ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 15:58:34    
ຊົມ​ເຊີຍ​ອາ​ຊຽນ ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8

cri Author: sayvanny

​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI, ທ່ານ​ວາງ​ເຊີນ ​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ທີ່​ຮັບ​ຜິດ​ຊອບ​ການ​ກະ​ກຽມ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງທີ 8 ​ເວົ້າວ່າ:

ເມື່ອ​ທຽບ​ກັບ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາຊີ​ຄັ້ງທີ 8 ​ໄດ້​ມີ​ການ​ປ່ຽນ​ແປງ​ໃຫມ່ 3 ອັນ,ກ່ອນ​ອື່ນ​ແມ່ນ​ໄດ້​ເຮັດ​ໃຫ້​ຫົວ​ຂໍ້​ພົ້ນ​ເດັ່ນ​ອອກ,ປີ​ນີ້​​ແມ່ນ​ປີ​ຈີນ​​ອາ​ຊຽນ​ສ້າງ​ການ​ພົວ​ພັນ​​ເປັນ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 15 ປີ, ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາຊີ​ຄັ້ງ​ນີ້​ໄດ້​ເອົາ​ອາ​ຊຽນ​ເປັນ​ພາກ​ພື້ນ​ຕົ້ນ​ຕໍ,​ເນື້ອ​ໃນ​ສຳ​ຄັນ​ກວ່າ​ຫມູ່​ກໍ່​ແມ່ນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ອາ​ຊຽນ. ຈຸດ​ພິ​ເສດ​ອັນ​ທີ​ສອງ​ແມ່ນ​ມີ​ລັກ​ສະ​ນະ​ວິ​ຊາ​ການ,​ ແຕ່​ກ່ອນ, ງານ​ມະ​ຫະ​ກຳ ສິນ​ລະ​ປະ​ອາ​ຊີ​ແມ່ນ​ຖື​ການ​ສະ​ແດງ​ແລະ​ການ​ວາງ​ສະ​ແດງ​ເປັນ​ຕົ້ນ​ຕໍ, ​ເທື່ອ​ນີ້​ຈະ​ຈັດ​​ເວທີ​ປາ​ໃສ​ຂອງ​ຫົວ​ຫນ້າ​ຫໍ​ວິຈິດ​ຕະ​ກຳ​ອາ​ຊີ ທີ່​ເປັນ​ກອງ​ປະຊຸມ​ຫົວ​ຂໍ້​ສະ​ເພາະ​ອາ​ຊຽນ+3 ກໍ່​ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ວິ​ຈິດ​ຕະກຳ​. ນອກ​ນີ້,ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຜ່ານ​ຈາກ​ການ​ຈັດ​ຊຸດ​ຣົບ​ຮົມ​ການ​ຮ່ວມ​ມື​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະນຸດ​ດ້ານ​ວັດ​ທະ​ນະ​ທຳ ອາ​ຊຽນ+3 ​ໃນ​ງານ​ສິນ​ລະ​ປະ​ອາຊີ,​ເພື່ອ​ຍົກ​ລະດັບ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ 10 ປະ​ເທດ​ອາ​ຊຽນ​ແລະ ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ຈົນ​ກະ​ທັ້ງ​ທົ່ວ​ອາ​ຊີ​ຫລາຍ​ກວ່າ​ເກົ່າ​ໃນ​ຫລາຍ​ປີ​ຂ້າງ​ຫນ້າ​ນີ້,​ເຮັດ​ໃຫ້​ງານມະຫະກຳ​ສິນລະປະ​ນີ້​ຈະ​ໄດ້​ຂະ​ຫຍາຍ​ຕົວ​ຕໍ່​ໄປ.


ຫົວ​ຂໍ້​ຂອງ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາ​ຊີ​ຄັ້ງ​ທີ 8 ​ແມ່ນ​ຮ່ຳ​ຮຽນ​ເຊິ່ງ​ກັນ​ແລະ​ກັນ,ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ,ຈັດ 4 ກິດ​ຈະ​ກຳ​ຕາມ​ຮູບ​ການ​ສັບ​ປະ ດາ​ວັດ​ທະ​ນະ​ທຳ​ອາ​ຊຽນ​ຄື: ການ​ສະ​ແດງ​ສິນ​ລະ​ປະ​ຂະ​ຫນາດ​ໃຫຍ່​ທີ່​ມີ​ຫົວ​ຂໍ້ວ່າ​ຊົມ​ເຊີຍ​ອາ​ຊຽນ ​ເຊິ່ງ​​ແມ່ນ​ສິນ​ລະ​ປິນ​ອາ​ຊຽນ​ແລະ​ຈີນ​ພ້ອມ​ກັນ​ຈັດ​ຂຶ້ນ;​ເວທີ​ປາ​ໃສ​ຂອງ​ຫົວ​ຫນ້າ​ຫໍ​ວິ​ຈິດ​ຕະ​ກຳ​ອາ​ຊຽນ +3 ຄັ້ງ​ປະ​ຖົມ​ມະ​ເລີກ;ງານ​ວາງ​ສະ​ແດງ​ສິນ​ລະ​ປະ​ອາ​ຊຽນທີ່​ມີ​ຫົວ​ຂໍ້​ວ່າ:ມະ​ຫັດ​ອັດ​ສະ​ຈັນ​ອາ​ຊີ,ຊຸດ​ອົບ ຮົມ​ການ​ຮ່ວມ​ມື​ຊັບ​ພະ​ຍາ​ກອນ​ມະນຸດ​ດ້ານ​ວັດ​ທະ​ນະ​ທຳ​ອາ​ຊຽນ +3 ​ແລະ​ກອງ​ປະ​ຊຸມ​ຕາ​ຫນ່າງ​ວັດ​ທະ​ນະ​ທຳ​ອາຊີ​ຕາ​ເວັນ​ອອກ​ປະຈຳ​ປີ​ຄັ້ງ​ທີ​ສອງ. ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ອາ​ຊຽນ​ແມ່ນ​ກິດ​ຈະ​ກຳ​ທີ່​ເດັ່ນ​ກວ່າ​ຫມູ່ໃນ​ງານ​ມະ​ຫະ​ກຳ​ສິນ​ລະ​ປະ​ອາຊີ​ຄັ້ງ​ນີ້,ມັນ​ເປັນ​ໂອກາດ​ດີ​ທີ່​ສະ​ແດງ​ວັດ​ທະ​ນະ​ທຳ​ທີ່​ມີ​ຫລາກ​ຫລາຍ​ສີ​ສັນ​ແລະ​ມໍ​ລະ​ດົກ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ປະ​ເທດ​ຕ່າງໆ​ໃນອາ​ຊຽນ.

1  2  3  4