ໜອງ​ຊີ່​ຫູນະຄອນ​ຫາງ​ໂຈ​ວທີ່​ສວຍ​ງາມ​ແລະ​ຊາ​ລົງ​ຈິງ

(GMT+08:00) 2008-06-30 15:05:43 cri
-----------------------------------------------------------------------------------------------------------------

ຊາ​ລົງ​ຈິງ​ມີຄຸນ​ນະພາ​ບດີ​ເລີດ​, ​ເຊິ່ງ​ໄດ້​ເຮັດ​ດ້ວຍ​ກຳມະ​ວິທີ​ລະອຽດ, ວິທີ​ຂົ້ວຊາ​ລົງ​ຈິງ​ສັບສົນຫຼາຍ, ຜູ້​ທີ່​​ເຄີຍ​ເຫັນ​ຂັ້ນຕອນການ​ປຸງ​ແຕ່ງ​, ລ້ວນ​ແຕ່​ຖື​ວ່າ​ຊາ​ລົງ​ຈິງ​ແມ່ນ​​ເຮັດ​ດ້ວຍ​ຄວາມພາກ​ພຽນອີ່ຫຼີ. ຊາ​ລົງ​ຈິງ​ມີ​ສີ​ຂຽວງາມ, ຫອມຫຼາຍ, ​ແມ່ນ​ຊາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ. ​ໃນ​ເວລາ​ໄປ​ທ່ຽວ​ໜອງ​ຊີ່​ຫູ​ແລ້ວ, ຍາດ​ເວລາ​ໄປ​ຊີມ​ນ້ຳ​ຊາ​ລົງ​ຈິງ, ຈັ່ງ​ແມ່ນມີ​ຄວາມສຸກ​ແທ້ໆ.

ຊາ​ລົງ​ຈິງ​ຂອງ​ໜອງ​ຊີ່​ຫູປູກ​ຢູ່​​ເທິງ​ພູ​ທີ່​ອ້ອມ​ແອ້ມ​ໜອງ​ຊີ່​ຫູ, ຄຸນ​ນະພາ​ບ​ຂອງ​ມັນ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດຂອງ​ດິນ​ປູກຝັງ. ຢູ່​ແຖວ​ບ້ານ​ລົງ​ຈິງ​ມີ​ອາກາດອົບ​ອຸ່ນ, 4ລະດູ​ແຈ້ງ​ດີ, ນ້ຳຝົນ​ພຽງພໍ, ບວກ​ກັບ​ດິນ​​ສ່ວນຫຼາຍ​ແມ່ນ​ດິນຊາຍ, ອ່ອນ, ນ້ຳ​ຊືມ​ເຂົ້າງ່າຍ, ມີ​ຜົນ​ດີ​ຕໍ່​ການ​ປູກຕົ້ນ​ຊາ. ນອກ​ນັ້ນ, ລະດູ​ການ​ເດັດ​ໃບຊາ​ກໍ່​ຕ້ອງ​ເດັດ​ຖືກ​ຍາມ, ລະດູ​ຕ່າງ​ກັນ, ຄຸນ​ນະພາ​ບຂອງ​ໃບຊາ​ທີ່​ເດັດ​ລົງ​ມາ​ກໍ່ຕ່າງ​ກັນ. ​ໃບຊາ​​ທີ່​ເດັດ​ກ່ອນ​ວັນ​ທີ 5 ​ເມສາ​ນັ້ນ​ແມ່ນ​ລ້ຳ​ຄ່າ​ທີ່​ສຸດ, ຈາກ​ນັ້ນຈຶ່ງ​ແມ່ນ​ໃບຊາ​ທີ່​ເດັດ​ກ່ອນວັນ​ທີ 20 ​ເມສາ.

ຊາ​ລົງ​ຈິງ​ຂອງ​ໜອງ​ຊີ່​ຫູ​ມີ​ຊື່ສຽງຍ້ອນ"ສີ​ຊຽວ, ກິ່ນ​ຫອມ, ລົດ​ຊາດ​ດີ, ຮູບ​ງາມ". ນາງ​ສີ​ເຈີ​ເມີຍ ຊ່າງ​ເຮັດ​ນ້ຳ​ຊາທີ່ເກີດ​ຢູ່​ເຂດ​ຊາ, ​ໃນ​ຍາມ​ຍັງ​ນ້ອຍ​ກໍ່​ຮຽນ​ວິທີເດັດ​ໃບຊາ​ແລະ​ຊົງ​ນ້ຳ​ຊາ, ມີ​ຄວາມ​ຮູ້ສຶກ​ທີ່​ເລິກ​ເຊິ່ງຫຼາຍຕໍ່​ໃບຊາ, ​ເບິ່ງ​ນາງຊົງຊາ, ຈັ່ງ​ແມ່ນ​ພາບ​ທີ່​ປະ​ທັບ​ໃຈຫຼາຍ, ທ່ານ​ກ່າວ​ວ່າ:
"ການຊົງ​ນ້ຳຊາ​ຂຽວຕົ້ນຕໍ​ຕ້ອງ​ເຮັດ​"ສາມ​ກົ້ມຫົວ", ​ ນ້ຳ​ຂຶ້ນ​ລົງ 3 ເທື່ອ, ມັນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຫຼາຍຢ່າງ, ພວກ​ທ່ານ​ເຫັນ​ແລ້ວ​ຮູ້​ສຶກວ່າ​ງາມຫຼາຍ, ​ນ້ຳ​ຂຶ້ນ​ລົງ​ເທື່ອ​ໜຶ່ງ​ສາມາດ​ເຮັດ​ໃຫ້​​ໃບຊາ​ຖືກ​ແຊ່​ໃນ​ນ້ຳ​ຢ່າງ​ເຕັມ​ສ່ວນ, ​ເໝືອນ​ກັບກົ້ມ​ຫົວ 3 ​ເທື່ອ​, ສະ​ແດງຄວາມ​ເຄົາລົບ​ຕໍ່​ແຂກ, ກໍ່​ແມ່ນ​​ມາລະຍາດຊະນິດ​ໜຶ່ງ. ​ໃນ​ເວລາ​​ຊົງ​ນ້ຳ​ຊາ, ຊາ​ກັບ​ນ້ຳ​ແມ່ນ 1ຕໍ່ 50, ນ້ຳ​ຊາ​ບໍ່​ໃຫ້​​ໃສ່ເຕັມ​ຈອກ, ຄື​ໃສ່​ນ້ຳ 70% ຂອງ​ຈອກ​ເທົ່າ​ນັ້ນ, ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ແຂກ​."

ກ່ອນ​ແລະຫຼັງບຸນ​ເຊັງ​ເມັງ​​ແລະ​ວັນ​ທີ 20 ​ເມ​ສາທຸກ​ປີ, ຜູ້​ປູກ​ຕົ້ນຊາ​ຢູ່​ອ້ອມ​ຂ້າງ​ໜອງ​ຊີ່​ຫູ​ໄດ້​ເດັດ​ຊາ ຂົ້ວຊາ, ກິ່ນ​ຫອມ​ຂອງ​ໃບຊາລ່ອງ​ລອຍ​ໄປ​ຕາມ​ອາກາດ, ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍ. ນາງ​ຄີ​ລາສ໌ ​ເປ​ລິນ​ເນັກ​ມາ​ຈາກປະ​ເທດ​ຕວກກີ, ຕວກກີ​ກໍ່​ແມ່ນ​ປະ​ເທດ​ທີ່​ຜະລິດ​​ໃບຊາ​ແລະ​ມັກ​ກິນ​ນ້ຳ​ຊາ, ນາງ​ຫຼົງ​ໄຫຼ​ນຳ​ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ໜອງ​ຊີ່​ຫູ, ຊີມລົດ​ຊາດ​ກິ່ນ​ຫອມ​ຂອງ​ຊາ​ລົງ​ຈິງ​ໜອງ​ຊີ່​ຫູ, ​ເຮັດ​ໃຫ້​ນາງ​ເພີດ​ເພີນໃຈ​ຈົນຫຼົງ​ຮ້ອງ​ເພງ​ຊາ​ຂອງ​ບ້ານ​ເກີດອອກ​ມາ​ຢ່າງ​ບໍ່​ຮູ້ສຶກ​ຕົວ, ນາງ​ເວົ້າວ່າ:

"ຢູ່​ນະຄອນ​ຫາງ​ໂຈ​ວ, ຂ້ອຍ​ໄດ້​ຮຽນ​ຮູ້​ຄຳ​ເວົ້າຄຳ​ໜຶ່ງຄື, ຄົນ​ຈີນ​ກິນ​ນ້ຳ​ຊາ​ເອີ້ນ​ວ່າ​ຊີມ​ນ້ຳ​ຊາ, ​ໃນ​ເວລາ​ຂ້ອຍ​ທ່ຽວ​ຊົມ​ຕົວ​ເມືອງ​ແຫ່ງ​ນີ້, ກໍ່​ແມ່ນ​ຊີມ​ຕົວ​ເມືອງ​ແຫ່ງ​ນີ້, ບໍ່​ພຽງ​ແຕ່​​ທິວ​ທັດ​ທຳ​ມະ​ຊາດທໍ່​ນັ້ນ, ຍັງ​ມີ​ບັນຍາກາດ​ວັດທະນະທຳ​ອີກ​ດ້ວຍ."

​ໃບຊາ​ລົງ​ຈິງ​ຂອງ​ໜອງ​ຊີ່​ຫູ​ມີ​ປະຫວັດ​ຍາວ​ນານ​ຢູ່​ຈີນ, ມັນ​ໄດ້ມີ​ຊື່​ສຽງ​ດົ່ງ​ດັງ​ແມ່ນ​ຍ້ອນ​ວ່າ​ມີ​ຄຸນ​ນະພາ​ບດີ,​ແລະ​ຕັດ​​ແຍກ​ອອກ​ຈາກ​ວັດທະນະທຳ​ປະຫວັດສາດ​ຂອງ​ຊາ​ລົງ​ຈິງ​ບໍ່​ໄດ້. ສະນັ້ນ, ຊາ​ລົງ​ຈິງ​ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ຂອງ​ຊາ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ຄຸນຄ່າ​ສິລະ​ນະ​ວັດທະນະທຳ​ອີກ​ດ້ວຍ, ​ໃນ​ນັ້ນ, ມີ​ເນື້ອ​ໃນ​ວັດທະນະທຳ​ແລະ​ກົກ​ເຫງົ້າປະຫວັດສາດ​ອັນ​ເລິກ​​ເຊິ່ງ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>