ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:02:57    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຢ່​ເມືອງູ​ເວີ້ນ​ຊ່ວນ: ພວກ​ເຮົາ​ລ້ວນ​ແຕ່​ແມ່ນ​ຄົນ​ເວີ້ນ​ຊວນ

cri

​ເວລາ 1 ​ໂມງ​ປ່າຍ​ຂອງ​ວັນ​ທີ 14 ພຶດສະພາ, ຢູ່​ຕໍ່ຫນ້າ​ລົດ​ຮັບບໍລິຈາກເລືອດ​ທີ່​ຈອດ​ຢູ່​ຫນ້າ​​ຕຶກ​ຂາຍ​ປຶ້ມ​ປັກ​ກິ່ງ,​ໄດ້​ມີ​​ແຖວ​ຍາວ 50 ​ແມັດ​ສອງ​ແຖວ,​ໃນ​ແຖວ​ນີ້​ມີ​ທັງໄວ​ຫນຸ່ມ​, ​ຜູ່​ເຖົ້າທີ່​ຜົມ​ຂາວ​ຈຸ່ນ​ພຸ່ນ.ປ້າຍ​ຄຳ​ຂວັນ​ທີ່​ຂຽນ​ວ່າ ພ້ອມ​ໃຈ​ຮ່ວມ​ແຮງ​ກັນ, ຕ້ານ​ໄພ​​ແຜ່ນດິນ​ໄຫວທີ່​ຕິດ​ໃສ່​ລົດ​ນັ້ນດຶງ​ດູດ​ສາຍຕາ​ຄົນ​ທັງຫລາຍ.

ນາງ​ຫວງ​ໄຫ​ລ້ ທີ່​ອາຍຸ 22 ປີ​ຫາ​ກໍ່​ໄດ້​ບໍລິຈາກ​ເລືອດ.ນາງ​ບອກ​ດ້ວຍ​ຄວາມ​ດີ​ໃຈ​ວ່າ: ຂ້ອຍ​ເຄີຍສະຫລົບຍ້ອນ​​ເຫັນ​ເລືອດ,​ແຕ່​ເທື່ອ​ນີ້​ໄດ້​ບໍລິຈາກ​ເລືອດ​ຢ່າງ​ສະດວກ​ຍ້ອນ​ຢາກ​ຊ່ວຍ​ເຂດ​ປະສົບ​ໄພ.

ຜູ່​ທີ່​ໄປ​ກັບ​ນາງ​ຫວງ​ໄຫ​ລ້ຍັງ​ມີ​ເພື່ອນ​ຮ່ວມ​ງານ 7 ຄົນ​, ​ໄວ​ຫນຸ່ມ​ທີ່​ເກີດ​ໃນ​ຊຸມ​ປີ 1980 ​ເຫລົ່າ​ນີ້​ບອກ​ວ່າ, ​ເມື່ອ​ເຂົາ​ເຈົ້າຮູ້​ວ່າ​ເຂດ​ປະສົບ​ໄພ​ຕ້ອງການ​ເລືອດ​ໂດຍ​ດ່ານ, ຈິ່ງມາ​ບໍລິຈາກ​ເລືອດ​ເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ.

ພະນັກງານຂອງ​ລົດ​ທີ່ຮັບບໍລິຈາກເລືອດ​ເວົ້າວ່າ, ມື້ນັ້ນ ຜູ່​ທີ່​ມາ​ບໍລິຈາກ​ເລືອດ​ຢູ່​ແຫ່ງ​ນີ້​ໄດ້​ເພີ່ມຂຶ້ນ​ຄົບ​ເທົ່າ,ມີ​ຄົນ​ມາ​ລຽນ​ແຖວ​ແຕ່​ເຊົ້າ.
​ໃນ​ຫລາຍ​ມື້​ມາ​ນີ້,​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​​ໄດ້​ປະກົດ​ມີ​ພາບທີ່​ຫນ້າ​ຕື້ນ​ຕັນ​ໃຈ​ຫລາຍ​ທີ່​ປະຊາຊົນ​ຫ້າວຫັນ​ມາບໍລິຈາກ​ເລືອດ​ ບໍລິຈາກ​ເງິນ​ແລະ​ບໍລິຈາກ​ເຄື່ອງ​ຂອງ.

ຕັ້ງ​ແຕ່​ເກີດ​ແຜ່ນດິນ​ໄຫວ​ມານີ້, ສູນ​ກາງ​ພັກ​ແລະ​ລັດຖະບານ​ຈີນ​ໄດ້​ນຳພາ​ທົ່ວ​ປະ​ເທດວາງ​ແຜນ​ຢ່າງ​ວ່ອງ​ໄວ, ອົງການ​ປົກຄອງ​ທຸກຂັ້ນຂອງ​ເຂດ​ປະສົບ​ໄພ​ກໍ່​ໄດ້​ອອກ​ແຮງ​ກູ້​ໄພ,ຈັດ​ວາງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​​ໃຫ້​ດີ.ຜູ່​ບັນຊາ​ການຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ນາຍ​ແລະ​ພົນ​ຕຳຫລວດປະກອບ​ອາວຸດ ຕຳ​ຫລາດ​ຮັກສາ​ຄວາມ​ສະຫງົບ​ໄດ້​ບຸກ​ໄປ​ແນວ​ຫນ້າ,ບາກ​ບັ່ນ​ກູ້​ໄພ. ​ແຫ່ງ​ຕ່າງໆ​ແລະ​ວົງ​ການ​ຕ່າງໆ​​ໃນ​ສັງຄົມ​ທົ່ວ​ປະ​ເທດ​ຈີນ​ກໍ່​ສະ​ນັບ​ສະ​ຫນູ​ການ​ກູ້​ໄພ, ຫນ່ວຍ​ກູ້​ໄພ ​ແພດ​ຫມໍແລະ​ອາສາ​ສະຫມັກ​ ຈາກ​ແຫ່ງ​ຕ່າງໆ​​ໃນທົ່ວ​ປະ​ເທດ​ໄດ້​ມຸ້ງ​ຫນ້າ​ສູ່​ເຂດ​ປະສົບ​ໄພ. ນັກ​ຂ່າວ​ກໍ່​ຟ້າວ​ໄປ​ແນວ​ຫນ້າ​ກູ້​ໄພ,​ເພື່ອ​ນຳ​ເອົາ​ຂ່າວຫລ້າ​ສຸດ​ມາ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດຊາບ.​ເປັນອັນວ່າ​ບ່ອນ​ໃດ​ມີ​ຄວາມ​ອັນຕະລາຍ, ບ່ອນ​ນັ້ນກໍ່​ຈະ​ມີ​ພວກ​ເຂົາ​ເຈົ້າຢູ່​ຫັ້ນ.

1 2 3 4 5