ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:02:57    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຢ່​ເມືອງູ​ເວີ້ນ​ຊ່ວນ: ພວກ​ເຮົາ​ລ້ວນ​ແຕ່​ແມ່ນ​ຄົນ​ເວີ້ນ​ຊວນ

cri

ຫມົດ​ທຸກ​ຄົນກໍ່​ຮູ້​ວ່າ, ​ເມືອງ​​ໄປ​ຊວນ​ຢາກ​ຟື້ນ​ຟູ​ຄືນ​ໃຫ​ມ່, ກໍ່ຕ້ອງການ​ເວລາ​ຍາວ​ສົມຄວນ. ​ແຕ່​ສິ່ງ​ທີ່​ຄື​ກັບ​ໄດ້​ຢືນຢັນ​ຄຳ​ເວົ້າດັ່ງກ່າວ​ນັ້ນ​ແມ່ນ, ຕົ້ນ​ໄມ້​ຢູ່​ສອງ​ຟາກ​ທາງ​ຂອງ​ເມືອງ​ໄປ​ຊວນ​,​ເມື່ອ​ຜ່ານ​ໄພພິບັດ​ທີ່​ຫນັກຫນ່ວງ​​ເທື່ອ​ນີ້, ພວກ​ມັນຍັງ​ມີ​ຊີວິດຢູ່ຢ່າງ​ເຂັ້ມ​ແຂງ.

ຢູ່​ເຂດ​ໃຫມ່​ຂອງ​ໂຮງຮຽນ​​ເປ​ຊວນ, ​ເຖິງ​ວ່າ​ນັກຮຽນ​​ໄດ້​ເສຍ​ຊີວິດ​ໄປ​ແລ້ວ, ​ແຕ່​ທຸງ​ແດງ​ຫ້າ​ດາວ​ທີ່​ເຂົາ​ເຈົ້າເຫັນ​ທຸກ​ມື້ນັ້ນຍັງ​ປິວ​ສະບັດຢູ່​ເທິງ​ຍອດເສົາ​ຕາມ​​ເຄີຍ,​ເສົາ​ທຸງ​ບໍ່​ໄດ້​ລົ້ມ​ລົງ, ທຸງ​ຫ້າ​ດາວ​ຍັງ​​ແດງສົດ​ໃສ​ຄື​ເກົ່າ.

​ແຜ່ນດິນ​ໄຫວ​ແຮງ​ທີ່​ເຮັດ​ໃຫ້​ທົ່ວ​ໂລກ​ຕົກ​ໃຈນັ້ນ​ໄດ້​ຜ່ານ​ໄປ​ຫລາຍ​ມື້​ແລ້ວ,ການ​ຊອກ​ກູ້​ຜູ່​ລອດ​ຊີວິດ​ຢູ່​ແຫ່ງ​ນັ້ນພວມ​ດຳ​ເນີນຕໍ່​ໄປ, ຄົນ​ທັງຫລາຍ​ຍັງ​ຄົງ​ລໍຖ້າ​ໃຫ້​​ເກີດ​ຄວາມ​ອັດສະຈັນຂຶ້ນ​ອີກ.​​ກູ້​​ເອົາ​ຊີວິດຄົນ​ໄດ້​​ນັ້ນ​​ແມ່ນ​ເລື່ອງ​ຫນ້າດີ​ໃຈ,ຫນ້າ​ສັນລະ​ເສີນ, ສ່ວນ​ການ​ອຸທິດ​ເຫື່ອ​ແຮງ​ສະຕິ​ປັນຍາ​​ເພື່ອ​ການ​ກອບ​ກູ້​ຊີວິດ​ກໍ່ຫນ້າ​ເຄົາລົບ​ຫລາຍ​ເຊັ່ນ​ກັນ.

ທ່ານ​ຖານ​ຊຽນຊິວ ທ່ານ​ຈ່າງ​ມີ​ຢາ ທ່ານ​ເກົາ​ຊຽວຊາວ ທ່ານ​ອູ​ຈົ່ງ​ຫົງ ທ່ານ​ຕູ້​ເຈິ້ງ​ຊ່ຽງ​ແລະ​ຄູ​ສອນ​ທຸກ​ຄົນ, ​ໃນ​ເວລາ​ປະສົບ​​ໄພອັນຕະລາຍ​ພວກ​ເພິ່ນ​ໄດ້​ຄິດ​ເຖິງ​ນັກຮຽນ​ກ່ອນ,ຈົນ​ບໍ່​ຢ້ານ​ຄວາມ​ຕາຍ.

ທ່ານ​ຫ້າວ​ຊິ່ງຈຸນ ​ແພດ​ຂອງ​ເມືອງ​​ນານ​ປ້າ​ເມືອງ​ຜິ​ງອູ​ແຂວງ​ເສ​ສວນ​ແລະ​ນາງ​ວາງ​ວານ​ມິນ ​ເລຂາ​ຄະນະ​ພັກ​ຕາ​ແສງຊ້ຽງ​ເອີ​ເມືອງ​ຕູ່​ຈ່ຽງອ້ຽນ,​ພວກ​ເພິ່ນ​ຜູ່​ຫນຶ່ງ​ໄດ້​ຍິນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ລູກ​ສາວ​ອາຍຸ 6 ປີ​ທີ່​ຖືກ​ຝັງ​ຢູ່​ໃຕ້​ຊາກ​ອາຄານ, ຜູ່​ຫນຶ່ງ​​ໄດ້​ຍິນ​ສຽງແມ່​ທີ່​ຍັງ​ມີ​ຫວັງ​ຢູ່​ລອດ​ທີ່​ຢູ່​ກອ້ງ​ເຮືອນູ​ທີ່​ເພພັງ, ​ແຕ່​​ເຂົາ​ເຈົ້າ​ໄດ້​ເລືອກ​ເອົາ​ການ​ປະລະ​ຄອບຄົວ​ຂອງ​ຕົນ​ເອງ​ເພື່ອກູ້​ເອົາ​ຄົນ​​ໃຫ້ຫລາຍ​ກວ່າ​ເກົ່າ,​ເລືອກ​ເອົາ​ການ​ເສຍສະຫລະ​ຄອບຄົວ​ຕົນ​ເອງ​ເພື່ອ​ຜູ່​ອື່ນ​ກ່ອນ.

​ເມື່ອ​ໄດ້​ເຫັນ​ມີ​ຄົນ​ຖືກ​ຝັງ​ຢູ່​ໃຕ້​ຊາກ​ອາຄານ​ໂຮງຮຽນ, ນັກຮົບ​ທີ່​ໄດ້​ກູ້​ໄພ​ເປັນ​ເວລາ​ຫລາຍ​ມື້​ຫລາຍ​ຄື່ນ​ຢູ່​ເມືອງ​ມຽນຈູ​ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​​ໃຫ້ປ່ຽນ​ຄົນ​ໃຫມ່​ມາ​ກູ້​ໄພ,​ເຂົາ​ເຈົ້າ​ໃຜ​ກໍ່​ບໍ່​ຍອມຖອນ​ຫນີ, ມີ​ນັກຮົບ​ຫລາຍ​ຄົນຈົນ​ຄຸ​ເຂົ່າ​ລົງ​ຮ້ອງ​​ໄຫ້​ວ່າ:ຂ້ອຍ​ຂໍ​ຊ່ວຍອີກ​ຜູ່​ຫນຶ່ງ,​ໄດ້​ບໍ່?

​ແພດຜູ່​ຫນຶ່ງ​ຂອງຄລິ​ນິກ​ເອກະ​ຊົນ​ໃນ​ຊົນນະບົດ​ໄດ້​ບໍລິຈາກ​ຢາ​ທັງ​ຫມົດ​ຂອງ​ຕົນ​ເອງ,​ເຈົ້າຂອງ​ຮ້ານ​ຂາຍ​ເຂົ້າ​ໄດ້​ບໍລິຈາກ​ເຂົ້າທັງ​ຫມົດ​ທີ່​ຕົນ​ເອງ​ຫາ​ກໍ່​ຊື້​ມາກ່ອນ​ນັ້ນມື້ຫນຶ່ງ,ມີ​ຄົນ​ຢ່າງ​ຫລວງຫລາຍ​ໄດ້​ເປັນ​ເຈົ້າການ​ໄປ​ລຽນ​ແຖວ​ຢູ່​ບ່ອນ​ບໍລິຈາກເລືອດ,​ແລະ​ໄປ​ບ່ອນບໍລິຈາກຕ່າງໆ​ເພື່ອ​ບໍລິຈາກ​ເຄື່ອງ​ຂອງ​. ​ເຮັດ​ໃຫ້​ນ້ຳ​ໃຈ​ທຸກ​ຄົນ​ໂຮມ​ສູນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ເພື່ອ​​ໃຫ້ການ​ຊ່ວຍ​ເຫລືອ.
​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້​ນຊວນ​ແມ່ນ​ໄພພິບັດ​ທີ່​ພາ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ​ທີ່​ສຸດ​ຢູ່​ຈີນນັບ​ແຕ່​ເຫດການ​ແຜ່ນດິນ​ໄຫວ​ຢູ່​ຖາງ​ຊານ​ມາ​ນີ້.​ເທື່ອ​ນີ້ ອິນ​ເທີ​ແນັດ​ແລະ​​ໂທລະສັບ​ມື​ຖື​ໄດ້​ສະ​ແດງ​ບົດບາດ​ພິ​ເສດ​ຂອງ​ຕົນ​ເອງ​ອອກມາ.ພາຍ​ໃນ 3 ມື້​ທີ່​ເກີດ​​​ແຜ່ນດິນ​ໄຫວ, ​ມີ​ຜູ່​ໃຊ້​ອິນ​ເທີ​ແນັດ 3 ​ແສນ 5 ຫມື່ນ​ຄົນ​ຂຽນ​ຄຳ​​ໃຫ້​ກຳລັງ​ໃຈຫລາຍ​ກວ່າ 7 ​ແສນ 5 ຫມື່ນຂໍ້​ໃສ່ແວັບ​ໄຊ sina ທີ່​​ເປັນ​ແວັບ​ໄຊ​ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ​.

1 2 3 4 5