ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 16:21:32    
ໄປ​ທ່ຽວ​ວັດ​ຊົງ​​ເຊີ້ງ​ກິ່ງ​ແຂວງຕ້າ​ຫຼີ

cri Author: da


ແມ່​ເຖົ້າຫຼີຢິ່ງ​ ອາຍຸ 65 ປີ ແມ່ນພຸດທະ​ສາສະ​ນິກະ​ຊົນທີ່​ສັດທາ,​ເພື່ອ​ເຂົ້າຮ່ວມ​ພິທີ​ເບີກພະ​ເນ​ດຢູ່​ວັດ​ຊົງ​ເຊີ້ງຕາມ​ເວລາ,​​ເມື່ອ​ສອງ​ມື້ກ່ອນ ເພິ່ນ​ກໍໄດ້​ຂີ່​ຍົນ​ມາ​ຮອດ​ກິ່ງ​ແຂວງຕ້າ​ຫຼີ.​ເພິ່ນ​ເວົ້າຢ່າງ​ຕື້ນ​ຕັນ​ໃຈ​ວ່າ,ການທີ່​ສາມາດ​ເຂົ້າຮ່ວມ​ພິທີ​ເບີກພະ​ເນ​ດທີ່​ໃຫຍ່​ໂຕມະ​ໂຫລານ,ທັງ​ຍັງສາມາດ​ເຫັນ​ພະ​ສົງ​ຈາກ​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ​ນັ້ນ​ແມ່ນ​ເລື່ອງ​ມີ​ບຸນ​ກຸສົນ​ສູງ​ຫຼາຍ.

"ສາມາດ​ເຫັນ​ພະ​ສົງ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຫຼາຍ​ປານ​ນີ້,ຍັງ​ເຫັນ​ປະທານ​ສະມາຄົມ​ພຸດທະ​ສາສະໜາ​ຈີນ,ຂ້ອຍ​ຮູ້ສຶກ​ມີ​ກຽດ​ຫຼາຍ.ສາມາດ​ຖ່າຍຮູບ​ກັບ​ພະ​ສົງ​ເຫຼົ່າ​ນີ້,ຂ້ອຍ​ຮູ້ສຶກ​ມີ​ຄວາມສຸກ​ຫຼາຍ,ສາມາ​ດເຂົ້າຮ່ວມ​ພິທີ​ດັ່ງກ່າວ ຈັ່ງ​ແມ່ນ​ດີ​ແທ້​ດີ​ວ່າ."

ນັກ​ທ່ອງ​ທ່ຽວເຂົ້າຊົມ​ວັດ​ຊົງ​​ເຊີ້ງຢ່າງ​ບໍ່​ຂາດ​ສາຍ,​ໄດ້​ຍິນພາສາ​ທ້ອງ​ຖິ່ນ​ຕ່າງໆ,ຫຼຽວ​ເບິ່ງທິວ​ທັດ​ສວຍ​ງາມ​ຢູ່​ອ້ອມ​ວັດ​ຊົງ​ເຊີ້ງ,ນັກ​ຂ່າວ​ໄດ້​ລົມ​ກັບ​ທ່ານ​ໄມ​ກ໌ ​ແຈັກ​ເຊິ​ນ ທີ່​ມາ​ຈາກ​ໄຊ​ປຼັສ.ທ່ານ​ແຈັກ​ເຊິ​ນ​ເລົ່າຄວາມ​ຮູ້ສຶກ​ຕໍ່​ການທ່ຽວ​ຊົມ​ວັດ​ແຫ່ງ​ນີ້​ສູ່​ນັກ​ຂ່າວ​ຟັງ​ວ່າ:

"ວັດ​ນີ້​ງາມ​ຫຼາຍ,ຂ້ອຍ​ຮູ້ສຶກ​ຕື່ນ​ຕາ​ຕື່ນ​ໃຈ​ທີ່​ສຸດ,ມັນ​ກວ້າງ​ໃຫຍ່​ຫຼາຍ.ຂ້ອຍ​ແມ່ນ​ມາ​ທ່ຽວ​ເມືອງ​ນີ້​ເທື່ອ​ທຳ​ອິດ,​ແຕ່​ມາ​ຈີນ 5 ​ເທື່ອ​ແລ້ວ.​ເມຍ​ຂ້ອຍ​ເຄີຍ​ເລົ່າ​ເລື່ອງ​ວັດ​ນີ້​ສູ່​ຂ້ອຍ​ຟັງ,​ເມຍ​ຂ້ອຍ​ແມ່ນ​ຄົນ​ຈີນ.ວັດ​ນີ້​ເຮັດ​ໃຫ້​ຄົນຮູ້​ສຶກສະບາຍ​ຫຼາຍ."
1  2  3  4