ໜອງ​ຊີ່​ງ​ໄຫ​ໜອງ​ງາມ​ທີ່​ສຸດ​ຂອງ​ຈີນ

(GMT+08:00) 2009-11-03 17:33:41 cri
-----------------------------------------------------------------------------------------------------------------

ຍາມ​ລະດູ​ຮ້ອນ​ແລະ​ລະດູ​ໃບ​ໄມ້ຫຼົ່ນ​ແມ່ນ​ລະດູ​ການ​ທີ່​ດີ​ທີ່​ສຸດ​ສຳລັບ​ການ​ໄປ​ທ່ຽວ​ໜອງ​ຊິງ​ໄຫ​.ທ່ານ​ວາງ​ເຟີ​ງ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ສ້າ​ນຊີ​ບອກ​ວ່າ,​ການ​ໄປ​ທ່ຽວ​ໜອງ​ຊິງ​ໄຫ​ແມ່ນ​ຄວາມ​ປາຖະໜາ​ຂອງ​ເພິ່ນ​ມາ​ໂດຍ​ຕະຫຼອດ.ທ່ານ​ບອກ​ວ່າ:

"​ໄດ້​ຍິນ​ວ່າ​ໜອງ​ຊິງ​ໄຫ​ງາມ​ຫຼາຍ,ມີ​ໜອງ​ຊິງ​ໄຫ,ຍັງ​ມີ​ວັດ​ທາ​ເອີ,ມາ​ຮອດ​ແຫ່ງ​ນີ້​ແລ້ວ​ຮູ້ສຶກ​ອາລົມ​ດີ​ທີ່​ສຸດ,ສະບາຍ​ໃຈຫຼາຍ,​ເມື່ອ​ໄດ້​ເຫັນ​ທ້ອງຟ້າ​ສີ​ຄາມ,ນ້ຳ​ໜອງ​ທີ່​ໃສ​ສະອາດ​ແລະພູ​ຂຽວ,ຍິ່ງຮູ້ສຶກ​ສະບາຍ​ໃຈ.​ເພື່ອນ​ຊິງ​ໄຫ​ລ້ວນ​ແຕ່​ກະຕືລື​ລົ້ນ​ແລະ​ເປັນ​ມິດ​ຫຼາຍ,ນອນ​ນີ້,ກໍ່​ຮູ້ສຶກ​ວ່າ​ຊິງ​ໄຫ​ມີ​ສິ່ງ​ແວດ​ລ້ອມ​ທີ່​ສະອາດ​ແລະ​ສວຍ​ງາມ,​ປະຊາຊົນ​ຊິງ​ໄຫ​ຮັກ​ແຂ​ກ​ແພງ​ຄົນ,ພາບວິວທິວ​ທັດ​ສວຍ​ງາມ,ອາກາດ​ດີ,ໜ້າ​ຢູ່​ແລະ​ໜ້າ​ໄປ​ທ່ຽວ."


ຢູ່​ກາງ​ໜອງ​ຊິງ​ໄຫ​ມີ​ດອນນ້ອຍ5ດອນ​ເໝືອນ​ດັ່ງ​ເຮືອ​ນ້ອຍ5​ລຳ​ທີ່​ລອຍ​ຢູ່​ເທິງ​ໜ້າ​ນ້ຳ,​ຮູບ​ຮ່າງ​ທີ່​ຕ່າງ​ກັນ​ຂອງ​ດອນ​ເຫຼົ່າ​ນີ້​ຕ່າງ​ເປັນ​ທິວ​ທັດທີ່​ມີ​ຈຸດ​ເດັ່ນ​ຂອງ​ໃຜ​ມັນ.​ໃນ​ນັ້ນ,​ຊື່​ດັງ​ທີ່​ສຸດ​ກໍ່​ແມ່ນ​ດອນ​ນົກ,ມີ​ເນື້ອ​ທີ່​ພຽງ0,5ກິ​ໂລ​ຕາ​ແມັດ,​ໃນ​ລະດູ​ໃບ​ໄມ້​ປົ່ງ​ແລະ​ລະດູ​ຮ້ອນ​ມີ​ນົກ​ອົບ​ພະຍົບ1​ແສນ​ກວ່າ​ໂຕ​ມາອາ​ໄສ​ຢູ່​ດອນ​ນີ້, ພາບ​ທີ່​ນົກ​ໝື່ນ​ໂຕ​ບິນ​ພ້ອມ​ກັນ​ສະຫງ່າ​ງາມ​ຫຼາຍ.

ໜອງ​ຊິງ​ໄຫ​ບໍ່ພ​ຽງ​ແຕ່​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ສີສັນ​ມະຫັດສະຈັນ​ເທົ່າ​ນັ້ນ,ຍັງ​ເປັນ​ໜອງ​ໃຫຍ່​ອັນ​ປະ​ເສີດ​ທີ່​ນັກວິທະຍາສາດ​ທົ່ວ​ໂລກ​ສົນ​ໃຈ​ນຳ.ລັດຖະບານ​ຈີນ​ເຄີຍດຳ​ເນີນ​ການ​ສຳ​ຫຼວດສັງຄົມ​ຫຼາຍ​ເທື່ອ​ຕໍ່​ໜອງ​ຊິງ​ໄຫ,​ໄດ້​ພົບ​ວ່າ​ໃນ​ໜອງ​ຊິງ​ໄຫ​ມີ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ອັນ​ອຸດົມສົມບູນ.ໜອງ​ຊິງ​ໄຫ​ມີ​ປາ​ໄນ​ຈຳ​ນວນ​ຫຼວງ​ຫຼາຍ,​ເປັນ​ຄັງ​ປາ​ທຳ​ມະ​ຊາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກສ​ສຽງ​ເໜືອ​ຂອງ​ຈີນ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>