ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 23:25:20    
ທ່ຽວຄູຫາ​ໂມ້​ກ່າວ

cri Author: da


ຄູຫາ​ໂມ້​ກ່າວ,ຄົນ​ທ້ອງ​ຖິ່ນ​​ເອີ້ນ​ວ່າ​ຖ້ຳພະ​ພັນ​ອົງ,​ແມ່ນ​ຮ່ອງຮອຍ​ພຸດທະ​ສາສະໜາທີ່​ລື​ຊື່​ໃນ​ໂລກ,ຕັ້ງຢູ່​​ເທິງ​ພູມິ​ງຊ່າ​​ເມືອງ​ຕຸ່ນ​ຮວງ​ແຂວງ​ກັ່ນ​ຊູ້ໄປ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ 25 ກິ​ໂລ​ແມັດ​,​ເລີ່​ມ​ເຈາະ​ໃນ​ປີຄ.ສ. 366.ຕາມ​ເລົ່າ​ກັນ​ວ່າ,​ໃນ​ຄາວ​ນັ້ນ ມີພະ​ສົງອົງໜຶ່ງ​ທ່ຽວ​ມາ​ຮອດ​ແຫ່ງ​ນີ້,​ໄດ້​ເຫັນ​ພູມິ​ງຊ່າ​ພວມ​ເປັ່ງ​ລັດສະ​ໝີ,ຮູ້​ສຶກວ່າ​ ​ແຫ່ງນີ້​ແມ່ນ​ພຸດ​ທະສະ​ຖານ,ຈຶ່ງ​ເຈາະ​ສ້າງ​ຖ້ຳ​ພະ​ແຫ່ງ​ທຳ​ອິດ​ຢູ່​ເທິງ​​ຜາ​ຫີນ.​ເມື່ອ​ຜ່ານ​ການ​ກໍ່ສ້າງ​ໃນ​ທຸກສະ​ໄໝ​,​ເມື່ອ​ຮອດ​ປີຄ.ສ. 1368 ,​ໄດ້​ມີ​ຖ້ຳພະ​ເກືອບພັນ​ແຫ່ງ​,​ແລະ​ແຕ່​ປີນັ້ນມາ,ຄົນ​ທັງຫຼາຍກໍ​ບໍ່​ໄດ້​ເຈາະຖ້ຳຢູ່​ແຫ່ງ​ນີ້​ອີກ.

ຄູຫາ​ໂມ້​ກ່າວ​ມີ​ຖ້ຳ​ໃຫຍ່​ຖ້ຳນ້ອຍ,ພະພຸດ​ທະ​ຮູບ​ຢູ່​ໃນຖ້ຳ​ກໍ​ມີ​ອົງ​ໃຫຍ່​​ອົງ​ນ້ອຍ,ພະ​ອົງ​​ໃຫຍ່​ສູງ​ສະຫງ່າ,ພະ​ອົງ​ນ້ອຍ​ປານີດ​ຫຼາຍ.ປີ 1987,ຄູຫາ​​ໂມ້​ກາວ​ຖືກ​ອົງກາ​ນຢູ​ເນັສ​ໂກ​ຈັດ​ເຂົ້າ​ເປັນມໍລະດົກ​ວັດທະນະ​ທຳ​ໂລກ.

ປະຈຸ​ບັນ ​ຍ້ອນ​ວ່າ​ຕ້ອງການ​ອະນຸລັກວັດຖຸບູຮານ,ຖ້ຳ​ທີ່​ເປີດ​ໃຫ້​ຄົນ​ເຂົ້າທ່ຽວ​ຊົມ​ບໍ່​ຮອດ 30 ​ຖ້ຳ,​ເຖິງ​ວ່າ​ເປີດ​ໃຫ້​ຄົນ​ທ່ອງ​ທ່ຽວ​ເຂົ້າຊົມ​,​ແຕ່ກໍ​ຕ້ອງ​ມີ​ຜູ່​ນຳ​ທ່ຽວ​ພາ​ເຂົ້າ​ຈິ່ງ​​ເຂົ້າເບິ່​ງ​ໄດ້.ຕາມ​ນາງ​ລິວ​ຫົງ​ລີ້ ຜູ່​ນຳ​ທ່ຽວ​ແນະນຳ​ວ່າ,ຖ້ານັກ​ທ່ອງ​ທ່ຽວ​ຊົມ​ເບິ່ງ 10 ກວ່າ​ຖ້ຳຕ້ອງ​ໃຊ້​ເວລາ​ເຖິງ 2 ຊົ່ວ​ໂມງ,​ແຕ່​ຄັນ​ຢາກ​ເບິ່ງຢ່າງ​ລະອຽດທັງໝົດ,ກໍຕ້ອງ​ໃຊ້​ເວລາ​ມື້ໜຶ່ງ​ຈຶ່ງ​ພໍ.

ນາງ​ລິວ​ຫົງ​ລີ້​ເວົ້າວ່າ,​ໄປ​ທ່ຽວ​ຄູຫາ​ໂມ້​ກາວ,ຜູ່​ນຳ​ທ່ຽວ​ມັກ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ເບິ່ງ​ຖ້ຳ​ເລກທີ 96.​ເພາະວ່າ,ຢູ່​ນອກຖ້ຳ​ນີ້​ ມີ​ຫໍ​ໃຫຍ່ 9 ຊັ້ນ,​ເອີ້ນ​ວ່າ"ຫໍ 9 ຊັ້ນ",​ແມ່ນ​ສິ່ງ​ກໍ່ສ້າງ​ສັນຍະລັກ​ຂອງ​ຄູຫາ​ໂມ້​ກາວ.

"ມັນ​ແມ່ນ​ພະ​ອົງ​ໃຫຍ່​ກວ່າ​ໝູ່​ຂອງ​ຄູຫາ​ໂມ້​ກ່າວ,​ໝາຍເລກ 96.ພະພຸດທະ​ຮູບ​ອົງ​ນີ້​ແມ່ນ​ພະສັງ​ຂະ​ຈາ​ຍ ພະ​ອະນາຄົດ,ສູງ 35 ​ແມັດ​ເຄິ່ງ,​ແມ່ນ​ພະພຸດທະ​ຮູບ​ອົງ​ໃຫຍ່​ທີ່​ສຸດໃນ​ໂລກທີ່​ຢູ່​ໃນ​ຖ້ຳ​."
1  2  3  4