ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 16:21:32    
ໄປ​ທ່ຽວ​ວັດ​ຊົງ​​ເຊີ້ງ​ກິ່ງ​ແຂວງຕ້າ​ຫຼີ

cri Author: da


ວັດ​ຊົງ​ເຊີ້ງທີ່​ຕັ້ງຢູ່​ກິ່ງ​ແຂວງ​ຕ້າ​ຫຼີເຜົ່າ​ຂາວປົກຄອງ​ຕົນ​ເອງຂອງ​ແຂວງ​ຢຸນນານ​ຈີນ ​ແມ່ນ​ວັດ​ເກົ່າ​ແກ່​ທີ່​ມີ​ປະ​ຫວັດ​ພັນ​ກວ່າ​ປີ​ແລ້ວ.ຫວ່າງ​ມໍ່ໆ​ນີ້,ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້ປະຕິສັງຂອນວັດ​ນີ້​ຄືນ​ໃໝ່​ແລະ​ຈັດ​ພິທີ​ເບີກພະ​ເນ​ດພະພຸ​ດທະຮູບ.ວັດ​ຊົງ​​ເຊີ້ງທີ່​ສ້າງ​ໃໝ່ມີ​ຄວາມ​ສະຫງ່າ​ລາສີຂອງ​ວັດ​ຫຼວງ,ທັງ​ໄດ້​ຮັກສາ​​ເອກະລັກຊົນ​ເຜົ່າຂອງທ້ອງ​ຖິ່ນ​.​ໃນ​ລາຍການມື້​ນີ້ ດາລາ​ວັນ​ຈະພາ​ທ່ານ​ໄປ​ທ່ຽວ​ວັດ​ຊົງ​ເຊີ້ງ.

6​ໂມງ​​ເຊົ້າ,ທ້ອງຟ້າ​ຄ່ອຍໆ​ແຈ້ງ​ຂຶ້ນ,ນັກ​ຂ່າວຂີ່ລົດ​ເມ​ໄປ​ວັດ​ຊົງ​​ເຊີ້ງ​ກິ່ງ​ແຂວງ​​ຕ້າ​ຫຼີ,​ເຂົ້າຮ່ວມ​ພິທີ​ເບີກ​ພະ​ເນ​ດພະພຸດທະ​ຮູບທີ່​ມີພະ​ສົງ 108 ອົງຈາກ​ເຂດ​ໃນ​ຈີນ ບັນດາ​ປະ​ເທດອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ຮ່ວມກັນ​ຈັດ​ຂຶ້ນ.​ເມື່ອ​​ໄປຮອດ​ວັດ​ຊົງ​​ເຊີ້ງ,ປິນຂັ້ນ​ໄດຂຶ້ນ​ໄປ,ຜ່ານ​ຫໍຈັດ​ຕຸ​ໂລກະ​ບານ ຫໍພະ​ສັງ​ຂະ​ຈາ​ຍ ຫໍພະ​ໂພທິສັດກວນ​ອິນ,​ແລ້ວ​ໄປຮອດພຸດທະ​ສິມ​ມາ,​ໄດ້ປູ​ພົມ​ແດງຕະຫຼອດ​ທາງ,ຢູ່​ສອງ​ຟາກ​ທາງມີ​ພຸດທະ​ສາສະ​ນິກະ​ຊົນຈຳນວນ​ຫຼວງ​ຫຼາຍ​ທີ່​ຢືນ​ຕ້ອນຮັບ​ຢູ່,ບາງຄົນ​ໃສ່​ຊຸດ​ອຸບາສົກ​ອຸບາສິກາ,ບາງ​ຄົນ​ນຸ່ງ​ຊຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ;ບາງ​ຄົນຖື​ເຂາະ,ບາງ​ຄົນ​ຖື​ກະດິ່ງ.

ນາງ​ຈັ່ງ​ຟູ​ຫຣູທີ່​ມາ​ຈາກກິ່ງ​ແຂວງ​ຕ້າ​ຫຼີກຳລັງ​ລໍຖ້າເຂົ້າຮ່ວມ​ພິທີ​ເບີກ​ພະ​ເນ​ດຢູ່​ເດີ່ນ​ສິມ​ໃຫຍ່,ນາງ​ບອກ​ນັກ​ຂ່າວ​ຢ່າງຕື້ນ​ຕັນໃຈ​ວ່າ:

"ຂ້ອຍ​ຮູ້​ວ່າ ມື້​ນີ້​ຈະ​ຈັດ​ພິທີ​ເບີກພະ​ເນ​ດ,ຈຶ່ງ​ຕື່ນ​ນອນ​ແຕ່ 6 ​ໂມງ​​ເຊົ້າ,ຈາກ​ເມືອງ​ເຊ້ຍກວ່ນ​ຂອງກິ່ງ​ແຂວງຕ້າ​ຫຼີຂ້ຽວ​ເດີນທາງມາ​ເຂົ້າຮ່ວມ​ພິທີ,​​ແລ້ວ​ມາວັດ​ຊົງ​ເຊີ້ງ​ໂດຍ​ກົງ​ເລີຍ.ຂ້ອຍ​ມັກ​ມາເບິ່ງ​ສິມນີ້."
1  2  3  4