ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 23:25:20    
ທ່ຽວຄູຫາ​ໂມ້​ກ່າວ

cri Author: da



ນອກຈາກ​ພະພຸດທະ​ຮູບ​ແລ້ວ,ຮູບ​ແຕ້ມ​ຝາຜະໜັງ​ກໍ​ແມ່ນ​ພາກສ່ວນ​​ສຳຄັນ​ຂອງ​ສິລະ​ປະ​ຄູຫາ​ໂມ້​ກາວ.ຮູບ​ແຕ້ມຝາຜະໜັງເຫຼົ່າ​ນີ້​ເຖິງ​ວ່າລົມ​ຊາຍ​ກັດເຊາະມາ​ເປັນ​ພັນ​ເປັນ​ຮ້ອຍ​ປີ,​ແຕ່​ພັດ​ຍັງ​ຮັກສາ​ສີສັນ​ສົດ​ໃສ​ຢູ່ຄື​ເກົ່າ,ມີ​ລວດລາຍ​ແຈ່ມ​ແຈ້ງ.​ເນື້ອ​ໃນ​ຮູບ​ແຕ້ມ​ຝາຜະໜັງສ່ວນ​ຫຼາຍ​ແມ່ນ​ນິທານພຸດທະ​ຄຳ​ພີ,ຮູບ​ບິນ​​ໄປ​ສູ່​ທ້ອງ​ຟ້າ​ຢູ່​ເທິງ​ຝາຜະໜັງ​ເຮັດ​ໃຫ້​ຄົນ​ຍ້ອງ​ຍໍສັນລະ​ເສີນ​ບໍ່​ເຊົາ​.

ໃນ​ພຸດທະ​ສາສະໜາ ​ໄດ້​ເອີ້ນ​​ເທວະ​ດາ​ທີ່​ບິນ​ຢູ່​ທ້ອງຟ້າ​ເປັນ"ນາງຟ້າ",ສ່ວນ​ຫຼາຍ​ມັກ​ອອກ​ມາຮ້ອງ​ເພງ ​ຟ້ອນ ​ແລະ​ຫວ່ານ​ດອກ​ໄມ້​ໃນ​ເວລາ​ພະ​ສູດ​ມົນ​ເທສະໜາ.​ໃນ​ຄູຫາ​ໂມ້​ກ່າວ 490 ກວ່າ​ຖ້ຳ​ທີ່​ມີ​ພະພຸດທະ​ຮູບ​ແລະ​ຮູບ​ແຕ້​ມຝາຜະໜັງ,​ເກືອບ​ໄດ້​ແຕ້ມນາ​ງຟ້າ​ໃສ່​ໝົດ​ທຸກ​ຖ້ຳ. ນາ​ງຟ້າ​ເຫຼົ່າ​ນີ້​ບາງຜ່ອງ​ຖື​ດອກ​ບົວ ບາງຜ່ອງ​ຖືກະ​ຈັບ​ປີ່"ພີ​ພະ",ບາງຜ່ອງ​ຫວ່ານ​ດອກ​ໄມ້,​ເສບ​ດົນຕີ,ມີ​ອິລິ​ຍະ​ບົດ​ຕ່າງ​ກັນ,ຊຶ່ງ​ລ້ວນ​ແຕ່​ມີ​ຊີວິດ​ຊີວາ​ທີ່​ສຸດ.

ນາງ​ເຈີ້ງ​ນີ ອາຈານ​ວິຊາ​ຈິ​ດຕະສິນມະຫາວິທະຍາ​ໄລ​ຊິງ​ຮວາ​ຂອງຈີນ​ໄດ້​​ໄປ​ທ່ຽວ​ຄູຫາ​ໂມ້​ກາວ​ຫຼາຍ​ເທື່ອ​ແລ້ວ.ນາງ​ເວົ້າວ່າ,ສິ່ງ​ທີ່​ດຶງດູດ​ໃຈ​ລາວ​ໄປ​ທ່ຽວ​ຄູຫາ​ໂມ້​ກາວ​ແມ່ນ​ຮູບ​ແຕ້​ມ"ນາງ​ຟ້າ​ຝາ​ຜະໜັງເຫຼົ່າ​ນີ້.


"ຮູບນາ​ງຟ້າ​ເຫຼົ່າ​ນີ້,ບໍ່​ມີ​ປີກ,ພັດ​ສາມາດ​ຟ້ອນ​ຢູ່​ເທິ​ງທ້ອງຟ້າ,ມີ​ສີສັນ​ທີ່​ໜ້າ​ປະ​ທັບ​ໃຈ​ຫຼາຍ.​​ເບິ່ງ​ໃນ​ມຸມ​​ແຕ້ມ​ຮູບ​ແລ້ວ​ເຫັນ​ວ່າ,ອົງ​ປະກອບ​ແລະ​​ໂຄງ​ສ້າງ​ຂອງ​ບຸກຄົນເຫຼົ່າ​ນີ້ກໍ​ແມ່ນ​​ພິຖີ​ພິຖັນທີ່​ສຸດ,​ເບິ່ງ​ດົນ​ແລ້ວຈະ​ເຮັດ​ໃຫ້​ຄົນຮູ້​ສຶກວ່າ​ມີ​ຊີວິດ​ຊີວາ​ທີ່​ສຸດ.ບໍ່​ວ່າ​ໃນ​ດ້ານ​ການທ່ອງທ່ຽວ​ຫຼື​​ໃນ​ດ້ານ​ວິຊາ​ການ,ນາງຟ້າ​ລ້ວນ​ແຕ່ຕ້ອງການ​ເບິ່ງຢ່າງ​ພິນິດ​ພິຈາລະນາ​ແລ້ວ​ຈະ​ມີ​ຄວາມ​ຮູ້ສຶກ​ຫຼາຍ​ຂຶ້ນ."
1  2  3  4