ໜອງ​ຊີ່​ງ​ໄຫ​ໜອງ​ງາມ​ທີ່​ສຸດ​ຂອງ​ຈີນ

(GMT+08:00) 2009-11-03 17:33:41 cri
-----------------------------------------------------------------------------------------------------------------

ໜອງ​ຊີ່​ງ​ໄຫ​ທີ່​ຕັ້ງ​ຢູ່​ເທິ​ງພູ​ພຽງ​ຊີ່​ງ​ໄຫ​ຕິ​ເບ​ດ, ອ້ອມ​ດ້ວຍ​ທົ່ງ​ຫຍ້າ​ອັນ​ກວ້າງຂວາງ, ຢູ່​ແຄມໜອງ​ໜ້າດິນ​ຮາບ​ພຽງ, ມີ​ນ້ຳ​ຢ່າງ​ພຽງພໍ, ອາກາດ​ອົບ​ອຸ່ນ, ​ແມ່ນ​ສວນ​ລ້ຽງສັດ​ແບບ​ທຳ​ມະ​ຊາດ​ທີ່​ມີ​ນ້ຳ​ແລະ​ຫຍ້າ​ຢ່າງ​ອຸດົມສົມບູນ.

ຍ້ອນ​ວ່າ​ຢູ່​ໃນ​ໜອງ​ມີ​ຄວາມ​ເລິກ​ຕ່າງ​ກັນ, ມີ​ຈຸດ​ພິ​ເສດດ້ານ​ອຸ​ທົກ​ກະສາດ​ຕ່າງ​ກັນ, ອາກາດ​ກໍ່​ປ່ຽນ​ໄປ​ຕາມ​ລະດູ​ການ, ​ໃນ​ຕອນ​ເຊົ້າ, ຕອນ​ທ່ຽງ​ແລະ​ຕອນ​ກາງຄືນ​ຂອງ​ມື້​ດຽວ​ກັນ, ສີ​ນ້ຳ​ໜອງ​ຊີ່ງ​ໄຫ​ກໍ່​ເກີດ​ມີ​ການ​ປ່ຽນ​ແປງ, ​ເຮັດ​ໃຫ້​ຮູ້ສຶກ​ງຶດ​ງໍ້. ຜູ້ນຳ​ທ່ຽວ​ເວົ້າ​ວ່າ,

ໃນ​ອາກາດຄື​​ແນວ​ນີ້, ໜອງ​ຊີ່​ງ​ໄຫ​ຈາກ​​ໃນ​ຮອດ​ນອກ​ລວມມີ7ສີ, ສະ​ນັ້ນ​ປະຊາຊົນ​ເຜົ່າ​ຕິ​ເບ​ດທີ່​ອາ​ໄສ​ຢູ່​ແຫ່ງນີ້​ຈຶ່ງເອີ້ນ​ເປັນ"ໜອງ​ເຈັດ​ສີ", ​ແມ່ນ​ໜອງ​ສັກສິດ​ແຫ່ງ​ໜຶ່ງ. ໃນ​ເດືອນ​ກໍລະ​ກົດ​ທຸກ​ໆ​ປີ​, ໜອງ​ຊີ່​ງ​ໄຫ​ຈະ​ມີ​ທິວ​ທັດ​ທີ່​ສວຍ​ງາມ​ທີ່​ສຸດ, ດອກ​ຜັກ​ກາດ​ນ້ຳມັນ​ທີ່​ມີ​ເນື້ອ​ທີ່​ກວ້າງ​ຢູ່​ແຄມ​ໜອງ​ກໍ່​ແຕກ​ດອກ​, ທ້ອງຟ້າ​ສີ​ຄາມ, ​ເມກ​ສີຂາວ, ດອກ​ຜັກ​ກາດ​ນ້ຳມັນ​ສີຄຳ​ປະສົມ​ປະສານ​ກັນ​, ງາມຫຼາຍ.

ໜອງຊິງ​ໄຫ​ມີທິວ​ທັດ​ທີ່​ຕ່າງ​ກັນຫຼາຍ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ລະດູ​ການ.ລະດູ​ຮ້ອນ​ແລະ​ລະດູ​ໃບ​​ໄມ້ຫຼົ່ນ,​ເມື່ອ​ສາຍພູ​ທີ່​ສູງ​ສະຫງ່າ​ແລະ​ທົ່ງ​ຫຍ້າ​ກວ້າງຂວາງ​ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ປົກ​ຄຸ້ມ​ໄປ​ດ້ວຍ​ສີ​ຂຽວ,​ພູ​ຜາ​​​ແຄມ​ໜອງ​ຂຽວ​ງາມ​​ແລະ​ນ້ຳ​ໃສ​ສະ​ອາດ,​ອາ​ກາດ​ສົດ​ຊື່ນ, ​ງາມ​ທີ່​ສຸ​ດ.ທົ່ງ​ຫຍ້າ​ທີ່​ກວ້າງ​ໃຫຍ່​ປຽບ​ສະ​ເໝືອນ​ພົມ​ສີ​ຂຽວ,ດອກ​ໄມ້​ນາໆ​ສີປະດັບ​ທົ່ງ​ຫຍ້າ​ໃຫ້​ງາມ​ຄື​ຜ້າ​ລວດ​ລາຍ​,ຍັງ​ມີ​ງົວ,​ແກະ​ແລະ​ມ້າ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ​ຄື​ໄຂ່​ມຸກ​ຫຼາຍ​ສີ​ຢາຍ​ເຕັມ​ທົ່ງ​ຫຍ້າ.ທົ່ງ​ນາ​ທີ່​ຢູ່​ແຄມ​ໜອງ ​ງາມ​ປານ​ຮູບ​ແຕ້ມ,​ເມື່ອ​ລົມ​ພັດ​ມາ, ​ເຂົ້າ​ເບຼ​​​ໃນ​ນາ​ຂຶ້ນໆ​ລົງໆເໝືອນ​ຄື້ນນ້ຳ,ດອກ​ຜັກນ້ຳມັນ​ສີ​ເຫຼື​ອງສົ່ງ​ກິນ​ຫອມ​ໄປ​ຕາມ​ສາຍ​ລົມ.ໜອງ​ຊິງ​ໄຫທີ່​ກວ້າງ​ໃຫຍ່​ສຸດ​ສາຍ​ຕາ​ຕິດ​ຈອດ​ກັບ​ຟ້າ,​ຄື້ນ​ນ້ຳ​ໃສ​ກະ​ທົບ​ກັນ.​ສ່ວນ​ໃນ​ຍາມ​ລະດູ​ໜາວ,ອາກາດ​ໜາວ​ຫຼາຍ,​ສາຍ​ພູ​ແລະ​ທົ່ງ​ຫຍ້າ​ປ່ຽນ​ເປັນ​ສີ​ເຫຼືອງ,​ບາງ​ເທື່ອ​ຍັງ​ປົກ​ຫຸ້ມ​ໄປ​ດ້ວຍ​ຫິມະ​ຊັ້ນ​ໜາໆ. ​ເດືອນ​ພະຈິກ​ແຕ່ລະ​ປີ,ໜອງ​ຊິງ​ໄຫ​ເລີ່ມ​ກ້າມ,​ໜ້າ​ໜອງ​ເປັນ​ສີ​ເງິນ,​ເໝືອນ​ດັ່ງ​ແວ່ນ​ແຍງ​ໃຫຍ່ໆ​ແຜ່ນ​ໜຶ່ງ​, ​ເຫຼື້ອມ​ຍິບ​ຍັບ​ໃຕ້​ແສງ​ຕາ​ເວັນ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>