ລັດ​ຖະ​ບານ​ຈີນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ​ແລະ​ນ້ອຍ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

(GMT+08:00) 2009-03-10 16:20:37 cri
-----------------------------------------------------------------------------------------------------------------
ປັດຈຸບັນ, ຍ້ອນ​ຖືກ​ວິ​ກິດ​ການ​ການ​ເງິນ​ສາກົນ​ກະທົບຢ່າງ​ຫນັກ, ຕະຫລາດ​ສົ່ງ​ອອກຂອງ​ຈີນ​ມີ​ຄວາມ​ຕ້ອງການ​ຫລຸດ​ຫນ້ອຍ​ລົງ, ​ເຮັດ​ໃຫ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ກໍ່​ຊ້າ​ລົງ. ​ໂດຍ​ຢູ່​ຕໍ່ຫນ້າ​ສະຖານະ​ການ​ອັນ​​ເຄັ່ງ​ຕຶງແນວ​ນີ້, ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ​ຈຳນວນ​ຫນຶ່ງ​ຂອງ​ຈີນ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ດ້ານ​ທຸລະ​ກິດ, ຈົນ​ບາງ​ແຫ່ງ​ເຖິງ​ຂັ້ນລົ້ມ​ລະລາຍ.​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ​ເຫລົ່ານີ້ຕ້ານ​ກັບ​ວິ​ກິດ​ການ​ການ​ເງິນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ໄດ້​ວາງ​ມາດ​ຕະການ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ​ຊອກທຶນຮອນ​ແລະ​ເພີ່ມ​ທະວີ​ການ​ດັດ​ປັບ​ເຕັກນິກ​ແລະ​ອື່ນໆ, ຜ່ອນຄາຍ​ສະພາບ​ຫຍຸ້ງຍາກ​ທາງ​ດ້ານ​ການ​ຜະລິດ​ແລະ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິ​ດ​ເຫລົ່ານີ້.

ຢູ່​ຈີນ ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ​ກວມ gdp ຫລາຍ​ກວ່າ 60% ​ແລະ​ສ້າງ​ອາຊີບຫລາຍ​ກວ່າ 80%. ​ແຕ່​ຍ້ອນ​ຖືກ​ວິ​ກິດ​ການ​ການ​ເງິນ​ສາກົນ​​ໂຈມ​ຕີ,​​ແຕ່​ 6 ​ເດືອນ​ທ້າຍ​ປີ 2008 ​ເປັນຕົ້ນມາ,ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ການຊອກທຶນ​ຫລາຍ​ຂຶ້ນ,ສະນັ້ນ, ລັດຖະບານ​ຈີນ​ໄດ້​ວາງ​ມາ​ດຕະການ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ເຫລືອ​ວິ​ສາ​ຫະກິ​ດ​ເຫລົ່ານ​ນີ້, ​ເຊັ່ນ:ສົ່ງ​ເສີມ​ອົງການ​ຄ້ຳປະກັນ​ດ້ານ​ກູ້​ເງິນ​ສະຫນອງ​ການຄ້ຳປະກັນດ້ານ​ສິນ​ເຊື່ອ​ແກ່​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ, ຍົກ​ໂຄ​ຕາ​ເງິນ​ກູ້​ຂອງ​ທະນາຄານ​ທີ່​ປ່ອຍໃຫ້​ແກ່ວິ​ສາ​ຫະກິດ​ນ້ອຍ.ມາດ​ຕະການ​ເຫລົ່ານີ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​​ໃນ​ການ​ພັດທະນາ​ນັ້ນ​ໄດ້​ມອງ​ເຫັນ​ຄວາມ​ຫວັງ.

ທ່ານ​ຕູ້​ສຽງ​ຊິ່ງ​ແມ່ນ​ຜູ່​ອຳນວຍ​ການ​ຂອງ​ບໍລິສັດ​ຜະລິດ​ກົນ​ຈັກ​ແຫ່ງ​ຫນຶ່ງ​ທີ່​ນະຄອນ​ຈຸ່ງ​ກິ່ງ.ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ບໍລິສັດ​ຕ່າງປະ​ເທດ​ແຫ່ງ​ຫນຶ່ງ​ໄດ້​ສົນ​ໃຈນຳ​ຜະລິດຕະພັນ​ຂອງ​ທ່ານ, ​ແລະກຽມ​ຈອງ​ຊື້​ສິນຄ້າ​​ທີ່​ມີ​ມູນ​ຄ່າ 20 ລ້ານ​ຢວນ, ​ແຕ່​ທ່ານ​ຕູ້​ສຽງ​ຊິ່ງຊ້ຳພັດ​ຂາດ​ເ​ຂີນ​ທຶນ​ຜະລິດ.​ໃນ​ສະພາບ​ການ​ແນວ​ນີ້, ບໍລິສັດ​ຄ້ຳປະກັນ​ຂອງ​ນະຄອນ​ຈຸ່ງ​ກິ່ງ​ໄດ້​ໃຫ້ການ​ຮັບປະກັນ​ແກ່​ທ່ານ, ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ເງິນ​ກູ້​ 4 ​ແສນ​ກວ່າ​ຢວນ.ທ່ານ​ຕູ້​ສຽງ​ຊິ່ງກ່າວ​ວ່າ:

ບໍລິສັດຄ້ຳປະກັນ​ໄດ້​ໃຫ້ການ​ສະຫນັບສະຫນູນ​ດ້ານ​​ເງິນ​ທຶນແກ່​ພວກ​ເຮົາຢ່າງ​ແທ້​ຈິງ, ຖ້າ​ບໍ່​ມີ​ບໍລິສັດ​ນີ້ຊ່ວຍ, ບໍລິສັດ​ຂ້ອຍ​ກໍ່​ບໍ່​ສາມາດ​ດຳ​ເນີນ​ການ​ຜະລິດຕໍ່​ໄປ​ໄດ້.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>