ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 16:21:32    
ໄປ​ທ່ຽວ​ວັດ​ຊົງ​​ເຊີ້ງ​ກິ່ງ​ແຂວງຕ້າ​ຫຼີ

cri Author: da


ທ່ານ​ແຈັກ​ເຊິ​ນ​ເວົ້າວ່າ,​ເພິ່ນ​ກັບ​ເມຍ​ພ້ອມ​ລູກ​ຊາຍ​ອາຍຸ 6 ປີ​ມາ​ທ່ຽວ​ກິ່ງ​ແຂວງຕ້າ​ຫຼີນຳ​ກັນ.​ເມື່ອ​ມາ​ຮອດ​ແຫ່ງ​ນີ້,ພໍ​ດີ​ມີ​ພິທີ​ເບີກພະ​ເນ​ດ​ໃນ​ວັດ​ຊົງ​​ເຊີ້ງ,​ເຂົາ​ເຈົ້າກໍ​ມາ​ເຂົ້າຮ່ວມ​ໂລດ.ທ່ານ​ເວົ້າວ່າ,ວັດ​ຊົງ​ກວ່າ​ງຖືກ​ສ້າງ​ໃໝ່​ຢູ່​ບ່ອນ​ເກົ່າ,​​ແມ່ນ​ລັດຖະບານ​ໄດ້​ເຮັດບຸນກຸສົນ​ໃຫ້​ແກ່​ພຸດທະສາສະ​ນິກະ​ຊົນອັນ​ໄພສານ.ທ່ານ​ເຊື່ອ​ວ່າ ຄຽງຄູ່​ກັບການຈັດ​ພິທີ​ເບີກພະ​ເນ​ດ,ວັດ​ຊົງ​​ເຊີ້ງທີ່​ມີ​ປະຫວັດ​ພັນ​ປີ​ຈະ​ສະຫງ່າ​ລາສີ​ຄື​ນ​ໃໝ່.

ທ່ານ​ຜູ້ຟັງ​ທີ່​ເຄົາລົບ,ຖ້າ​ທ່ານ​ຢາກ​ມາ​ທ່ຽວ​ວັດ​ຊົງ​​ເຊີ້ງ​ກິ່ງ​​ແຂວງ​ຕ້າ​ຫຼີ,ທ່ານພັກ​ຢູ່​​ເມືອງ​ກູ​ເສີງ​ຈະ​ສະດວກ​ກວ່າ.ຢູ່​ເມືອງ​ກູເສີງມີ​ໂຮງ​ແຮມ​ລະດັບ​ຕ່າງ​ກັນ,ບາງ​ແຫ່ງ​ແມ່ນ​ໂຮງ​ແຮມ​ທີ່​ສ້າງ​ຕາມ​ລັກສະນະ​ເຮືອນ​ຢູ່​ປະຊາຊົນ​ເຜົ່າ​ຂາວ,ລາຄາ​ບໍ່​ແພງ.ຢູ່​ເມືອງ​ກູ​ເສີງ​ກິ່ງ​ແຂວງຕ້າ​ຫຼີມີ​ຖະໜົນ​ທີ່​ເນັ່ງ​ຈາກທິດ​ເໜືອ​ໄປ​ທິດ​ໃຕ້,ຢູ່​ສອງ​ຟາກ​ຖະໜົນ​ແມ່ນ​ຮ້ານ​ຄ້າ​ທີ່​ຂາຍ​ເຄື່ອງ​ຫີນ ​ເຄື່ອງ​ຍ້ອມ​ແລະ​ເຄື່ອງ​ສານ​ດ້ວຍ​ຫຍ້າ ​ແລະ​ຮ້ານ​ອາຫານ​ເຜົ່າຂາວ​ທີ່​ມີ​​ເອກະລັກ​ທີ່​ສຸດ.ຢູ່​ໃນ​ເມືອງ​ຈະ​ໄດ້​ເຫັນ​ເຮືອນ​ຢູ່​​ແບບ​ດັ້ງເດີມ​ຂອງ​ເຜົ່າຂາວທີ່​ເກົ່າ​ແກ່​ສວຍ​ງາມ,ຂີ່​ລົດ​ຕັກ​ຊີ​ຈາກ​ເມືອງ​ກູ​ເສີງ​ປະມານ 5 ນາທີ​ກໍ​ໄປ​ຮອດ​ວັດ​ຊົງ​​ເຊີ້ງ,ຖ້າ​ຍ່າງ​ໄປ​ວັດ​ຊົງ​ເຊີ້ງ,ກໍ່​ໃຊ້​ເວລາ​ພຽງ​ແຕ່​ເຄິ່ງຊົ່ວ​ໂມງ​ເທົ່າ​ນັ້ນ,ຍັງ​ສາມາດ​ທ່ຽວ​ຊົມ​ເຮືອນ​ຢູ່​​ເຜົ່າ​ຂາວ​ແລະ​ເລາະ​ທ່ຽວຮ້ານຂາຍຂອງ​​ພື້ນເມືອງ​ກິ່ງຕ້າ​ຫຼີ​ໄດ້​ອີກ.
1  2  3  4