ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 09:39:25    
ທ່ຽວ​ເມືອງ​ຫຼີ​ເຢ່ ​ເມືອງ​ເກົ່າ​ແຂວງ​ຫູ​ນານ

cri Author: da


ຢູ່​ເມືອງ​ຫຼີ​ເຢ່,ຖ້າ​ບໍ່​ຊີມ​​ເຂົ້າໜົມ​ຢູ່ແຫ່ງ​ນັ້ນຈະ​​ເສຍດາຍ​ທີ່​ສຸດ,​ໂດຍ​ສະ​ເພາະ​ແມ່ນ​ເຕົ້າຮູ້​ຍິ່ງມີ​ຊື່​ສຽງ​ຢູ່​ແຂວງ​ຫູ​ນານ.​ເຕົ້າຮູ້​ເມືອງ​ຫຼີ​ເຢ່ອ່ອນ​ນົວສົ້ມ​ເຜັດ,ມີ​ເຄື່ອງປຸງ​ພິຖີ​ພິຖັນ​ທີ່​ສຸດ,ມີຜັກ​ບົວ​ສີຂຽວ,ໝາກ​ເຜັດ​ສີ​ແດງ,​ເຂົ້າໜຽວ​ສີຂາວ,​ເຕົ້າຮູ້​ທີ່​ເຮັດ​ອອກ​ນັ້ນແຊບນົວ​ຫຼາຍ.ນອກຈາກ​ເຕົ້າຮູ້​ແລ້ວ,ຍັງ​ມີ​ແປ້ງ​ເຂົ້າໜຽວ,ຫົວຜັກກາດ​ດອງ,​ເປັນ​​ເຂົ້າໜົມສາມ​​ເຢື່ອງທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ຫຼີ​ເຢ່ທີ່ນັກ​ທ່ອງ​ທ່ຽວ​ຕ້ອງ​ຊີມ.ນາງຈັງເຫີງຈື ທີ່​ມາ​ຈາກ​ຈົງ​ກິ່ງ​ເວົ້າວ່າ:


"​ເມື່ອ​ມາ​ຮອດ​ເມືອງ​ຫຼີ​ເຢ່,ສິ່ງ​ທີ່​ສ້າງ​ພາບ​ປະ​ທັບ​​ໃຈ​ອັນ​ເລິກ​ເຊິ່ງກວ່າ​ໝູ່​ແມ່ນ​ເຂົ້າໜົມ,ຂ້ອຍ​ມັກ​ກິນ​ຫຼາຍ,​ເຂົ້າໜົມຂອງ​ເມືອງຫຼີ​ເຢ່3​ເຢື່ອງມີ​ຊື່​ລື​ນາມ​ຫຼາຍ​ກວ່າ​ໝູ່,ນັ້ນກໍ​ແມ່ນ​ແປ້ງ​ເຂົ້າໜຽວ,ມີ​ໄສ້​ຢູ່​ໃນ,ບາງ​ອັນ​ບໍ່​ມີ​ໄສ້,ບາງ​ອັນ​ມີ​ໄສ້ ຫວານ​ຫຼາຍ,ຍັງ​ມີ​ຫົວຜັກກາດ​ດອງ,ອີກ​ອັນ​ໜຶ່ງ​ແມ່ນ​ເຕົ້າຮູ້."

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ,ຂີ່ລົດຈາກ​ສະຖານີ​ລົດ​ເມ​ທີ່​ໃກ້​ກັບ​ເມືອງ​ຫຼີເຢ່ກ​ວ່າ​ໝູ່ ຕ້ອງການ​ເວລາ 5 ຊົ່ວ​ໂມງ,ປີ້​ລົດ 30 ຢວນຕໍ່​ຄົນ.​ເມືອງເກົ່າຫຼີ​ເຢ່​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປທ່ຽວຟີໝົດ,ການ​ທ່ຽວ​ເມືອງ​ນີ້​ຕ້ອງການ​ເຄິ່ງມື້,​ໄທ​ເມືອງ​ເກົ່າ​ມັກ​​ແຂກ​ຫຼາຍ,ຖ້າ​ມີ​ໂອກາດ​ລົມ​ກັບ​ປະຊາຊົນຢູ່​ເມືອງ​ນີ້,ຈະ​​ໄດ້ຄວາມຮູ້ບໍ່​ໜ້ອຍ.
1  2  3  4