ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 16:21:32    
ໄປ​ທ່ຽວ​ວັດ​ຊົງ​​ເຊີ້ງ​ກິ່ງ​ແຂວງຕ້າ​ຫຼີ

cri Author: da

ວັດ​ຊົງ​​ເຊີ້ງຍັງ​ເອີ້ນ​ວ່າ​ວັດ​ຊ່ານ​ຖາ ​ແປ​ວ່າ​ວັດ​ສາມ​ທາດ,ຢູ່​ທາງ​ຫຼັງວັດ​ແມ່ນ​ພູຊ່າງຊ່ານ​ທີ່​ຫິມະ​ຂາວຈູ່ນພູ່ນ,ຢູ່​ທາງ​ໜ້າ​ແມ່ນໜອງ​ແສທີ່​ຂຽວ​ໃສ​ສະອາດ.ຍ້ອນ​​ແຜ່ນດິນ​ໄຫວ​ແລະ​ສົງຄາມ,ປະຈຸ​ບັນ​ຍັງເຫຼືອ​​ແຕ່ທາດ​3ອົງ​ເທົ່າ​ນັ້ນ.ວັດ​ຊົງ​​ເຊີ້ງທີ່​ສ້າງ​ໃໝ່,ບໍ່ພ​ຽງ​ແຕ່​ໄດ້​ຮັກສາ​ພາບ​ພົດເດີມ​ທໍ່​ນັ້ນ,​ເຄື່ອງສະ​ສົມ​ຈຳນວນ​ໜຶ່ງ​ທີ່​ແຕ່​ເດີມ​ຂຶ້ນກັບ​ວັດ​ກໍ່​ຖືກ​ວາງ​ຢູ່​ໃນວັດຄືນ​ໃໝ່. ກອງທີ່​ຖືກ​ຮັກສາ​ໄວ້​ໃນ​ຫໍ​ກອງ​​ຂອງ​ວັດເປັນ​ກອງທີ່ໃຫຍ່​ກວ່າ​ໝູ່​ໃນ​ວັດ​ພຸດທະ​ສາສະໜາຂອງ​ຈີນ​ ພ້ອມ​ດ້ວຍ​ໜັງສື​​ໄມ້​ຄວັດ​​ເຫຼັ້ມໜຶ່ງທີ່​ສູງ​ເກືອບ 2 ​ແມັດ,ຍາວ 117 ແມັດ,ດຽວນີ້ລ້ວນແຕ່ເປີດໃຫ້ຄົນເຂົ້າຊົມແລ້ວ.

ທ່ານ​ວັງ​ໄຫ​ກັບ​ເມຍ​ແມ່ນ​ຕັ້ງ​ໃຈ​ເດີນ​ທາງ​ຈາກ​ເມືອງ​ຄຸນ​ມິງ ​ເທດ​ສະ​ບານ​ແຂວງ​ຢຸນ​ນານ​ມາ​​ເຂົ້າ​ຮ່ວມ​ພິທີ​ເບີກ​ພະ​ເນດ​ພະ​ພຸດທະ​ຮູບ​ຄັ້ງ​ນີ້.​ເມື່ອ​​ເຫັນ​ວັດ​ຊົງ​ເຊີ້ງທີ່​ສ້ອມ​ແປງ​ໃໝ່,​ເຂົາ​ເຈົ້າ​ຍ້ອງ​ຍໍສັນ​ລະ​ເສີນ​ຢູ່​ບໍ່​ເຊົາ.​ທ່ານ​ວັງ​ໄຫ​ເວົ້າ​ວ່າ:

"ວັດ​ນີ້​​ແມ່ນ​ວັດ​ຫຼວງ,ສະຫງ່າ​ຜ່າ​ເຜີຍຫຼາຍ,ອາ​ໄສ​ພູຜາ​ແລະ​ແຄມ​ທະ​ເລ.ຂ້ອຍ​​ແມ່ນ​ມາ​ທ່ຽວ​ເທື່ອ​ທຳ​ອິດ,ຮູ້ສຶກ​ດີ​​ໃຈຫຼາຍ,​ແມ່ນ​ອັນ​ດັບ​​ໜຶ່ງ​ພາຍ​ໃນ​ປະ​ເທດຈີນ​ແທ້ໆ.ພວກ​ເຮົາ​ເຄີຍ​ໄປ​ທ່ຽວ​ຫຼາຍ​ແຫ່ງ,​ແຕ່​ຮູ້ສຶກ​ວ່າ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດຢູ່​ແຫ່ງ​ນີ້​ຄັກ​ກວ່າ​ແຫ່ງ​ອື່ນ​ຫຼາຍ.ຂ້ອຍ​ຮູ້ສຶກວ່າ,ມາ​ທ່ຽວ​ເທື່ອ​ນີ້ ກຸ້ມ​ຄ່າແທ້."

ໃນ​ປະ​ຫວັດ​ສາດ,​ວັດ​ຊົງ​ເຊີ້ງ​ແມ່ນ​ສູນ​ການ​ເຄື່ອນ​ໄຫວ​ພຸດ​ທະ​ສາສະ​ໜາ​ຢູ່​​ເຂດ​ພາກ​​ໃຕ້​ຈີນ​ຈົນກະ​ທັ້ງ​ໃນ​ເຂດ​ແຄວ້ນ​ອາຊີ​ອາຄະ​ເນຕະ​ຫຼອດ​ມາ,ຖືກ​ພຸດ​ທະ​ສາສະ​ນິກະ​ຊົນ​ໃນ​ເຂດ​ແຄວ້ນ​ອາຊີ​ອາຄະ​ເນ​ເອີ້ນ​ເປັນ"ນະ​ຄອນ​ພຸດ​ທະ​ສາສະ​ໜາ".​ໃນ​ພິທີ​ເບີກ​ພະ​ເນດພະ​ພຸດທະ​ຮູບທີ່​ຈັດ​ຂຶ້ນ​ຢູ່​ໃນ​ວັດ​ຊົງ​​ເຊີ້ງ,ພະ​ສົງ 108 ອົງ​ທີ່​ມາ​ຈາກ​ຈີນ ລາວ ສ.​ເກົາ​ຫຼີ ສິງກະ​ໂປ ອິນ​ໂດ​ເນ​ເຊຍ ຍີ່ປຸ່ນ ​ໄທ ມຽນມາ ​ຫວຽດນາມ​ແລະ​ກຳປູ​ເຈຍ​​ໄດ້ສູດ​ມົນ​ເທດ​ສະໜາ​,ກຳ​ກັບ​ທຳ​ມະ​ການ​ຕ່າງໆ,​ເບີກ​ພະ​ເນດ​ພະ​ພຸດທະ​ຮູບ​​ໃຫ້​ວັດ​ຊົງ​​ເຊີ້ງ.ນັກ​ຂ່າວ​ໄດ້​ເຫັນ​ວ່າ,​ໃນ​ພິທີ​ເບີ​ກພະ​ເນ​ດ ພະສົງ​ທັງ​ຫຼາຍ​ສູດ​ມົນ ທັງ​ເອົາ​ກິ່ງ​ໄມ້​ຈຸ່ມ​ໃສ່​ນ້ຳຊິ​ດ​ໃສ່​ຫໍສິມ​ແລະ​ທ້ອງ​ຟ້າ​,ໝາຍ​ເຖິງ​ຄວາມ​ເປັນ​ສິລິ​ມຸງ​ຄຸນ​ແລະ​ສັກ​ກາ​ລະ​ບູຊາ.​ເມື່ອ​ສູດ​ມົນ​ແລ້ວ,​ພະ​ສົງ​ອວ່າຍ​ໜ້າ​ໃສ່​ພະ​ພຸດທະ​ຮູບ,​ໃຊ້​ແວ່ນ​ທີ່​ກຽມ​ໄວ້​ລ່ວງ​ໜ້າ​ມາປິ້ນ 365 ອົງ​ສາ,​ໝາຍ​ເຖິງ​ພິທີ​ເບີກພະ​ເນ​ດ​ໄດ້ສຳ​ເລັດ​​ແລ້ວ.
1  2  3  4