ໜອງ​ຊີ່​ຫູນະຄອນ​ຫາງ​ໂຈ​ວທີ່​ສວຍ​ງາມ​ແລະ​ຊາ​ລົງ​ຈິງ

(GMT+08:00) 2008-06-30 15:05:43 cri
-----------------------------------------------------------------------------------------------------------------

ໜອງ​ຊີ່ຫູຂອງ​ນະຄອນ​ຫາງ​ໂຈ​ວຈີນ​ມີ​ຊື່ສຽງດົ່ງ​ດັງ​ໃນ​ໂລກ, ຄົນ​ທັງຫຼາຍມັກ​ຖື​ໜອງ​ນີ້​ກັບ​ໜອງ​ເຊີ​ແນວ​ຢູ່​ສະ​ວິສ​ເປັນ​ໄຂ່​ມຸກ​ສອງໜ່ວຍ​ທີ່​ສ່ອງແສງ​​ໃສ່​ກັນ​ຢູ່​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ​ຂອງ​ໂລກ. ​​ມື້​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ທ່ຽວ​ໜອງ​ຊີ່​ຫູ​, ​ແລະ​ຊິ​ມນ້ຳ​ຊາ​ລົງ​ຈິງ ​ເຊິ່ງ​ເປັນນ້ຳ​ຊາ​ທີ່​ມີ​ຊື່ສຽງ​ຂອງ​ໜອງ​ຊີ່​ຫູນຳ​ກັນ.

ນະຄອນ​ຫາງ​ໂຈ​ວ​ແມ່ນ​ຕົວ​ເມືອງ​ທີ່​ມີ​ປະຫວັດ 2200 ກວ່າ​ປີ, ​ແມ່ນ​ແຫຼ່ງກຳ​ເນີ​ດອະລິຍະ​ທຳ​ຂອງຈີນ​ແຫ່ງ​ໜຶ່ງ. ນະຄອນ​ຫາງ​ໂຈ​ວ​ເຄີຍ​ເປັນ​ນະຄອນຫຼວງຂອງ​ສອງ​ລາດ​ຊະ​ວົງ​ໃນ​ປະຫວັດສາດ​ຈີນ. ​ໃນ​ສະຕະວັດ​ທີ 13, ທ່ານ​ມາ​ໂຄ ​ໂປ​ໂລ ນັກ​​ເດີນທາງ​ອີ​ຕາ​ລີ​​ໄປຮອດ​ນະຄອນ​ຫາງ​ໂຈ​ວ, ທ່ານ​ຖື​ຕົວ​ເມືອງ​ນີ້​ເປັນ"​ເມືອງ​ສະຫວັນ", ຍ້ອງ​ຍໍ​ວ່າ ນະຄອນຫາງ​ໂຈ​ວ​ແມ່ນ"ຕົວ​ເມືອງ​ທີ່​ສວຍ​ງາມ​ແລະ​ຫຼູຫຼາກວ່າ​ໝູ່​ໃນ​ໂລກ".

ຄົນ​ທັງຫຼາຍມັກ​ນະຄອນ​ຫາງ​ໂຈ​ວ, ສ່ວນຫຼາຍ​ແມ່ນ​ຍ້ອນ​ມັກ​ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ໜອງ​ຊີ່​ຫູ. ໜອງ​ຊີ່​ຫູ​ແມ່ນ​ວິນ​ຍານ​ຂອງ​ນະຄອນຫາງ​ໂຈ​ວ, ບໍ່​ວ່າ​ຟ້າ​ແຈ້ງຫຼືຝົນຕົກ, ບໍ່​ວ່າ​ໃນ​ລະດູ​ໃດ, ລ້ວນ​ແຕ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ​ແຕ່​ກີ້​ແຕ່​ກ່ອນ, ໜອງ​ຊີ່​ຫູ​ກໍ່​ເລີ່​ມ​ມີ​ທິວ​ທັດ 10 ​ແຫ່ງ​ທີ່​ມີ​ຊື່​ສຽງ​ເຊັ່ນ: ລະດູບານ​ໃໝ່​ເບິ່ງຄັນ​ຄູ​ຍາວ, ລະດູ​ໃບ​ໄມ້ຫຼົ່ນ​ເບິ່ງ​ໜອງ​ມິດງຽບ, ຫິມະ​ຕົກ​ໃນ​ຂົວ​ຂາດ, ດວງ​ຈັນ​ສ່ອງ​ແສງ​ລົງ​ໃສ່​ສາມ​ທາດ ​ແລະ​ອື່ນໆ. ທິວ​ທັດ​ເຫຼົ່ານີ້​ບາງ​ແຫ່ງ​ຢູ່​ເທິງ​ໜອງ, ບາງ​ແຫ່ງ​ຢູ່​ອ້ອມ​ແອ້ມ​ໜອງ, ​ເງົາ​ຂອງພູຜາ​ປະກົດ​ເດັ່ນ​ຢູ່​ໜ້າ​ນ້ຳ, ບໍ່​ວ່າ​ລະດູ​ໃບ​ໄມ້​ປົ່ງ ລະດູ​ຮ້ອນ ລະດູ​ໃບ​ໄມ້ຫຼົ່ນ, ລະດູ​ໜາວ, ລະດູ​ໃດ​ກໍ່​ສວຍງາມຫຼາຍ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>