
(ທ່ານຊຸນຊ້ຽນ)
ຮູບເງົາເລື່ອງສວນດອກໄມ້ເທິງຟ້າຂອງຂ້ອຍແມ່ນຮູບເງົາກ່ຽວກັບປະເພດນົກເລື່ອງທຳອິດຂອງຈີນ.ໄດ້ເອົາດອນນົກເປັນເບື້ອງຫລັງ, ແລ້ວເລົ່າເລື່ອງທີ່ປະທັບໃຈກ່ຽວກັບນົກນາງນວນນ້ອຍທີ່ໂດດດ່ຽວໂຕຫນຶ່ງສູ້ກັບ ນົກນ້ອຍໂຕນີ້ເກີດອອກມາບໍ່ດົນ,ກໍ່ຕົກລົງເຫວ,ແມ່ຂອງມັນບິນໄປເອົາຂຶ້ນມາ.ຫລັງຈາກນັ້ນບໍ່ດົນ, ພໍ່ຂອງມັນໄປກິນເບັດຢູ່ແຄມທະເລ,ຈິ່ງເສຍຊີວິດບໍ່ໄດ້ກັບຄືນຮັງອີກ.ອ້າຍຂອງມັນຖືກງູກັດຕາຍ,ອ້າຍໂຕທີສອງກໍ່ຄືກັນ.ສ່ວນຮັງກໍ່ຖືກນົກໂຕອື່ນຍຶດເອົາໄປ,ນົກນ້ອຍໂຕນີ້ທີ່ບໍ່ມີບ່ອນເພິ່ງພາອາໄສຄ່ອຍໆເຕີບໂຕຂຶ້ນໃນທ່າມກາງສຽງຮ້ອງອັນໂສກເສົ້າຂອງແມ່.ມັນແອບບິນຢ່າງພາກພຽນ,ໃນເວລາປະສົບກັບຄວາມອັນຕະລາຍ,ແມ່ກໍ່ອອກມາຊ່ວຍ,ປົກປ້ອງມັນໂດຍບໍ່ຄິດເຖິງຊີວິດ.ໃນທີ່ສຸດແມ່ຖືກບາດເຈັບຫນັກ,ໃນຍາມຕາເວັນຄ້າຍແລງ, ແລະຕົກລົງເຫວເລິກ.ນັບແຕ່ນັ້ນມາ, ນົກນ້ອຍໂຕນີ້ກໍ່ຕິອງເພີ່ງຕົນເອງ.
ຮູບເງົາກ່ຽວກັບການເຕີບໂຕຂອງນົກນາງນວນເລື່ອງນີ້ມີພາບອັນສວຍງາມ,ຊີວິດຂອງມັນມີຄວາມລະອິດລະອ້ຽວ,ສະເທືອນໃຈຫລາຍ.ທ່ານໂວຣເກີ ໂນວັກ,ກຳມະການຂອງງານເທື່ອນີ້, ທັງແມ່ນຜູ່ກຳກັບການສະແດງຂອງຮູບເງົາສາລະຄະດີທີ່ມີຊື່ສຽງໃນສາກົນໄດ້ຕີລາຄາສູງຕໍ່ຮູບເງົາເລື່ອງນີ້ວ່າ:ໄດ້ສຳເລັດການຖ່າຍທຳຮູບເງົາທີ່ບັນທຶກເລື່ອງຈິງ,ນີ້ແມ່ນການປະກອບສ່ວນທີ່ດີຫລາຍຕໍ່ການສ້າງຮູບເງົາ.ສວນດອກໄມ້ເທິງຟ້າຂອງຂ້ອຍແມ່ນຮູບເງົາທີ່ດີເດັ່ນທີ່ສຸດໃນງານເທື່ອນີ້.
ເມື່ອກ່າວເຖິງແນວຄິດໃນການສ້າງຟິມເລື່ອງນີ້,ທ່ານຊຸນຊ້ຽນກ່າວວ່າ:
ທຳອິດພວກເຮົາຢາກຖ່າຍຮູບເງົາສາລະຄະດີ,ໃຊ້ເວລາຖ່າຍດົນເຕີບ,ພວກເຮົາບໍ່ໄດ້ແຕ່ງເນື້ອເລື່ອງເພີ່ນເປັນຮູບເງົາ,ແຕ່ສຸດທ້າຍກໍ່ແຕ່ງເປັນເລື່ອງພາບທີ່ພວກເຮົາຖ່າຍໄວ້.
ຮູບເງົາ:ສວນດອກໄມ້ເທິງຟ້າຂອງຂ້ອຍໃຊ້ງົບ 7 ລ້ານກວ່າຢວນ.ໄວຫນຸ່ມທີ່ຮ່ວມສ້າງຟິມເລື່ອງນີ້ສາມຄົນລ້ວນແຕ່ເກີດຈາກຄອບຄົວກຳມະກອນຫລືຊາວນາທຳມະດາ.ສາມຄົນນີ້ລ້ວນແຕ່ບໍ່ເຄີຍຮຽນວິຊາຮູບເງົາ,ແຕ່ມີປະສົບການສາຍຮູບເງົາເປັນເວລາຫລາຍປີ.ການເບິ່ງຮູບເງົາຫລາຍພັນເລື່ອງຖືວ່າແມ່ນແຫລ່ງທີ່ມາໃຫ້ເຂົາເຈົ້າຮຽນຮູ້ການສ້າງຟິມ.ທ່ານຊຸນຊ້ຽນຜູ່ກຳກັບການສະແດງມັກນົກຕັ້ງແຕ່ນ້ອຍ,ເມື່ອໃຫຍ່ຂຶ້ນມາການຖ່າຍຮູບນົກປະເພດຕ່າງໆແມ່ນຄວາມມັກຂອງລາວ.ເມື່ອໄດ້ເບິ່ງສາລະຄະດີກ່ຽວກັບສັດຂອງຕ່າງປະເທດຖ່າຍນັ້ນ, ລາວກໍ່ມັກຖາມວ່າ: ສາລະຄະດີກ່ຽວກັບສັດຂອງຈີນຢູ່ໃສ?ໃນເວລາຖ່າຍທຳສວນດອກໄມ້ເທິງຟ້າຂອງຂ້ອຍ,ລາວກໍ່ມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ, ຕົວສະແດງທີ່ແທ້ຈິງໃນຮູບເງົາແມ່ນນົກ,ແຕ່ນົກຊ້ຳພັດບໍ່ຟັງຄວາມຂອງຜູ່ກຳກັບການສະແດງ.ທ່ານເວົ້າວ່າ:
ໃນເວລາຖ່າຍຮູບເງົາ, ພວກເຮົາມັດຕົນເອງຕິດກັບຜາຫີນ,ເພາະວ່ານົກຢູ່ເທິງຜາຊັນ,ພວກເຮົາກໍ່ຕັ້ງກ້ອງຖ່າຍຢູ່ເທິງຜາຊັນ.ຍ້ອນວ່າຢ້ານຫີນຫັກລົງຫລືເກີດເຫດການທີ່ບໍ່ຄາດຄິດຕ່າງໆ,ກໍ່ເອົາເຊືອກມັດໂຕເອງໄວ້.ຖືກມັດໄວ້ຈົນຫມົດມື້,ເມື່ອຍຫລາຍ,ທັງເຈັບປວດອີກ.ຈົນຮອດດຽວນີ້,ຫມູ່ຂອງຂ້ອຍຫລາຍຄົນຍັງມີແປ້ວຢູ່ຫລາຍບ່ອນ.ພວກເຮົາເຄີຍໄປດອນນົກ 30 ກວ່າແຫ່ງ, ດອນເຫລົ່ານີ້ມີຈຸດພິເສດທີ່:ຫີນຖືກລົມພັດປ່ຽນແປງໄປຫລາຍ, ມັກແຕກຫັກງ່າຍ,ເຮັດໃຫ້ພວກເຮົາໄດ້ຮັບບາດເຈັບເລື້ອຍໆ.ຫາກກັດຍຸງກັນ,ເວລາຖ່າຍຈາກທ້ອງຟ້າ,ຍົນກໍ່ເກືອບຕົກມີຄວາມຫຍຸ້ງຍາກຮ້ອຍອັນພັນແນວ.
<< 1 2 3 >>