ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 23:25:20    
ທ່ຽວຄູຫາ​ໂມ້​ກ່າວ

cri Author: da



ນອກຈາກ​ນາ​ງຟ້າ​ແລ້ວ,ຮູບ​ແຕ້ມ​​ຝາ​ຜະໜັງຢູ່​ໃນ​ຄູຫາ​ໂມ້​ກາວ​ຍັງ​ມີນາ​ງຟ້ອນ​ທີ່​ດີດ​ພິນກະ​ຈັບ​ປີ່"ພີ​ພະ"ຢູ່​ທາງ​ຫຼັງ.ທຳ​ມະ​ດາ​ແລ້ວ ​ນາງ​ຟ້າ​ເຫຼົ່າ​ນີ້​ເອົາຂາ​ຂ້າງ​ໜຶ່ງ​ຢືນ​ຢູ່​,​ອີກ​ຂ້າງ​ໜຶ່ງ​ພັດ​ຍົກ​ຂຶ້ນສູງ,ສອງ​ແຂນ​ຍົກສູງ​ຂຶ້ນ​ໄປ​ດີດ​ພິນ​ກະ​ຈັບ​ປີ່"ພີ​ພະ"ຢູ່ທາງ​ຫຼັງ,ຄື​ວ່າພວກ​ນາງຈະ​ຟ້ອນ​ຕາມ​ທຳນອງ​ເພງ.

ທ່ານ​ວູ່​ຊິ່ນ ນັກ​ບູຮານ​​ຄະດີ​ຂອງ​ສະພາ​ບັນ​ດິດວິທະຍາສາດ​ສັງຄົມ​ຈີນ​ເຫັນ​ວ່າ,​ໃນ​ຮູບ​ແຕ້ມ​ຝາ​ຜະໜັງຢູ່​​ໃນ​ຄູຫາ​ໂມ້​ກາວ,ຮູບ"ນາ​ງຟ້າ​"ແລະ​ຮູບ​ດີດ​ກະ​ຈັບປີ່"ພີ​ພະ"ຢູ່​ທາງ​ຫຼັງ​ແມ່ນໜ້າ​ຄິດ​ທີ່​ສຸດ,ມັນ​ໄດ້​ບອກ​ຂໍ້​ມູນເອກະສານ​ອັນ​ລ້ຳຄ່າ​ໃຫ້​ແກ່​ການຄົ້ນຄວ້າ​ສະພາບ​ສັງຄົມ​ສະ​ໄໝ​ບູຮານ​ຂອງ​ຈີນ​ແຕ່​ສະຕະວັດ​ທີ 4 ຫາທີ 14 .ທ່ານ​ເອີ້ນ​ຮູບ​ແຕ້ມຝາ​ຜະ​ໜັງເຫຼົ່າ​ນີ້​ເປັນ"ຫໍພິພິທະ​ພັນ​ເທິງ​ຝາ".

"ຕົວຢ່າງ​ຄື​ເສື້ອ​​ເກາະ​ທີ່​ໃຊ້​ຢູ່​ເທິງມ້າ​ລົບ ​ແມ່ນ​ຖືກ​ໃຊ້​ທົ່ວ​​ໄປຢູ່​ເອີ​ລົບ​ຫຼັງ​ຈາກ​ສະຕະວັດ​ກາງ,​ແຕ່​ໃນ​ຮູບ​ແຕ້ມ​ຝາຜະໜັງຂອງ​ຄູຫາ​ໂມ້​ກ່າວ​ກໍ​ມີ​ການ​ບັນທຶກ​ໄວ້,ພ້ອມ​ກັນນັ້ນ ​​ໂສມ​ໜ້າ​ຂອງເສື້ອ​​ເກາະມ້າ​ລົບ​ເທິງຝາຜະໜັງຂອງ​ຄູຫາ​ມີ​ກ່ອນ​ເອີ​ລົບ.ນອກ​ນີ້,​ເມື່ອ​ເບິ່ງ​ຂໍ້​ປີກ​ຍ່ອຍ​ດ້ານ​ຊີວິດ​ການ​ເປັນ​ຢູ່​ແລ້ວ,ປະຈຸ​ບັນ ​ໃຜໆ​ກໍ​ຮູ້​​ຖູ​ແຂ້ວ​​ເພື່ອ​ອະນ​າ​ໄມ​ປາກ.ສະພາບ​ນີ້​ກໍ​ມີ​ການ​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ຮູບ​ແຕ້ມ​ຝາຜະໜັງ,ທ່ານ​ຈະ​ສາມາ​ດ​ເຫັນ​ວ່າ ຮູບ​ຄົນ​ເທິງ​ຝາຜະໜັງ​ກຳລັງ​ເອົາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ບໍ່​ຮູ້ຊື່ທຳ​ທ່າ​​ຖູ​ແຂ້ວ​ຢູ່."

ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ,ຖ້າ​ທ່ານ​ຢາກ​ໄປ​ທ່ຽວ​ຄູຫາ​ໂມ້​ກາວ​ຕ້ອງ​ໄປ​ຕຸ່ນ​ຮວງ​ກ່ອນ.​ໄປ​ຕຸ່ນ​ຮວງ,ທ່ານ​ສາມາດ​ຂີ່​ຍົນ​ຫຼື​ລົດ​ໄຟ​ໄປ.​ເມື່ອ​ໄປ​ຮອດ​ຕຸ່ນ​ຮວງ​ແລ້ວ,​ໄປ​ຄູຫາ​ໂມ້​ກາວ​ຈະ​ບໍ່​ຍາກ.ສາມາດ​ຂີ່​ລົດ​ຕັກ​ຊີ,ທັງ​ສາມາດ​ເຂົ້າຮ່ວມ​ລາຍການ​ທ່ຽວ​ມື້ໜຶ່ງ​ຂອງ​​ໂຮງ​ແຮມ​ແລະບໍລິສັດ​ທ່ອງ​ທ່ຽວຕ່າງໆ.
1  2  3  4