ຫວ່າງບໍ່ດົນມານີ້, ນະຄອນເສິງຕູ່ ເທດສະບານແຂວງເສສວນຂອງຈີນ ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມເຄືອຂ່າຍຕົວເມືອງປະດິດສ້າງຂອງອົງການຢູເນັສໂກ ສະຫະປະຊາຊາດ ຢ່າງເປັນທາງການ, ແລະໄດ້ຮັບນາມມະຍົດວ່າ "ເມືອງອາຫານເລີດລົດ", ແລ້ວໄດ້ກາຍເປັນ "ເມືອງອາຫານເລີດລົດ" ຂອງໂລກແຫ່ງທຳອິດໃນອາຊີ. ໃນລາຍການພາກນີ້ ຈະພາທ່ານໄປຊີມອາຫານເສສວນຂອງແທ້ ທີ່ໄດ້ຊື່ເປັນ "ອູ່ເຂົ້າອູ່ປາທີ່ອຸດົມສົມບູນ", ເຊິ່ງເປັນແຫຼ່ງກຳເນີດ ແລະ ສູນປະດິດສ້າງອາຫານເສສວນ.

ແຂວງເສສວນ ແມ່ນເມືອງສະຫວັນແຫ່ງອາຫານເລີດລົດ ໄດ້ຮັບການຍອມຮັບທົ່ວໄປຢູ່ຈີນ, ອາຫານແຂວງເຊສວນແມ່ນໜຶ່ງໃນ 4 ລະບົບອາຫານທີ່ມີຊື່ສຽງຂອງຈີນ ມີຊື່ລືນາມຢູ່ຈີນແລະຕ່າງປະເທດ ຍ້ອນວິທີປຸງແຕ່ງອັນພິເສດ ແລະ ລົດຈັດໆຂອງອາຫານທ້ອງຖິ່ນ. ວັດຖຸດິບທີ່ໃຊ້ແຕ່ງອາຫານເຊສວນ ມີຫຼາຍຢ່າງ, ແລະຫຼາຍລົດຊາດ, ໃນລົດຊາດຕ່າງໆ, ຄົນເສສວນມັກເຜັດແລະຮຶນຫຼາຍ. ສະນັ້ນ ເວລາເວົ້າເຖິງອາຫານເຊສວນ ທຸກຄົນຈຶ່ງມັກຄິດຫາລົດຊາດຮຶນ, ເຜັດ, ນົວ ແລະ ຫອມ. ເປັນຫຍັງຄົນເສສວນຈຶ່ງມັກກິນອາຫານເຜັດ ແລະ ຮຶນ? ແມ່ນຍ້ອນວ່າເສສວນຕັ້ງຢູ່ໃນພູມສັນຖານທີ່ເປັນຄືອ່າງ, ອາກາດຊຸ່ມອຶນ, ສ່ວນໝາກເຜັດ ແລະ ໝາກແຄ່ນ ສາມາດໄລ່ລົມແກ້ໜາວ ແລະ ເຮັດໃຫ້ເລືອດລົມເດີນດີ, ດັ່ງນັ້ນ, ລົດຊາດທັງຮຶນທັງເຜັດຂອງອາຫານເສສວນຈຶ່ງຖືກປາກຖືກຄໍເຂົາເຈົ້າ ແລະສືບທອດກັນມາທຸກເຊັ່ນຄົນ.
ຕາມສະຖິຕິທີ່ບໍ່ຄົບຖ້ວນ, ອາຫານເສສວນມີ 4000 ກວ່າຊະນິດ. ໃນນັ້ນ ກົ່ງປາວຈີ່ຕິ່ງ--ຄື ຂົ້ວຊີ້ນໄກ່ຕ່ອນ 4 ຫຼ່ຽມໃສ່ໝາກເຜັດແຫ້ງກັບໝາກຖົ່ວດິນ ແມ່ນອາຫານດັ້ງເດີມທີ່ມີຊື່ສຽງຊະນິດໜຶ່ງ. ຊີ້ນໄກ່ທັງນຸ້ມທັງເຜັດ ໝາກຖົ່ວດິນທັງກອບທັງຫອມ, ຄົນມັກກິນຫຼາຍ, ຈົນເຜີຍແຜ່ໄປທົ່ວໂລກ. ທີ່ຈິງແລ້ວ, ອາຫານຊະນິດນີ້ແຕ່ເດີມແມ່ນອາຫານກຸ້ຍໂຈ່ວ, ແຕ່ຊູ່ມື້ນີ້ ໄດ້ດັດແປງກາຍເປັນອາຫານເສສວນແລ້ວ.
<< 1 2 3 >>