
(ຮູບເງົາເລື່ອງສວນດອກໄມ້ເທິງຟ້າຂອງຂ້ອຍ)
ໃນງານມະໂຫລານຮູບເງົາໂຄໂລນຂອງເຢຍລະມັນຄັ້ງທີ 4 ທີ່ຈັດຂຶ້ນໃນເດືອນສິງຫາປີນີ້, ມີຜູ່ກຳກັບການສະແດງໄວຫນຸ່ມຜູ່ຫນຶ່ງທີ່ມາຈາກເມືອງເວີຍຫາຍແຂວງຊານຕົງຈີນໄດ້ຮັບຄວາມສົນໃຈຈາກສື່ມວນົຊນ. ຜູ່ກຳກັບການສະແດງຜູ່ນີ້ມີຊື່ວ່າ:ຊຸນຊ້ຽນ,ເພິ່ນໄດ້ນຳເອົາຮູບເງົາທີ່ມີນົກເປັນຕົວສະແດງເລື່ອງທຳອິດຂອງຈີນເຂົ້າສູ່ງານ,ຮູບເງົາເລື່ອງນີ້ມີຊື່ວ່າ:ສວນດອກໄມ້ເທິງຟ້າຂອງຂ້ອຍ.ໃນງານເທື່ອນີ້, ຮູບເງົາຂອງເພິ່ນໄດ້ຮັບລາງວັນໃນຖານະທີ່ເປັນຮູບເງົາທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກຜູ່ຊົມ,ຖືເປັນຄວາມສຳເລັດເກີນຄາດຫມາຍ.
ຫົວຂໍ້ຂອງງານມະໂຫລານຮູບເງົາໂຄໂລນຄັ້ງທີ 4 ແມ່ນ: ເບິ່ງຈີນ 2010,ແມ່ນເພື່ອແລກປ່ຽນແລະຄົ້ນຄວ້າການຂະຫຍາຍຕົວຂອງຮູບເງົາຈີນໃນສອງສາມປີມານີ້,ຄະນະຈັດງານໄດ້ຮັບຮູບເງົາທຸກປະເພດຈາກຈີນ 100 ກວ່າເລື່ອງ.ຕ່າງກັບງານຮູບເງົາອື່ນໆທີ່ໄດ້ຕັ້ງຫລາຍໆລາງວັນ,ງານຮູບເງົາເທື່ອນີ້ພຽງແຕ່ໄດ້ຈັດໃຫ້ມີລາງວັນສຳລັບຄະນະເຂົ້າປະກວດແລະລາງວັນຮູບເງົາທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ່ຊົມ,ສະມາຊິກຂອງຄະນະປະກວດລ້ວນແຕ່ແມ່ນນັກວິຊາການດ້ານຮູບເງົາທີ່ມີຊື່ສຽງຂອງເອີລົບ.ເມື່ອໄດ້ແຂ່ງຂັນກັນຢ່າງດຸເດືອດ,ໃນທີ່ສຸດ,ຮູບເງົາເລື່ອງ:ສວນດອກໄມ້ເທິງຟ້າຂອງຂ້ອຍກໍ່ໄດ້ຮັບລາງວັນຮູບເງົາທີ່ຜູ່ຊົມນິຍົມຊົມຊອບທີ່ສຸດ,ທ່ານຊຸນຊ້ຽນ,ຜູ່ກຳກັບການສະແດງຮູບເງົາເລື່ອງນີ້ກໍ່ກາຍເປັນຈຸດເດັ່ນໃນພິທີມອບລາງວັນ.
ເມື່ອສາຍຮູບເງົາໃຫ້ເບິ່ງແລ້ວ, ຜູ່ຊົມເຢຍລະມັນມີຄວາມກະຕືລືລົ້ນຕໍ່ຮູບເງົາແລະຕໍ່ຜູ່ກຳກັບການສະແດງ,ເຂົາເຈົ້າເຂົ້າມາຢືນຫຸ້ມຜູ່ກຳກັບ, ເພື່ອສອບຖາມກ່ຽວກັບລາຍລະອຽດຂອງການສ້າງຮູບເງົາເລື່ອງນີ້.ທ່ານຊຸນຊ້ຽນບອກວ່າ:
ບັນຫາຫຍຸ້ງຍາກທີ່ສຸດສຳລັບພວກເຮົາແມ່ນນົກບິນໄວຫລາຍ.ພວກເຮົາຖ່າຍຮູບເງົາເລື່ອງນີ້ໃນສະພາບທີ່ເປັນທຳມະຊາດອີ່ຫລີ,ຍາກຫລາຍ.ເຊັ່ນວ່າ: ຮູບເງົາຕອນຫນຶ່ງແມ່ນງູສູ້ກັບນົກນ້ອຍ.ພວກເຮົາຕັ້ງກ້ອງວິດີໂອສາມຫນ່ວຍລໍຖ້າເຖິງເຄິ່ງເດືອນ,ຈິ່ງຖ່າຍໄດ້.ແຕ່ຕອນນີ້ຢູ່ໃນຮູບເງົາມີແຕ່ບໍ່ເທົ່າໃດວິນາທີທໍ່ນັ້ນ. ຮູບເງົາເລື່ອງນີ້ຍາວ 80 ນາທີ,ແຕ່ພວກເຮົາໄດ້ຖ່າຍເກັບກຳພາບທັງຫມົດຍາວ 500 ກວ່າຊົ່ວໂມງ, ໃຊ້ເວລາຖ່າຍເຖິງ 7 ປີ.
<< 1 2 3 >>