ໜອງ​ຊີ່​ງ​ໄຫ​ໜອງ​ງາມ​ທີ່​ສຸດ​ຂອງ​ຈີນ

(GMT+08:00) 2009-11-03 17:33:41 cri
-----------------------------------------------------------------------------------------------------------------

ດິນ​ແດນມະ​ຫັດສະຈັນ​ຂອງ​ພູ​ພຽງ​ຊີ່ງ​ໄຫຕິ​ເບ​ດ, ສຳຜັດ​ກັບ​ໜອງ​ໜຶ່ງ​ທີ່​ງາມ​ທີ່​ສຸດ​ຂອງ​ຈີນ, ຄື ໜອງ​ຊີ່​ງ​ໄຫ.

ໜອງ​ຊີ່ງ​ໄຫ​ແມ່ນ​​ແຫຼ່ງທ່ອງ​ທ່ຽວ​ລະດັບ4Aຂອງ​ຈີນ, ຕັ້ງ​ຢູ່​ຫຼົ້ງ​ໜອງ​ຊີ່​ງ​ໄຫທີ່​ຢູ່ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ແຂວງ​ຊີ່​ງ​ໄຫ, ຫ່າງ​ຈາກ​ເມືອງ​ຊີ່​ນີງ, ​ເທດສະບານ​ແຂວງ​ຊີ່​ງ​ໄຫ151ກິ​ໂລ​ແມັດ, ທາງ​ຫຼວງ​ແຫ່ງ​ຊາດ​ເລກ109, ທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບ​ດ​ລ້ວນ​ແຕ່​ຜ່ານ​ເຂດ​ນີ້, ການຄົມ​ມະນາຄົມ​ສະດວກ​ຫຼາຍ.

ໜອງ​ຊິ່ງ​ໄຫ​ເປັນ​ໜອງ​ເຂດ​ໃນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ, ທັງ​ເປັນ​ໜອງ​ນ້ຳ​ເຄັມທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ, ມີສົມ​ຍານາ​ມເປັນ​"ໜອງ​ງາມ​ທີ່​ສຸດ​ຂອງ​ຈີນ", ສະຫະ​ປະຊາ​ຊາດ​ກໍ່​ໄດ້​ຈັດ​ໜອງ​ຊີ່​ງ​ໄຫ​ເຂົ້າ​ໃນ​ຄູ່​ມື​ດິນ​ທາມ​ສຳຄັນ​ຂອງສາກົນ, ​ແລະ​ຈັດເຂົ້າ​ໃນ​"ສົນ​ທິ​ສັນ​ຍາ​ດິນ​ທາມ​ສຳຄັນ​ຂອງ​ສາກົນ​ທີ່​ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ຂອງ​ນົກ​ເປັດ​ນ້ຳ", ​ເຊິ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງ​ຂວາງ​ຈາກ​ປະຊາ​ຄົມ​ໂລກ, ​ແມ່ນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຈຸດ​ພິ​ເສດ​ທີ່​ສຸດ​ຂອງ​ແຂວງ​ຊີ່​ງ​ໄຫ.

ໜອງ​ຊີ່​ງ​ໄຫ, ​ໃນ​ພາສາ​ຕິ​ເບ​ດ​ເອີ້ນ​ວ່າ"​ໂຊ້​ວ​ເວີ່ນ​ໂປ່", ​ໃນ​ພາສາ​ມົງ​ໂກນ​ເອີ້ນ​ວ່າ"ຄູ້​ຄູ້​ຈົວ​ເອີ", ​ມີ​ຄວາມ​ໝາຍວ່າ"ທະ​ເລ​ສີ​ຄາມ". ທ້າວ​ລີ​ອີ້ສາຍ, ຜູ້ນຳ​ທ່ຽວ​ທ້ອງ​ຖິ່ນ​ແນະນຳ​ວ່າ, ​ເພາະວ່າ​ປະຊາຊົນ​ແຫ່ງ​ນັ້ນ​ບໍ່​ເຄີຍ​ເຫັນ​ທະ​ເລ, ​ເຂົາ​ເຈົ້າ​ຄິດ​ວ່າ​ໜອງ​ຊີ່ງ​ໄຫ​ຄ້າຍ​ຄື​ກັບ​ທະ​ເລ, ​​ເລີຍ​ເອີ້ນ​ເປັນ"ຊີ່​ໄຫ". ​ແປ​ວ່າ​ທະ​ເລ​ຕາ​ເວັນ​ຕົກ. ລາວ​ເວົ້າ​ວ່າ,

ໜອງ​ຊີ່​ງ​ໄຫ​ຖືກ​ປະ​ກວດ​ເປັນ​ໜອງ​ທີ່​ງາມ​ກວ່າ​ໝູ່​ຂອງ​ຈີນ,​ເປັນ​ອັນ​ດັບ​ທີໜຶ່ງ​ໃນ​ຫ້າ​ໜອງ​ໃຫຍ່​ຂອງ​ຈີນ, ​ແມ່ນ​ໜອງ​ນ້ຳ​ເຄັມ​ເຂດ​ໃນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ, ມີ​ແຕ່​ນ້ຳ​​ໄຫຼ​​ເຂົ້າ,​ບໍ່​ເຄີຍ​ໄຫຼ​ອອກນອກ​. ໜອງ​ນີ້​ມີ​ເນື້ອ​ທີ່4ພັນ​500ກິ​ໂລ​ຕາ​ແມັດ,​ເທົ່າ​ກັບ​​ເມືອງ​ຊີ່ນິງ​ເທດສະບານ​ແຂວງ​ເກືອບ​ຫຼາຍ​ກວ່າ​ເຄິ່ງໜຶ່ງ. ສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ3196​ແມັດ, ທົ່ວ​ໜອງ​ຊີ່​ງ​ໄຫ​ຈາກ​ທິດຕາ​ເວັນ​ອອກ​ຮອດ​ຕາ​ເວັນ​ຕົກ​ແມ່ນຍາວ​ຢຽດ,​ແຕ່​ເໜືອ​ລົງ​ໃຕ້​ແຄບ, ຈາກ​ທິດ​ຕາ​ເວັນ​ອອກ​ຮອດ​ຕາ​ເວັນ​ຕົກ​ຍາວ106ກິ​ໂລ​ແມັດ,​ແຕ່ເໜືອ​ລົງໃຕ້​ກວ້າງ​63​ກິ​ໂລ​ແມັດ, ສີ່​ດ້ານ​ລ້ວນ​ແຕ່​ອ້ອມ​ດ້ວຍ​ພູ, ຮອບ​ຍາວ​360ກິ​ໂລ​ແມັດ, ນ້ຳ​ເລິກ​ສະ​ເລ່ຍ19​ແມັດ, ບ່ອນ​ເລິກ​ທີ່​ສຸດ​ແມ່ນ39​ແມັດ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>