ປະຈຸບັນ, ແຫຼ່ງທ່ອງທ່ຽວໂຄງການເຂື່ອນຊ່ານເສຍໄດ້ເປີດສວນ3ແຫ່ງໃຫ້ນັກທ່ອງທ່ຽວເຂົ້າຊົມຄືໜຶ່ງ: ພູຖານຈື່ຫຼິງ,ສອງ: ແທ່ນ185ແລະສາມ:ສວນລະລຶກການກັ້ນນ້ຳ.ກ່ອນອື່ນ,ພວກເຮົາຈະໄປພູຖານຈື່ຫຼິງທີ່ເປັນຈຸດສູງສຸດຂອງໂຄງການເຂື່ອນຊ່ານເສຍ,ພູນີ້ສູງກວ່າໜ້ານ້ຳທະເລ260ກວ່າແມັດ,ຢືນຢູ່ແຫ່ງນີ້ຈະສາມາດເບິ່ງເຫັນພາບທິວທັດຂອງໂຄງການເຂື່ອນຊ່ານເສຍ.ສ່ວນຊື່ຂອງພູຖານຈືຫຼິງແມ່ນເລື່ອງເລົ່າຂານໃນນິທານເລື່ອງໜຶ່ງ,ນາງລ້ຽວເມິງຊິງ ຜູ່ນຳທ່ຽວບອກວ່າ:
"ຕາມການເລົ່າລືກັນມາວ່າ,ໃນສະໄໝບູຮານຈີນ,ມີຄົນຜູ່ໜຶ່ງຊື່ວ່າຕ້າຢູ່ນຳພາປະຊາຊົນສູ້ຊົນແກ້ໄຂບັນຫານ້ຳຖ້ວມຢ່າງບໍ່ຮູ້ອິດຮູ້ເມື່ຍ,ຈົນບໍ່ມີເວລາເມື່ອຢາມຄອບຄົວ,ເຖິງຈະເຄີຍຍ່າງຜ່ານປະຕູເຮືອນ3ເທື່ອກໍ່ບໍ່ໄດ້ເຂົ້າເຮືອນ,ໂດຍໄດ້ຮັບການຊ່ວຍເຫຼືອຂອງງົວວິເສດໂຕໜຶ່ງ,ໄດ້ເຈາະຮ່ອມພູຍາວປະມານ200ກິໂລແມັດ,ນັ້ນກໍ່ຄືຮ່ອມພູຊ່ານເສຍຂອງແມ່ນ້ຳຢ່າງຊີກ້ຽງ.ເພື່ອສະແດງຄວາມຂອບໃຈຕໍ່ຕ້າຢູ່,ປະຊາຊົນລຽບຮ່ອມພູຊ່ານເສຍກໍ່ເລີຍໃຊ້ເຮືອໃຫຍ່ຂົນເຫຼົ້າໃສ່ໄຫໜ່ວຍໃຫຍ່ໆໄປມອບໃຫ້ຕ້າຢູ່,ສ່ວນຕ້າຢູ່ກັບງົວວິເສດກໍ່ອຳລາຈາກໄປ,ຈົ່ງຫີນກ້ອນໃຫຍ່ໆໄວ້ເປັນທີ່ລະລຶກ.ປະຊາຊົນຮູ້ສຶກສະເທືອນໃຈຫຼາຍຈົນບໍ່ຢາກຈາກໄປກໍ່ເລີຍເຝົ້າຖ້າຢູ່ຫັ້ນ,ໃນທີ່ສຸດ,ກ້ອນຫີນໃຫຍ່ກໍ່ກາຍເປັນດອນນ້ອຍ,ນັ້ນກໍ່ຄືດອນຈົ່ງປາວທີ່ເປັນສະຖານທີ່ກໍ່ສ້າງໂຄງການເຂືອນຊ່ານເສຍ,ສ່ວນໄຫເຫຼົ້າໃຫຍ່ນັ້ນກໍ່ວາງໄວ້ເທິງຝັ່ງຊ້າຍແມ່ນ້ຳຢ່າງຊີກ້ຽງ,ແລະໄດ້ກາຍເປັນໜ່ວຍພູຄືພູຖານຈື່ຫຼິງໃນປັດຈຸບັນ.ຕາມເພິ່ນເລົ່າລືກັນມາວ່າ,ຢູ່ເທິງພູແຫ່ງນີ້,ໃນມື້ອາກາດປອດໂປ່ງສົດໃສ,ເມື່ອມີລົມພັດໂຊຍມາຈະມີຄວາມຮູ້ສຶກເໝືອນກັບໄດ້ກິ່ນຫອມຂອງເຫຼົ້າຢູ່."

ດອນຈົ່ງປາວ

ຊົມທັດສະນີຍະພາບເຂື່ອນຊ່ານເສຍຈາກພູຖານຈື
ຫຼັງຈາກຊົມທັດສະນີຍະພາບທົ່ວເຂື່ອນຊ່ານເສຍຢູ່ເທິງພູຖານຈື່ຫຼິງແລ້ວ,ພວກເຮົາຈະໄປທ່ຽວແທ່ນ185.ຍ້ອນວ່າແທ່ນນີ້ສູງພຽງຈອມເຂື່ອນຄືສູງກວ່າລະດັບໜ້ານ້ຳທະເລ185ແມັດ,ສະນັ້ນຈິ່ງໄດ້ຊື່ວ່າແທ່ນ185.ນາງລ້ຽວເມິ້ງຊິງ ຜູ່ນຳທ່ຽວບອກວ່າ,ແຫ່ງນີ້ເປັນບ່ອນດີທີ່ສຸດສຳລັບຊົມພາບອ່າງເກັບນ້ຳຊ່ານເສຍຫຼັງເກັບນ້ຳ.

"ຢືນຢູ່ແທ່ນ185ຈະສາມາດເບິ່ງເຫັນດ້ານໜ້າຂອງຝາຍກັ້ນນ້ຳຂອງໂຄງການເຂື່ອນຊ່ານເສຍ,ໝາຍຄວາມວ່າສາມາດຊົມພາບອ່າງເກັບນ້ຳ ແລະຍັງສາມາດຊົມພາບອັນສະຫງ່າງາມຂອງເຂື່ອນຊ່ານເສຍໄດ້ທັງໝົດ,ນອກນີ້,ຍັງຈະໄດ້ເຫັນພາບຂອງເມືອງຈືກຸ່ຍ ເມືອງແຫ່ງທຳອິດທີ່ຢູ່ເຂດໂຄງການເຂື່ອນຊ່ານເສຍທັງເປັນບ້ານເກີດຂອງສູຢວນ ນັກກະວີທີ່ມີຊື່ສຽງໃນສະໄໝບູຮານຂອງຈີນ."
1 2 3 4