ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:02:57    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຢ່​ເມືອງູ​ເວີ້ນ​ຊ່ວນ: ພວກ​ເຮົາ​ລ້ວນ​ແຕ່​ແມ່ນ​ຄົນ​ເວີ້ນ​ຊວນ

cri
 ເປ​ຊວນ​ແມ່ນ​ເຂດ​ປະສົບ​ໄພ​ໜັກ​ຫນ່ວງ​ກວ່າ​ຫມູ່​ໃນ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້​ນຊວນ​ແຂວງ​ເສ​ສວນ​ເທື່ອ​ນີ້, ​ແຜ່ນດິນ​ໄຫວ​ເຮັດ​ໃຫ້​​ເມືອງ​ໄປ​ຊວນຖືກ​ທຳລາຍ​ຈົນ​ແຫລກ.ເຮືອນ​ຊານ​ເພພັງ​ກາຍ​ເປັນ​ຊາກ​ສະຫລັກ​ຫັກ​ພັງ.

ຄົນ​ທີ່​​ເຄີຍ​ໄປ​ບ່ອນ​ນັ້ນ​ເວົ້າວ່າ, ​ແຜ່​ນດິນ​ໄຫວ​ເຮັດ​ໃຫ້​ຫລັງ​ເຮືອນຖືກ​ຕັດ​ໄປ​ປະມານ​ເຄິ່ງ​ແມັດ​ຄື​ກັບ​ຝາ​ຫມໍ້,​ແລ້ວ​ສັ່ນ​ຄອນ​ພາກສ່ວນ​ທາງ​ລຸ່ມ​ຈົນ​ແຫລວ​ແຫລກ,ປີ້ນ​ຝາ​ຫມໍ້​ຂຶ້ນ​ແລ້ວ​ເອົາ​ດິນ​ຈີ່​ດິນຂໍ​ທີ່​ແຕກ​ຫັກ​ນັ້ນຖິ້ມ​ໃສ່​ໃນ​ຝາ​ຫມໍ້.

ເມືອງ​ໄປ​ຊວນມີ​ພູຜາ​ອ້ອມຮອບ,ມີ​ສາຍ​ນ້ຳ​ສາຍ​ຫນຶ່ງ​​ໄຫລ​ກ້ຽວ​ເມືອງ,ຈິ່ງ​ເຮັດ​ໃຫ້​ເມືອງ​ນີ້​ມີ​ອາກາດ​ສົດ​ໃສ.ຕາມ​ເລົ່າ​ລື​ກັນ​ວ່າ, ​ແຫ່ງ​ນີ້​ແມ່ນ​ບ່ານ​ເກີດ​ຂອງ​ຕ້າ​ອີ ຜູ່​ຍິ່ງ​ໃຫຍ່​ໃນ​ສະ​ໄຫມ​ບູຮານ​ຂອງ​ຈີນ.ຍ້ອນ​ວ່າ​ເງື່ອນ​ໄຂ​ທຳ​ມະ​ຊາດ​ດີ​ຫລາຍ,ອົງການ​ປົກຄອງ​ຂອງທ້ອງ​ຖີ່​ນນີ້​ຈິ່ງ​ໄດ້​ຕັ້ງປ້າຍ​ໂຄສະນາ​ທີ່​ຂຽນ​ວ່າ ບ້ານ​ເກີດ​ຂອງ​ຕ້າ​ອີ,​ເມືອງ​ໄປ​ຊວນ​ທີ່​ສົດ​ໃສ​ຢູ່​ສອງ​ຟາກ​ທາງ.​ເຂົາ​ເຈົ້າ​ໄດ້​ພິມ​ຫມີ​ແພນ​ດາ​ແລະ​ປະ​ເພນີ​ເຜົ່າ​ຈ່ຽງ ຄື​ສອງ​ຈຸດ​ພິ​ເສດ​ຂອງ​ເມືອງ​ໄປ​ຊວນ​ໃສ່​ປ້າຍ​ໂຄສະນາ.​ແຕ່​ດຽວ​ນີ້ ປ້າຍ​ໂຄສະນາ​ໃຫຍ່ໆ​ທີ່​ຕັ້ງຢູ່​ສອງ​ຟາກ​ທາງ​ທີ່ຕ້ອງ​ຜ່ານ​ໃນ​ເວລາ​​ເຂົ້າ​ເມືອງ​​ເປ​ຊວນ​,​ໄດ້​ຖືກ​ສັ່ນ​ສະ​ເທືອ​ນຈົນ​ເກືອບ​ລົ້ມ.

​ເມືອງ​ນ້ອຍ​ທີ່​ຫ່າງ​ຈາກ​ເມືອງ​ໝຽນຢາງ​ແຂວງ​​ເສ​ສວນ​ບໍ່​ໄກ​ປານ​​ໃດ​ນີ້​ເຄີຍ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ມະຫາສານ​ເພື່ອ​ພັດທະນາ​ເສດຖະກິດ​ຂອງ​ຕົນ​ເອງ.​ແຕ່​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ບໍ່​ຮອດ​ສອງ​ນາທີ,​ໄດ້​ທຳລາຍ​​ເມືອງ​ນ້ອຍ​ທີ່​ສວຍ​ງາມ​ເມືອງ​ນີ້ປານ​ຫນ້າ​ກອງ.

​ໃນ​ເວລາກ່ອນ​ເກີດ​ແຜ່ນດິນ​ໄຫວ,ນັກຮຽນ​ໂຮງຮຽນ​ມັດທະຍົມ​​ເປຊວນ​ຫາ​ກໍ່​ຍ່າງ​ເຂົ້າ​ຫ້ອງ​ຮຽນ,​ເດັກນ້ອຍ​​​ໂຮງຮຽນອະນຸບານ​ພວມ​ນອນ​ເວັນ​ຢູ່.

ຮ້ານ​ຂາຍ​ເຄື່ອງ​ອາ​ໄຫລ່​ຢູ່​ແຄມ​ທາງ​ພວມຊື້ຂາຍ​ກັນ​ຕາມ​ປົກກະຕິ, ​ແຕ່​ຜູ່​​​ເປີດ​ປະຕູ​ເຂົ້າມານັ້ນບໍ່​ແມ່ນ​ຄົນ,ຫາກ​ແມ່ນກ້ອນຫິນ​ກ້ອນ​ໃຫຍ່ໆ​ທີ່​ກິ້ງ​ລາມາ​ຈາກ​ເທິງ​ພູ​ຍ້ອນ​ແຜ່ນດິນ​ໄຫວ.

ບໍ່​ມີ​ໃຜ​ຄາດ​ຄິດ​ເລີຍ​ວ່າ​ຈະ​ເກີດ​ແຜ່ນດິນ​ໄຫວ.​ຕາມ​ຖະຫນົນ​ຫົນທາງ​ຂອງ​ເມືອງ​​ເປ​ຊວນມີລົດ​ແລ່ນ​ໄປມາ​ຢ່າງ​ຫລວງຫລາຍ,​ຜູ່ຂັບ​ລົດ​ບໍ່​ທັນ​ເອົາ​ກະ​ແຈ​ລົດອອກ​ເທື່ອ​ກໍ່​ຕົກ​ສະ​​ເງິ້,ອ້າ​ປາກ​ຕາຄ້າງ,ພໍ​ຊວາດ​ຮູ້​ເມື່ອ, ກໍ່​ຟ້າວ​ປະ​ລົດ​ຖິ້ມ​ແລ້ວ​ປົບ​ຫນີ​ຈົນ​ບໍ່​ເອົາ​ຫົວຊາ​ນຳ​ລົດ​ອີກ.

ກ່ອນ​ເກີດ​ແຜ່ນດິນ​ໄຫວ 24 ຊົ່ວ​ໂມງ, ນັກຮຽນ​ແລະ​ຄູ​ສອນ​ຂອງ​​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​​​ເປ​ຊວນ​ຫາ​ກໍ່​ຈັດ​ງານ​ກິລາ​ຂະຫນາດ​ນ້ອຍ​ກັນ​ຢູ່, ຈຸດ​ປະສົງ​ແມ່ນ​ເພື່ອ​ຜ່ອນຄາຍຄວາມ​ເຄັ່ງ​ຕຶງ​ຍ້ອນ​ນັກຮຽນຈະ​ເສັງ​ເຂົ້າມະຫາວິທະຍາ​ໄລ.ຄູ​ຍັງ​ໄດ້​ຖ່າຍຮູບ​ໃຫ້​ພວກນັກຮຽນ,​ແລະ​​​ເອົາ​ເຂົ້າອິນ​ເທີ​ແນັດ​ຂອງ​ຕົນ.

1 2 3 4 5