
ເມື່ອເວົ້າເຖິງຮ່ອມຊ່ານເສຍແມ່ນ້ຳຢ່າງຊີກ້ຽງ,ຄົນຈີນຈະຮູ້ດີ,ເພາະມັນເປັນຮ່ອມພູທີ່ກວ້າງໃຫຍ່ສະຫງ່າງາມທີ່ສຸດທີ່ແມ່ນ້ຳຢ່າງຊີກ້ຽງໄຫຼຜ່ານ.ສົ້ນຕາເວັນຕົກຂອງຮ່ອມພູນີ້ເລີ່ມແຕ່ປາຍຕີ້ເສີງເມືອງເຟີ້ງເຈ ນະຄອນຈຸ່ງກິ່ງ,ສົ້ນຕາເວັນອອກຢູ່ນານຈິ່ນກ່ວນເມືອງອີຊ່າງແຂວງຫູເປີຍ,ຮ່ອມຊ່ານເສຍເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງຈີນ.ປັດຈຸບັນ,ຢູ່ແຫຼ່ງທ່ອງທ່ຽວຮ່ອມຊ່ານເສຍແມ່ນ້ຳຢ່າງຊີກ້ຽງສິ່ງທີ່ສະຫງ່າງາມກວ່າໝູ່ກໍ່ແມ່ນໂຄງການຊົນລະປະທານຮ່ອມຊ່ານເສຍທີ່ປະຈັກຕາຊາວໂລກ.

ທິວທັດຮ່ອມພູອູເສຍ
ຮ່ອມພູຊ່ານເສຍແມ່ນ້ຳຢ່າງຊີກ້ຽງຍາວທັງໝົດ193ກິໂລແມັດ,ປະກອບດ້ວຍຮ່ອມພູ3ແຫ່ງຄືຮ່ອມສູຖາງ,ຮ່ອມອູເສຍແລະຮ່ອມສີ່ຫຼິງ.ໂຄງການເຂື່ອນຊ່ານເສຍຕັ້ງຢູ່ຕອນກາງຂອງຮ່ອມສີ່ຫຼິງ.ຢູ່ແຫ່ງນີ້,ມີເຂື່ອນຊ່ານເສຍທີ່ເປັນໂຄງການຊົນລະປະທານທີ່ໃຫຍ່ທີ່ສຸດໃນໂລກ, ໂຄງການທີ່ທັນສະໄໝ,ທິວທັດທຳມະຊາດທີ່ສວຍງາມແລະຮ່ອງຮອຍວັດທະນະທຳປະຫວັດສາດປະສົມປະສານກັນ,ໄດ້ກາຍເປັນປັດໄຈທີ່ສຳຄັນໄດ້ດຶງດູດນັກທ່ອງທ່ຽວຢ່າງຫຼວງຫຼາຍ.

1 2 3 4