ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:02:57    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຢ່​ເມືອງູ​ເວີ້ນ​ຊ່ວນ: ພວກ​ເຮົາ​ລ້ວນ​ແຕ່​ແມ່ນ​ຄົນ​ເວີ້ນ​ຊວນ

cri

​ແຕ່​ຫລັງ​ຈາກ​ນັ້ນພຽງມື້​ດຽວ, ​ໃບ​ຫນ້າ​ຍິ້ມ​ແຍ້ມ​ຂອງ​ພວກ​ເດັກນ້ອຍກໍ່​ໄດ້​ກາຍ​ເປັນ​ອະດີດທີ່​ບໍ່​ກັບ​ຕ່າວ​ຄືນ​ມາ​ໄດ້​ອີກ,ສ່ວນ​ບົດ​ປະຈຳ​ວັນ​ທາງ​ອິນ​ເທີ​ແນັດຂອງ​ຄູ​​ນັ້ນກໍ່​ບໍ່​ມີ​ເນື້ອ​ໃນ​ໃຫມ່​ມາເພີ່ມ​ອີກ​.

​ໂຮງຮຽນ​ມັດທະຍົມ​​ເປ​ຊວນ​ມີ​ນັກຮຽນ 2600 ຄົນ, ປັດຈຸບັນ ຜູ່​ເສຍ​ຊີວິດ​ແລະ​ຫາຍ​ສາບ​ສູນ​ນັ້ນມີ​ເຖິງ 1200 ກວ່າ​ຄົນ.​ເຂດ​ໃຫມ່​ຂອງ​ໂຮງຮຽນ​​ເປ​ຊວນ​ທັງ​ຫມົດ​ມີ​ 6 ຫ້ອງ, ​ແຕ່​ມີ​ສາມ​ຫ້ອງ​ຖືກຖົມຢູ່​ໃຕ້​ກອງ​ຂີ້ຫິນ​ທີ່​ຕົກລົງ​ມາ​ແຕ່​ເທິງ​ພູ​ຍ້ອນ​ແຜ່ນດິນ​ໄຫວ, ສ່ວນ​ນັກຮຽນ​ອີກ​ສອງ​ຫ້ອງ​​​ໄດ້ໄປ​ເຂົ້າຮ່ວມ​ກິດຈະ ກຳ​ໃນ​ເມືອງ,ນັກ​ຮຽນ​ອີກ​ຫ້ອງ​ຫນຶ່ງ​ພວມຫລິ້ນ​ກິລາ​ຢູ່​ເ​ດີ່ນ,ຍ້ອນ​ວ່າຫໍ​ປະຊຸມ​ຂອງ​ເມືອງ​​ແຂງ​ແຮງ​ດີ​ແລະ​ຕັ້ງຢູ່​ບ່ອນ​ກາງ​ເດີ່ນ, ​ຈິ່ງ​ເຮັດ​ໃຫ້​ນັກຮຽນ​ໃນ​ສາມ​ຫ້ອງ​ນີ້​ພົ້ນ​ໄພ.

ຕາມ​ເວົ້າວ່າ,ຮອຍ​ແຕກ​ຍະ​ທີ່ເມືອງ​​ເປ​ຊວນ​ຍາວຕັ້ງຢູ່,ຍາວ 500 ກິ​ໂລ​ແມັດ, ກວ້າງ 70 ກິ​ໂລ​ແມັດ.​ເວລາ 14 ​ໂມງ 28 ນາທີ​ຂອງ​ວັນ​ທີ 12 ພຶດສະພາ 2008, ບ່ອນ​ນີ້​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ກະທັນຫັນ,ປ້າຍ​ນັບ​ເວລາ​ຄືນ​ຫລັງ​ຂອງ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃນ​ເມືອງ​ນີ້​ໄດ້​ລົ້ມ​ລົງ​ເຮັດ​ໃຫ້​ເວລາ​ຢຸດ​ເຊົາ​ຢູ່​ບ່ອນ 88 ມື້​ຖາວອນ.

ສ່ວນ​ເປ​ຊວນທີ່​ມີ​ພູ​ອ້ອມ​ຮອບ​ແລະ​ມີ​​ແມ່​ນ້ຳ​ໄຫລ​ກ້ຽວ, ​ໄດ້​ກາຍ​ເປັນ​ຈຸດ​ອ່ອນທີ່​ສຸດ​ຂອງ​ເມືອງ​ໄປ​ຊວນ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້.​ເພາະວ່າ​ແຜ່​ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ຕຶກ​ອາຄານພັງ​ທະລາ​ຍ​ໂດຍ​ກົງ, ບວກ​ກັບ​ດິນ​ແລະ​​ຫີນ​ໄຫລເຈື່ອນ​ຈາກ​ພູນັ້ນ,​ເຮັດ​ໃຫ້​ຫມົດ​ເມືອງ​​ເປ​ຊວນ​ຖືກ​ດິນ​ເຈື່ອນ​ແລະ​ຫິນ​ໄຫລ​ລົງມາ​ຖົມ​ຈາກ​ຫລາຍ​ດ້ານ​ພ້ອມ​ກັນ​ຈົນ​ບໍ່​ມີ​ບ່ອນ​ຫລົບ​ຫລີກ.​ໂຮງຮຽນ​ອະນຸບານ​ເປ​ຊວນ​ມີ​ເດັກນ້ອຍ 500 ກວ່າ​ຄົນ, ຖືກ​ກະ​ແສ​ດິນ​ແລະ​ຫິນ​ເຈື່ອນ​ຍູ້​ໄປຫນ້າ​ 20 ກວ່າ​ແມັດ​ແລ້ວ​ຖືກ​ຝັງ​ໃຕ້​ຢູ່​ໃນກອງ​ດິນ​ທັງ​ຫມົດ,ມີ​ແຕ່ 20 ກວ່າ​ຄົນ​ລອດຕາຍ.

​ເມືອງ​ນ້ອຍ​ທີ່​ມີ​ປະຊາກອນ 2 ຫມື່ນ 2 ພັນ​ຄົນ,ປັດຈຸບັນ​ຖືກ​ຖົມ 6000 ກວ່າ​ຄົນ,​ເສຍ​ຊີວິດ​ໄປ​ແລ້ວ 3000 ກວ່າ​ຄົນ, 3000 ກວ່າ​ຄົນ​ຖືກ​ບາດ​ເຈັບ, ຜູ່​ເສຍ​ຊີວິດ​ແລະ​ບາດ​ເຈັບ​ກາຍ​ເຄິ່ງຫນຶ່ງ​.​ເຮືອນ​ຊານ​ເພພັງທັງ​ຫມົດ,ບໍ່​ມີ​ຫລັງ​ໃດ​ໃຊ້​ໄດ້​,ສ່ວນ​ພື້ນຖານ​​ໂຄງ​ລ່າງ​​ໃນ​ເມືອງ​ນີ້​ເຊັ່ນ​ວ່າ ນ້ຳ​ປະປາ ​ໄຟຟ້າ ອາຍ​ແກ​ສ ​ ຫົນທາງ​ແລະ​ອື່ນໆ​ຖືກ​ລ້າງ​ຖານ​ຈົນ​ແປນ.

ຫລາຍ​ໆຄົນ​​ເວົ້າວ່າ, ​ເມືອງ​​ເປ​ຊວນຖືກ​ທຳລາຍ​​ໄປ​ຫມົດ​ແລ້ວ, ​ແຕ່​ທ່ານ​ຈິ່ງ​ຕ້າ​ຈົ່ງ ​ເຈົ້າ​ເມືອງ​​ເປ​ຊວນ​ພັດ​ເວົ້າດ້ວຍ​ຄວາມຫນັກ​ແຫນ້ນ​ວ່າ:​ເມືອງ​ໄປ​ຊວນ​ຍັງຈະ​ມີ​ຢ່​ໃນ​ທີ່​ສຸດູ, ​ເພາະວ່າ​ພວກ​ເຮົາ​ມີ​ຄວາມຫມັ້ນ​ໃຈ.

1 2 3 4 5