ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 15:58:34    
ຊົມ​ເຊີຍ​ອາ​ຊຽນ ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8

cri Author: sayvanny

ທ່ານ​ເວົ້າ​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ສັນ​ຍາ​ລັກ​ແຫ່ງ​ຊາດ​ນັ້ນ​ຈະ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ແລະ​ພັດ​ທະ​ນາ​ຕື່ມ​ອີກ, ສິ່ງ​ທີ່​ເກົ່າ​ແກ່​ແລະ​ດັ້ງ​ເດີມ​ເຫລົ່າ​ນັ້ນ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ທັນ​ສະ​ໄຫມ​ແລະ​ຊີວິດ​ການ​ເປັນ​ຢູ່​ທັນ​ສະ​ໄຫມ​ແລ້ວ​ຈິ່ງ​ກາຍ​ເປັນ​ວັດ​ທະ​ນະ​ທຳ​ທີ່​ມີ​ຊີ​ວິດ​ຊີວາ​ໄດ້.


ວັດ​ທະ​ນະ​ທຳ​ແມ່ນ​ມໍ​ລະ​ດົກ​​ແຫ່ງ​ຊາດ, ກໍ່​ແມ່ນ​ອະ​ນາ​ຄົດ​ຂອງ​ຊາດ. ​ແຕ່​ມື້​ທຳ​ອິດ​ເປັນ​ຕົ້ນ​ມາ, ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາຊີ​ກໍ່​ໄດ້ທຸ່ມ​ເຫື່ອ​ເທ​ແຮງ​ເຂົ້າ​ໃນ​ການ​​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຊົມ​​ໃຊ້​ວັດ​ທະ​ນະ​ທຳ​ຂອງ​ໃຜ​ລາວ​ລະ​ຫວ່າງ​ປະ​ຊາ​ຊົນ​ອາ​ຊີ​ແລະ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ການ​ສົນ​ທະ​ນາ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ຕ່າງ​ກັນ.​ບົນ​ເວທີ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8, ສິນ​ລະ​ປະ​ພື້ນ​ເມືອງ​ແລະ​ທັນ​ສະ​ໄຫມ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ສະ​ແດງ​ຕໍ່​ຄົນ​ທັງ​ຫລາຍ​ເຫັນ​ດ້ວຍ​ລັກ​ສະ​ນະ​ຊົນ​ເຜົ່າ,​ແລະ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຕໍ່​ໄປ​ພາ​ຍຫນ້າ.

ທ່ານ​ວາງ​ເຊີນ ​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ເວົ້າວ່າ:

ວັດ​ທະ​ນະ​ທຳ​ແມ່ນ​ພະ​ລັງ​ທີ່​ແອບ​ແຝງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ​ປະ​ເທດ​ຫນຶ່ງ, ກຳ​ລັງ​ຫນູນ​ຫລັງ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສ່ວນ​ຫລາຍ​ແມ່ນ​​ວັດ​ທະ​ນະ​ທຳ​ເປັນ​ພື້ນ​ຖານ.ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຜ່ານ​ການຈັດ​ງານ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ມາ​ສະ​ຫລຸບ​ຜົນ​ງານ​ຂອງ​ຈີນ​ແລະ​ອາ​ຊຽນ​ໃນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ໃນ 15 ປີ​ຜ່ານ​ມາ.​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນກໍ່​ຄື​ບັນ​ດາ​ປະ​ເທດ​ອາ​ຊີ, ​ເພື່ອ​​ເພີ່ມ​ກຳ​ລັງ​ແຮງ​ຖາ​ວອນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ແບບ​ຍືນ​ຍົງ​ຂອງ​ຈີນ ອາຊີ​​ແລະ​ຂອງ​ທົ່ວ​ໂລກ.


1  2  3  4