນ້ຳມີ​ຫຼາຍ​ຄົນ​ກຳລັງ​ຍ່າງ​ຫຼິ້ນ​ຢູ່.ຂ້ອຍ​ຍັງ​ຫຼິ້ນ​ນ້ຳ​ເທິງ​​ເຮືອ,​ແມ່ນ້ຳຊື້​ສຸຍ​ໃສ​ສະອາດ​ຫຼາຍ,ສະບາຍ​ຫຼາຍ."
1  2  3  4