ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 15:58:34    
ຊົມ​ເຊີຍ​ອາ​ຊຽນ ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8

cri Author: sayvanny

ງານ​ມະ​ຫາ​ກຳ​ສິນ​ລະ​ປະ​ອາ​ຊີ​ປີ​ນີ້,​​ໃນ​ດ້ານ​ການ​ສະ​ແດງ​ເທິງ​ເວ​ທີ,ມີ​ການ​ສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ​ຊົມ​ເຊີຍ​ອາ​ຊຽນ​ທີ່​ມີ​ສິນ​ລະ​ປິນ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ພ້ອມ​ກັນ​ສະ​ແດງ​ໃນ​ຕອນ​ຄ່ຳ​ວັນ​ທີ 31 ສິງ​ຫາ​ແລະ​ວັນ​ທີ 1 ກັນຍາ, ມີ​ລາຍ​ການ​ອຸ​ດົມ​ສົມ​ບູນ​ຄື ການ​ເສບ​ເຄື່ອງ​ດົນຕີ​ຊົນ​ເຜົ່າ​ຂອງ​ບຼູ​ໃນ ລາວ​ແລະ​ມຽນມາ, ສິນ​ລະ​ປິນ​ໄທ​ຮ້ອງ​ເພງ​ພື້ນ​ເມືອງ​ແລະ​ສະ​ແດງ​ການ​ຟ້ອນ, ການ​ສະ​ແດງ​ຈຳ​ເພາະ​ເພື່ອ​ສະ​ເຫລີມ​ສະ​ຫລອງ​ຈີນ​ລາວ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຄົບ​ຮອບ 45 ປີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກັນຍາ​ກໍ່​ຈະ​ເຮັດ​​ໃຫ້​ຜູ່​ຊົມ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໄດ້​ຮູ້​ຈັກ​ສິນ​ລະ​ປະ​ຊົນ​ເຜົ່າ​ຂອງ​ລາວ​ຢ່າງ​ກວ້າງ ຂວາງ​ແລະ​ເລິກ​ເຊິ່ງ;ສ່ວນ​ງານ​ວາງ​ສະ​ແດງ​ສິນ​ລະ​ປະ​ອາ​ຊຽນ​ທີ່​ໃສ່​ຊື່ວ່າ​ມະ​ຫັດ​ສະ​ຈັນ​ອາ​ຊີ​ຈະ​ວາງ​ສະ​ແດງ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ແລະ​ຈຸດ​ພິ​ເສດ​ປະ​ຫວັດ​ສາດ​ຂອງ​ບັນ​ດາ​ປະ​ເທດ​ຄື ​​ແຜ່ນ​ແພ,​ເຄື່ອງ​ທ່າ​ສີ​ນ້ຳ​ມັນ,​ເຄື່ອງ​ນຸ່ງ​ຂອງ​ຖື,​ໄມ້​ຄວັດ,​ເຄື່ອງ​ຫລິ້ນ​ພື້ນ​ເມືອງ,​ເຄື່ອງ​ປັ້ນ​ດິນ​ເຜົາ,​ເຄື່ອງ​ຄຳ​ແລ​ະ​ເງິນ,ຮູບ​ຫນັງ,​ເຄື່ອງ​ຈັກ​ສານ,​ເຄື່ອງ​ຖັກ​ແສ່ວ,​ແລະ​ຫນ້າ​ກາກ​ເປັນ​ຕົ້ນ.

ວິຈິດ​ຕະ​ກຳ​ອາ​ຊີ​ໄດ້​ສະ​ແດງເຖິງ​ໂສມ​ຫນ້າ​ທີ່​ມີ​ລັກ​ສະ​ນະ​ພູມ​ສາດ​ໂດຍ​ລວມ,​ໃນ​ດ້ານ​ຈຸດ​ພິ​ເສດ​ຮູບ​ຊົງ, ຮູບ​ການ,ພາສາ​ແລະ​​ຄວາມ​ງາມ​ເປັນຕົ້ນ,​ ລ້ວນ​ແຕ່​ມີ​ຈຸ​ດພິ​ເສດ​ອັນ​ພົ້ນ​ເດັ່ນ. ​ໃຕ້​ການ​ຄ້ຳ​ຊູ​ຂອງ​ວັດ​ທະ​ນະ​ທຳ​ແລະ​ເສດ​ຖະ​ກິດ​ຂອງ​ອາຊີ, ​ຫໍ​ວິ​ຈິດ​ຕະ​ກຳ​ຂອງ​ອາ​ຊີ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ວິ​ຈິດ​ຕະ​ກຳ​ອາຊີ​ໃນ​ດ້ານ​ໂຮມ,ວາງ​ສະ​ແດງ​ແລະ​ຄົ້ນ​ຄວ້າ.​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາຊີ​ໃນ​ຂົງ​ເຂດ​ວິຈິດ​ຕະ​ກຳ, ງານ​ສິນ​ລະ​ປະ​ອາຊີ​ຄັ້ງນີ້,​ໄດ້​ຈັດ​ເວທີ​ປາ​ໃສ​ຂອງ​ຫົວ​ຫນ້າ​ຫໍ​ວິຈິດ​ຕະ​ກຳ​ອາ​ຊຽນ +3 ຄັ້ງ​ປະ​ຖົມ​ມະ​ເລີກ​ໃນ​ວັນ​ທີ 31 ສິງ​ຫາ, ​ເຈົ້າ​ຫນ້າ​ທີ່​ວັດ​ທະ​ນະ​ທຳ​ແລະ​ຫົວ​ຫນ້າ​ຫໍ​ວິ​ຈິດ​ຕະ​ກຳ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ຈີນ ຍີ່​ປຸ່ນ​ ​ສ.​ເກົາ​ຫລີ​ໄດ້​ຄົ້ນ​ຄວ້າ​ຫາລື​ສະ​ພາບ​ການ​ປະ​ຈຸ​ບັນ​ແລະ​ການ​ພັດ​ທະ​ນາ​ຂອງ​ວິຈິດ​ຕະກຳ​ອາຊີ​ໃນ​ສະ​ໄຫມ​ປັດ​ຈຸ​ບັນ,​ແລກ​ປ່ຽນ​ບົດ​ຮຽນ​ຂອງ​ຫໍ​ວິຈິດ​ຕະ​ກຳ​ຕ່າງໆ​ໃນ​ດ້ານ​ການ​ເຕົ້າ​ໂຮມ ວາງ​ສະ​ແດງ​ແລະ​ຄົ້ນ​ຄວ້າ,​ເພື່ອ​ສ້າງ​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ,ຊຸກ​ຍູ້​ຫໍ​ວິ​ຈິດ​ຕະ​ກຳ​ອາຊີ​ພ້ອມ​ກັນ​ພັດ​ທະ​ນາ.

ທ່ານ​ວາງ​ເຊີນ ​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ແນະ​ນຳ​ວ່າ, ​ເມື່ອ​ທຽບ​ກັບ​ທຸກ​ຄັ້ງທີ່​ຜ່ານ​ມາ, ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາຊີ​ຄັ້ງ​ທີ 8 ​ໄດ້​ເພີ່ມ​ມາດ​ຕະ​ຖານ​ຂອງ​ສິນ​ລະ​ປະ​ທັນ​ສະ​ໄຫມ​ຢ່າງ​ຫລວງ​ຫລາຍ,​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​ມີ​ໂອ​ກາດ​ໄດ້​ຮູ້​ເຖິງ​ທ່ວງ ທ່າ​ໃຫມ່​ຂອງ​ສິນ​ລະ​ປະ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ.ອິນ​​ໂດ​ເນ​ເຊຍ​ແລະ​ຫວຽດນາມ​ຈະ​ຮ້ອງ​ເພງ​ສະ​ໄຫມ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ​ຕົນ​, ສິງກະ​ໂປ​ແລະ​ມາ​ເລ​ເຊຍ​ໄດ້ຈະ​ແຕ່ງ​ຄະນະ​ຟ້ອນ​ທັນ​ສະ​ໄຫມ​ຊັ້ນ​ຍອດ​ຂອງ​ປະ​ເທດ​ຕົນ​ມາ​ສະ​ແດງ​ຢູ່​ຈີນ​ເປັນ​ຄັ້ງ​ທຳ​ອິດ.ງານ​ວາງ​ສະ​ແດງ​ວິ​ຈິດ​ຕະ​ກຳ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ທີ່​ຫໍ​ວິ​ຈິດ​ຕະກຳ​ສິງກະ​ໂປ​ສະ​ສົມ​ນັ້ນ​ກໍ່​ໄດ້​ກວມ​ລວມ​ຜົນ​ງານ​ພື້ນ​ເມືອງ​ແລະ​ທັນ​ສະ​ໄຫມ.

1  2  3  4