ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 15:58:34    
ຊົມ​ເຊີຍ​ອາ​ຊຽນ ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8

cri Author: sayvanny

ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8 ທີ່​ຈັດ​ເປັນ​ເວ​ລາ​ອາ​ທິດ​ຫນຶ່ງ​ນັ້ນ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 31 ສິງ​ຫາ​.​

ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ແມ່ນ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ພາກ​ພື້ນ​ ​ທີ່​ຈັດ​ຂຶ້ນ​ຢູ່​ຈີນ​ເທື່ອ​ທຳ​ອິດ, ​ປີ 1998 ຮອດ​ປັດ​ຈຸ​ບັນ​ໄດ້​ຈັດ​ຂຶ້ນ 8 ຄັ້ງ​ແລ້ວ. ​ຈຸດ​ປະ​ສົງ​ການຈັດ​ງານ​ມະ​ຫະ​ກຳ​ກໍ່​ແມ່ນ​ເພື່ອ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ກັນ, ​ລົງ​ເລິກ​ມິດ​ຕະ​ພາບ,ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,​ແລະ​ພ້ອມ​ກັນ​ພັດ​ທະ​ນາ.ງານ​ນີ້​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ລັດ​ຖະ​ບານ​ແລະ​ວົງ​ການ​ສິນ​ລະ​ປະ​ກຳ​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ.ສີນ​ລະ​ປະ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ​ໄດ້​ສະ​ແດງ​ຄົ້ນ​ຄວ້າ ຊົມ​ໃຊ້ຢູ່​ແຫ່ງ​ນີ້, ​ແລ້ວ​ກາຍ​ເປັນຄື​ກັບ​ກ້ອງ​ພາບ​ລານ​ຕາ​ດ້ານ​ສິນ​ລະ​ປະ​ອາຊີ​ທີ່​ມີ​ຫລາກ​ຫລາຍ​ສັນ,​ແລະ​ຄ່ອຍໆ​ກາຍ​ເປັນ​ເວທີ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນດາ​ປະ​ເທດ​ອາ​ຊີ.


ປີ​ນີ້​ແມ່ນ​ປີ​ຈີນ​ອາ​ຊຽນ​ສ້າງ​ການ​ພົວພັນ​​ເປັນ​ປະ​ເທດຄູ່​​ເຈ​ລະ​ຈາ​ຄົບ ຮອບ 15 ປີ,​ເດືອນ​ທັນ​ວາ​ປີ​ກາຍ​ນີ້, ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ​ກັບ​ຈີນຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ຄັ້ງ​ທີ 9 ທີ່​ມາ​ເລ​ເຊຍ,ທ່ານ​ນາ​ຍົກ ລັດ​ຖະ​ມົນ​ຕີ​ເວີນ​ເຈ່ຍ​ປາວ​ໄດ້​ສະ​ເຫ​ນີ​ວ່າ, ຈະ​ຈັດ​ສັບ​ປະ​ດາ​ວັດ​ທະ ນະ​ທຳ​ອາ​ຊຽນ​ທີ່​ຖື​ການ​ສະ​ແດງ​ເຄື່ອງ​ຫັດ​ຖະ​ກຳ​ດັ້ງ​ເດີມ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ໄລ​ຍະ​ຈັດ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ​ 8 ​ຢູ່​ຈີນ​ໃນ​ປີ 2006,​ແລ​ະຈັດ​ຊຸດ​ອົບ​ຮົມ​ການ​ຮ່ວມ​ມື​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ອາ​ຊຽນ+3.​ເມື່ອ​ທຽບ​ກັບ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ 7 ຄັ້ງ​ກ່ອນ,ບໍ່​ວ່າ​ໃນ​ລະດັບ​ແລະ​ໃນ​ດ້ານ​ເນື້ອ​ໃນ, ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ຄັ້ງນີ້​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ​ໃຫມ່​.

1  2  3  4