ໜອງ​ຊີ່​ຫູນະຄອນ​ຫາງ​ໂຈ​ວທີ່​ສວຍ​ງາມ​ແລະ​ຊາ​ລົງ​ຈິງ

(GMT+08:00) 2008-06-30 15:05:43 cri
-----------------------------------------------------------------------------------------------------------------

​ນັບ​ແຕ່​ເດືອນ​ມີນາ​ປີ​ກາຍ​ນີ້​ເປັນຕົ້ນມາ, ນັກ​ທ່ອງ​ທ່ຽວ​ເມື່ອ​ໄດ້ທ່ຽວ​ຊົມ​ໜອງ​ຊີ່​ຫູ​ໃນ​ຕອນກາງ​ເວັນ​ແລ້ວ, ຕອນ​ຄ່ຳ​ຍັງ​​ໄດ້​ຊົມ​ການສະ​ແດງ​ພິ​ເສດ​ຢູ່​ໜອງ​ຊີ່​ຫູ​ອີກ​ດ້ວຍ. ລາຍການ"ພາບ​ປະ​ທັບ​ໜອງ​ຊີ່​ຫູ"​ໄດ້​ເອົາ​ວັດທະນະທຳ​ປະຫວັດສາດ​ອັນ​ອຸດົມສົມບູນ​ ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ໜອງຊີ່​ຫູ​ປະສົມ​ປະສານ​ເຂົ້າກັນ​ເຊື່ອມ​ໂຍງ​ນິທານ​ພື້ນ​ເມືອງບູຮານ ​ແລະ​​ເທບນິຍາຍຂອງ​ນະຄອນ​ຫາງ​ໂຈ​ວ, ​ແມ່ນ​ການສະ​ແດງ​ສະພາບ​ຕົວ​ຈິງ​ຂະໜາດ​ໃຫຍ່​ທີ່​​ເອົາ​ພູ​ແທ້​ນ້ຳ​ແທ້​ເປັນສາກຫຼັງ, ພ້ອມ​ທັງ​ອາ​ໄສ​ວິທີ​ວິທະຍາສາດ​​ໄຮ​ເຕັກ​ມາ​ສ້າງ"ຝົນຕົກ​ໜອງ​ຊີ່​ຫູ", ​ໄດ້​ສະ​ແດງ​ໃຫ້​ເຫັນ​ໜອງ​ຊີ່​ຫູ​ໃນ​ຍາມ​ຝົນຕົກ​ແລະ​ທິວ​ທັດ​ໜອງ​ຊີ່​ຫູທີ່​ສວຍ​ງາມ​ໃນ​ຍາມຝົນ​ຕົກ. ການສະ​ແດງ​ດັ່ງກ່າວ, ​​ໄດ້​​ໃຊ້​​ໄຮ​ເຕັກ​ສະ​ແດງ​ສະພາບ​ຕົວ​ຈິງ, ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ຕົວ​ເມືອງ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ນະຄອນຫາງ​ໂຈ​ວ​ໂຮມ​ເຂົ້າ​ເປັນ​ງານ​ມະຫາ​ກຳ​ສິລະ​ປະ​ທີ່​ມີ​ລະດັບ​ສູງ​ເດັ່ນ.

ນະຄອນ​ຫາງ​ໂຈ​ວມີ​ພູ​ຂຽວ​ນ້ຳ​ໃສ, ມີ​ວັດຖຸ​ບູຮານອຸດົມສົມບູນ. ຊາ​ລົງ​ຈິງ ​ທີ່​ເປັນ​ຊາພື້ນ​ເມືອງອັນ​ໜຶ່ງ​ຂອງ​ໜອງ​ຊີ່​ຫູກໍ່​ມີ​ຊື່​ສຽງ​ໃນ​ໂລກ. ຊາ​ລົງ​ຈິງ​ຂອງ​ໜອງ​ຊີ່​ຫູ​ມີ​ປະຫວັດ​ຍາວ​ນານ, ມາ​ແຕ່​ສະ​ໄໝ​ລາຊະວົງ​ຖາງ, ທ່ານ​ລູ້​ຢູ ທີ່​ມີ​ຊື່​ສຽງ​ໃນ​ຍາມ​ນັ້ນ​ໄດ້​ຂຽນ​ບົດ​ປະພັນກ່ຽວ​ກັບໃບຊາທີ່​ວ່າ"​ສາ​ຈິ່ງ" ​ເຊິ່ງ​ເປັນ​ບົດ​ປະພັນ​ເຫຼັ້ມ​ທຳ​ອິດ​ໃນ​ໂລກ, ​ໃນ​ນັ້ນກໍ່​​ໄດ້​ບັນທຶກ​ການ​ຜະລິດ​ຊາ​ຢູ່​ວັດທ່ຽນຈູ​ແລະ​ວັດ​ລິງ​ອີງ​ຂອງ​ຫາງ​ໂຈ​ວ. ກ່ຽວ​ກັບ​ຊາ​ລົງ​ຈິງ​ຂອງ​ໜອງ​ຊີ່​ຫູ, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງຈີນ​ໄດ້​ມີ​ການ​ເລົ່າ​ລື​ກັນຫຼວງຫຼາຍ, ທ່ານ​ກ່າວ​ຫົງ ຂອງ​ຫໍ​ພິພິດ​ທະ​ພັນ​ໃບຊາ​ຈີນ​ກ່າວ​ວ່າ:

"​​ເຈົ້າຊີວິດ​ສຽນ​ລົງ​​​ໃນ​ລາຊະ​ວົງ​ຊິງ​ແມ່ນ​ລູກ​ກະຕັນຍູ, ​ເມື່ອ​ຮູ້​ວ່າ​ພະ​ມານ​ດາ​ເຈັບ​ປ່ວຍ​ໜັກ, ​ເພີ່ນ​ໃຈຮ້ອນຫຼາຍ, ​ເລີຍ​ເອົາ​ໃບ​ຊາ​​ໃບ​ໜຶ່ງທີ່​ຫາ​ກໍ່​ເດັດ​ລົງ​ມານັ້ນຫຍັດ​ໃສ່​ປື້​ມ, ​ແລ້ວ​ຖື​ໄປ. ​​ເມື່ອ​ໄປ​ຮອດ, ​ເປີດ​ປື້​ມ​ແລ້ວ, ກິ່ນ​ຫອມ​ໃບຊາ​ໄດ້​ປີວ​ອອກ​ມາ, ພະ​ມານ​ດາ​ເວົ້າວ່າ ​ແມ່ນ​ກິ່ນ​ຫອມ​ຂອງໃບຊາ​ນັ້ນ​ເອງ​ທີ່ປົວ​ພະຍາດ​ຂອງ​ເພີ່ນ​ດີ. ສະນັ້ນ, ​ເຈົ້າຊີວິດສຽນ​ລົງ​ກໍ່​ກຳນົດ​ວ່າ, ຕົ້ນ​ຊາ 18 ຕົ້ນ​ນັ້ນ, ທຸກໆ​ປີ​​ເມື່ອ​ເດັດ​ໃບຊາ​ແລ້ວ​ກໍ່​ຕ້ອງ​ສົ່ງ​ເຂົ້າພະ​ລາ​ຊະ​ວັງ."

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>