ໂຄງ​ການ​ຊ່ານ​ເສຍ---​ເຂື່ອນ​ໃຫຍ່​ເທິງ​ແມ່​ນ້ຳ​ຢ່າງ​ຊີ​ກ້ຽງ

(GMT+08:00) 2010-08-15 10:49:46     cri


ໂຄງ​ການ​ຊ່ານ​ເຊ​ຍປະກອບ​ດ້ວຍ​ສາມ​ພາກສ່ວນ, ຄື:​ເຂື່ອນ​ໃຫຍ່, ​ໂຮງ​ໄຟຟ້າ​ນ້ຳຕົກ, ​ແລະ​ບ່ອນ​ກໍ່ສ້າງ​ທ່າ​ເຮືອ​ທີ່​ສະຫງ່າ​ຜ່າ​ເຜີຍ. ​ໂຄງການ​ຊົນລະປະທານ​ທີ່​ມີຂະໜາດ​ໃຫຍ່​ທີ່ສຸດ​ຂອງ​ໂລກ​ແຫ່ງ​ນີ້​ຕັ້ງ​ຢູ່​ໃນ​ຮ່ອມ​ພູ, ຕື່ນຕາ​ຕື່ນ​ໃຈ​ຫຼາຍ. ທ່ານ​ຊຸ່ນທີ່​ມາ​ຈາກ​ນະຄອນ​ອູ​ຮ້ານ​ເຫັນ​ທັດ​ສະນີ​ຍະ​ພາບ​ແຫ່ງ​ນີ້​ແລ້ວ​ກໍ່​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ລາວ​ເວົ້າ​ວ່າ, ຂ້ອຍ​ແມ່ນ​ມາ​ທ່ຽວ​ເຂື່ອນ​ຊ່ານ​ເຊຍ​ແມ່​ນ້ຳ​ຢາ​ງ​ຊີກ​ຽງ​ເປັນ​ເທື່ອ​ທຳ​ອິດ, ​ເມື່ອ​ຢູ່​ເທິງພູ​ຖານ​ຈືລິງ​ທີ່​ເປັນ​ບ່ອນ​ສູງ​ເບິ່ງ​ລົງ​ລຸ່ມ, ​ຈະໄດ້​ເຫັນ​ທັດສະນີ​ຍະ​ພາບ​ທີ່​ສະຫງ່າ​ງາມ​ທີ່​ສຸດ,​ຂ້ອຍ​ໄດ້​ໄປ​ແທ່ນ​ເລກທີ185, ​ໄດ້​​ເບິ່ງ​ເຂື່ອນ​ໃຫຍ່​ຢ່າງ​ໃກ້ຊິດ, ຈັ່ງ​ແມ່ນ​ສົມ​ເປັນ​ໂຄງການ​ຊົນ​ລະ​ປະ​ທານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກອີ່ຫຼີ.

ໂຮງໄຟຟ້າເຂື່ອນຊ່ານເສຍ

ຫຼັງ​ຈາກ​ລົງ​ມາ​ຈາກ​ແທ່ນ​185​ແລ້ວ, ກໍ່ເຂົ້າ​ສູ່​ບ່ອນ​ທີ​ສາມ​ຂອງ​ເຂດ​ທ່ອງ​ທ່ຽວ, ຄື​: ສວນ​ລະ​ລຶກການ​ກັ້ນ​ນ້ຳ​ທີ່​ເປັນ​ສວນ​ຫົວ​ຂໍ້​ຂອງ​ໂຄງການ​ຊົນລະ​ປະທານ​ແຫ່ງ​ທຳ​ອິດ​ພາຍ​ໃນ​ປະ​ເທດ​ຈີນ. ບ່ອນ​ນີ້ດ້ານຫຼັງ​ແມ່ນ​ພູດ​ອຍ, ດ້ານ​ໜ້າ​ແມ່ນ​ເຂື່ອນ​ໃຫຍ່. ສວນ​ລະ​ລຶກ​ແຫ່ງ​ນີ້​ໄດ້​ບັນທຶກ​ເລື່ອງ​ລາວ​ໃນ​ການ​ກໍ່ສ້າງ​ໂຄ​ງການ​ຊ່ານ​ເຊຍ. ຜູ້ນຳ​ທ່ຽວ​ເວົ້າ​ວ່າ:ສວນ​ລະ​ລຶກການ​ກັ້ນ​ນ້ຳ​ຕັ້ງ​ຢູ່​ຍ່ານ​ໃຕ້​ແຄມ​ຝັ່ງ​ເບື້ອງ​ໃຕ້​ຂອງ​ຮ່ອມ​ພູ​ຊ່ານ​ເຊຍ, ​ເປັນ​ບ່ອນ​ໜຶ່ງ​ທີ່​ກວມ​ເນື້ອ​ທີ່​ກວ້າງ​ທີ່​ສຸດ​ໃນ​ເຂດ​ທ່ອງ​ທ່ຽວ​ໂຄງການ​ຊ່ານ​ເຊຍ,​ແລະກໍ່​ເປັນ​ບ່ອນ​ໜຶ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ຊົມ​ທິວ​ທັດ​ຂອງ​ໂຄງການ​ຊ່ານ​ເຊຍ. ​ໃນ​ສວນ​ລະ​ລຶກ​ແຫ່ງ​ນີ້​ມີ​ການ​ວາງ​ສະ​ແດງ​ສິ່ງ​ທີ່​ເກົ່າ​​ແກ່ຂອງ​ການ​ກໍ່ສ້າງ​ໂຄງການ, ​ເຄື່ອງ​ຈັກ​ຂະໜາດ​ໃຫຍ່​ທີ່​ໃຊ້​ໃນ​ການ​ກໍ່ສ້າ​ງ, ຕົວຢ່າງ​ວ່າ​ລົດ​ບັນທຸກ​ໃຫຍ່ໆ​ໃນ​ໄລຍະ​ກໍ່ສ້າງ​ໂຄງການ​ຊ່ານ​ເຊຍ, ປະຈຸ​ບັນປະ​​ໄວ້​ໃຫ້​ຄົນ​ເຂົ້າ​ຊົມ.


ການ​ກໍ່ສ້າ​ງໂຄງການ​ຊ່ານ​ເຊຍ​ເປັນຄວາ​ມປາຖະໜາຂອງ​ຊາວ​ຈີນ​ມາດົນ​ນານ​ແລ້ວ,​ຫຼັງ​ຈາກ​ສ້າງ​ສຳ​ເລັດ,​ເຂື່ອນ​ຊ່ານ​ເຊຍ​ສາ​ມາດ​ບັນ​ຈຸ​ນ້ຳ​ໄດ້​39​ຕື້300​ລ້ານ​ແມັດ​ກ້ອນ, ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ເຂດ​ທົ່ງ​ພຽງ​ລ້ອງ​ແມ່​ນ້ຳ​ຈ່ຽງ​ຮ້ານ​ແລະ​ເຂດ​ໜອງ​ຕົ້ງຖິ​ງ,​ເຊິງມີ​ປະ​ຊາ​ກອນ​15ລ້ານ​ຄົນ,​ແລະ​ດິນປູກຝັງ​ທີ່​ອຸ​ດົມ​ສົມ​ບູນ​ດີ​1​ລ້ານ​5​ແສນ3ໝື່ນ​ເຮັກຕາ, ມີ​ບົດບາດ​ຫຼາຍ​ຢ່າງ, ​ເຊັ່ນ:ປ້ອງ​ກັນ​ນ້ຳ​ຖ້ວມ, ຜະລິດ​ໄຟຟ້າ, ຂົນ​ສົ່ງ​ທາງ​ນ້ຳ​ແລະ​ອື່ນໆ.


ທີ່​ຈິງ​ແລ້ວ, ​ໃນ​​ໄລຍະ​ຕົ້ນຂອງ​ການສ້າງ​ໂຄງການ​ເຂື່ອນ​ຊ່ານ​ເຊຍ​ໃນ​ປີ1995, ກໍ່​ມີ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຈຳນວນ​ຫຼວງ​ຫຼາຍ​ແລ້ວ​. ຄຽງ​ຄູ່​ກັບ​​ໂຄງການ​ສຳ​ເລັດ​ລົງ​ແລະ​ເລີ່ມ​ເຮັດ​ວຽກ​ການຜະລິດ, ກໍ່​ຍິ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ແຕ່​ທ່ານ​ຫູ​ນຽນ​ຢາ​ວ,​ຜູ້​ຮັບ​ຜິດ​ຊອບ​ການ​ຄຸ້ມ​ຄອງ​ເຂດ​ທ່ອງ​ທ່ຽວ​ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຊ່ານ​ເຊຍ​ເຫັນ​ວ່າ,​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຮ່ອມ​ພູ​ຊ່າ​ນ​ເຊຍ​ຄວນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ດັບ​ສູງ,​ຫາກ​ບໍ່​ແມ່ນ​ມີ​ພຽງ​ແຕ່​ການ​ທ່ຽວ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ. ລາວ​ເວົ້າ​ວ່າ,​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ກ້າວ​ສູ່​ລວງ​ເລິກ​ນັ້ນ​ພວກ​ເຮົາ​ຍັງ​ເຮັດ​ບໍ່​ໄດ້​ດີ​ປານ​ໃດ, ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັນ​ແມ່ນ​ພະ​ຍາ​ຍາມ​ພັດ​ທະ​ນາ​ເຂດ​ທ່ອງ​ທ່ຽວ​ເຂື່ອນ​ຊ່ານ​ເຊຍ​ໃຫ້​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ບໍ່ມີມົນ​ລະ​ພິດ​ແລະ​ສຳ​ຜັດ​ກັບ​ແນວ​ຄິດ​ປະ​ດິດ​ສ້າງ, ​ພາ​ຍ​ໃຕ້​ສະພາບ​ແວດ​ລ້ອມ​ດັ່ງ​ເດີມ​ທີ່​ເປັນ​ສູນ​ສຶກ​ສາ​ວິ​ທະ​ຍາ​ສາດ​ທົ່ວ​ໄປ​ດ້ານ​ໄຟ​ຟ້າ​ນ້ຳ​ຕົກ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ