ໄປ​ກິນ​ອາ​ຫານ​ເສ​ສວນ​ທີ່​ເລີດ​ລົດ​ຢູ່​ນະ​ຄອນ​ເສິງ​ຕູ່

(GMT+08:00) 2010-05-14 15:35:01     cri

ອາຫານ​​ເບົາເສິງ​ຕູ່ ກໍ​ແມ່ນອາຫານ​ແຊບ​ປະ​ເພດ​ໜຶ່ງ ​ຂອງ​ເສ​ສວນ. ຖ້າ​ທ່ານຢາກຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ອາຫານ​ເສ​ສວນ, ​ກໍຈະ​ເຫັນ​ເວ​ບ​​ໄຊ​​ໜຶ່ງ​ຊື່​ວ່າ "ຊ່ວນວຸ້ຍຟ່າງ" ​ແປ​ວ່າ​ຮ້ານ​ອາຫານ​ເສ​ສວນ, ນີ້​​ບໍ່​ແມ່ນ​ເວ​ບ​ໄຊທາງ​ການ ​ເຊິ່ງ​ແມ່ນ​​ຊາວ​ໜຸ່ມ​ທີ່​ມັກ​ອາ​ຫານ​ເສ​ສວນ​ສ້າງຂຶ້ນ​ເອງ. ດ້ວຍ​ຄວາມ​ມັກ​​ອາຫານ​ບ້ານ​ເກີດ​ຕົນ​ເອງ, ເຂົາ​ເຈົ້າ​ຢາກ​​ໃຫ້​ອາ​ຫານ​​ເສ​ສວນ​ນີ້​ມີ​ຊື່​ລື​ນາມ​ກວ້າງ​ໄກ​ກວ່າ​​ເກົ່າ. ທ່ານ​ຫີ​ປິ່ນ ຜູ້​ຮັບ​ຜິດ​ຊອບ​ເວ​ບ​ໄຊ​ເວົ້າວ່າ: "ພວກ​​ເຮົາໄດ້​ໄປ​ຢາມ​ຜູ້​ມັກ​ອາຫານ​ພື້ນ​ເມືອງ ​ແລະ ຜູ້​ແຕ່ງ​ອາ​ຫານ​ເກັ່ງ​ຫຼາຍ​ຄົນ, ພວກ​​ເພິ່ນ​ວ່າ, ​ເມື່ອ​​ເວົ້າ​ເຖິງລົດ​ຊາດອາຫານ​ເສ​ສວນ ບໍ່​ຄວນ​ເວົ້າແຕ່​ອາ​ຫານ​ເສ​ສວນ ຫຼື ຊີ້ນ​ຈຸ່ມ​ເສ​ສວນ, ​ຄວນ​ເວົ້າມາ​ແຕ່​ກົກ​ເຄົ້າ​ເຫງົ້າມູນ, ​ເວົ້າມາ​ແຕ່​ການ​ເລືອກ​ເອົາ​ວັດ​ຖຸ​ດິບ, ​ເຄື່ອງ​ປຸງ, ​ແລະ ​ແຈ່ວ, ຈາກ​ການ​ຊອກ​ຊື້​ວັດຖຸ​ດິບຮອດການ​ປຸງ​ແຕ່ງ, ຈົນ​ຮອດ​ຂັ້ນ​ສຸດ​ທ້າຍຄື ​ແຕ່ງ​ເປັນ​ອາຫານ ​ແລະ​ ຈຳໜ່າຍ, ລ້ວນ​ແຕ່​ມີ​ເອກະລັກ​ພິ​ເສດ​ຂອງ​ມັນ, ພວກ​​ເຮົາ​ມີ​ຄວາມ​ສົນ​ໃຈຫຼາຍ ​ແລະ ກໍມີ​ຄວາມ​ໝັ້ນ​ໃຈ ທີ່ຈະ​ເຜີຍ​​ແຜ່​ອາຫານດີໆ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ບວກ​ກັບ​​ຄວາມ​ມັກ​ກິນ, ພວກ​​ເຮົາຈຶ່ງ​ໄດ້​ສ້າງ​ເວ​ບ​ໄຊ​ນີ້​ຂຶ້ນມາ".

ຜ່ານ​ເວ​ບ​ໄຊ "ຊ່ວນວຸ້ຍຟ່າງ", ທ່ານບໍ່ພຽງ​ແຕ່ຈະ​ໄດ້​​ຮູ້​ອາຫານ​ແຊບໆ​ຂອງ​ເສ​ສວນ ​ແລະ ປະຫວັດ​ຄວາມ​ເປັນ​ມາ​ຂອງ​ອາຫານ​ເສສວນ, ຊອກ​ເຫັນ​ຮ້ານ​ອາຫານ​ເສ​ສວນ​ທີ່​ມີ​ຊື່ສຽງກວ່າ​ໝູ່ ຫຼື ຮ້ານ​ອາຫານ​ເບົາ​ເສ​ສວນ​ນ້ອຍໆທີ່​ມີ​ຊື່ສຽງຢູ່​​ແຄມ​ທາງ, ​​ແລະຍັງ​ຈະຮຽນ​ຮູ້​ເນື້ອ​ໃນ​ວັດທະນະທຳ​ອັນ​ເລິກ​ເຊິ່ງຂອງ​ອາຫານ​ອັນ​​ເລີດ​ລົດ​ອີກ​ດ້ວຍ. ທ່ານ​ຫູ​ປິ່ນ​ກ່າວ​ວ່າ, ​ແຕ່​ໃດ​ມາ, ​ແຂວງ​ເສ​ສວນ​ກໍ​ຖືກ​ເອີ້ນ​ວ່າເປັນ "​ເມືອງ​ແຫ່ງ​ສະຫວັນທີ່​ອຸດົມສົມບູນ", ​ໃນ​ນິດ​ໄສ​ຂອງ​ຊາວ​ເສສວນ​ມີ​ອັນ​ໜຶ່ງ​ທີ່ສຳຄັນຫຼາຍ ນັ້ນກໍ​ຄື​ ວັດທະນະ​ທຳ​ການ​ພັກ​ຜ່ອນ​ຢ່ອນ​ອາລົມ. ຍ້ອນ​ຊາວ​ເສ​ສວນ​ມັກ​ອາຫານທີ່​ເລີດ​ລົດ, ຈຶ່ງ​ສາມາດ​ແຕ່ງ​ອາ​ຫານ​​ໄດ້​ຫຼາຍໆ​ຊະ​ນິດ, ​ແຕ່​ລະ​ຊະ​ນິດ​ມີ​ລົດ​ຊາດ​ຕ່າງ​ກັນ, ​ເຮັດ​ໃຫ້​ວັດຖຸ​ດິບ​ແຕ່​ລະ​ຊະ​ນິດ​ ລ້ວນ​ແຕ່ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ມັນ. ທ່ານ​ຫູ​ປິ່ນ​ເວົ້າວ່າ: "​ໃນ​ຍາມ​ວ່າງ, ຄົນ​ທັງ​ຫຼາຍ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​​ເຖົ້າ ມັກຄຶດ​ແຕ່ງ​ອາ​ຫານຕ່າງໆ. ມີ​ແມ່​​ເຮືອນ​ຫຼາຍໆ​ຄົນ ​ຖ້າ​ຫວ່າງ​ວຽກ ກໍ​ຄົ້ນ​ຄວ້າ​​ແຕ່ງ​ອາ​ຫານ​ແນວ​ນັ້ນ​ແນວ​ນີ້, ​​ແລ້ວ​ເອົາ​ໃຫ້​ຍາດ​ຕິ​ພີ່​ນ້ອງ ຫຼື ໝູ່​ເພື່ອນ​ຊິ​ມ​ເບິ່ງ, ຖ້າ​ເຫັນ​ວ່າ​​ແຊບ ລົດ​ຊາດ​ຖືກ​ປາກ, ພວກ​ເຂົາ​ເຈົ້າກໍ​ຈະ​ເຜີຍ​ແຜ່​ອາຫານ​ຊະນິດ​ນັ້ນ".

ລົດ​ຊາດ​ອາຫານ​ເສ​ສວນ​ກຳ​ເນີ​ດຈາກ​ພື້ນ​ເມືອງ, ຖ້າ​ທ່ານ​ມີ​ໂອກາດ​ໄປ​ນະ ຄອນ​ເສີງ​ຕູ່, ກໍ​ຈະ​ມີ​ໂອກາດ​ໄປ​ເລາະຫຼິ້ນຕາມ​ຖະໜົນ​ນ້ອຍ​ໃຫຍ່​ຂອງ "​ເມືອງ​ແຫ່ງ​ອາຫານ​ເລີດ​ລົດ​" ​ແຫ່ງນີ້, ​ແລະ​ໄດ້​ຊິ​ມອາຫານ​​ແຊບໆ​ທີ່​​ເຮັດ​ໃຫ້​ທ່ານຕິດ​ໃຈ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ