
(ຖ່າຍທຳຮູບເງົາເລື່ອງສວນດອກໄມ້ເທິງຟ້າຂອງຂ້ອຍ)
ໃນເວລາກ່າວຄຳປາໃສໃນການຮັບລາງວັນ,ທ່ານຊຸນຊ້ຽນກ່າວວ່າ,ພວກເຮົາຖ່າຍນົກນາງນວນຢູ່ດອນດ່ຽວກາງທະເລເປັນເວລາ 7 ປີເທົ່ານັ້ນ, ແຕ່ນົກນາງນວນໄດ້ດຳລົງຊີວິດຢູ່ແຫ່ງນັ້ນບໍ່ຮູ້ວ່າຈັກພັນປີແລ້ວ.ການຢູ່ໃກ້ຊິດກັບໂລກຂອງນົກເປັນເວລາ 7 ປີ,ພວກເຮົາໄດ້ຮູ້ຄວາມເຄົາລົບຕໍ່ຊີວິດແລະການເຄົາລົບຕໍ່ທຳມະຊາດທີ່ຄວນມີ.ການດຳລົງຊີວິດແມ່ນຍາກຫລາຍ, ຊີວິດອ່ອນແອທີ່ສຸດ,ແຕ່ຊີວິດກໍ່ເຂັ້ມແຂງແລະສວຍງາມຄືກັນ.ທ່ານເວົ້າວ່າ:
ສິ່ງທີ່ຂ້າພະເຈົ້າຢາກກ່າວເຖິງນັ້ນແມ່ນເຖິງວ່າການຖ່າຍທຳຊີວິດຈິງ,ແຕ່ສຳຄັນທີ່ສຸດສຳລັບຂ້າພະເຈົ້າແມ່ນຮູບເງົາທີ່ເວົ້າເຖິງຂະບວນວິວັດຂອງຊີວິດ.ຢູ່ໃນຮູບເງົາເລື່ອງນີ້ມີແນວຄິດປຸກລະດົມແລະອະນຸລັກສິ່ງແວດລ້ອມຢ່າງແຮງກ້າ, ອັນນີ້ບໍ່ພຽງແຕ່ແມ່ນການສະແຫວງຫາຂອງຂ້າພະເຈົ້າເອງ.ເລື່ອງທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກມີຄວາມສຸກຫລາຍນັ້ນຄື:ເມື່ອໄດ້ສຳເລັດການຖ່າຍທຳຮູບເງົາເລື່ອງນີ້,ທຳມະຊາດທີ່ແທ້ຈິງກໍ່ສະແດງອອກມາຜ່ານຮູບເງົານີ້,ນີ້ແມ່ນຫມາກຜົນທີ່ຢູ່ເຫນືອຄວາມຄາດຄິດ.ຮູບເງົາເລື່ອງນີ້ເຫມາະສຳລັບໃຫ້ພໍ່ແມ່ແລະລູກເບິ່ງນຳກັນ, ຄວາມບາກບັ່ນສູ້ຊົນ,ຈະເຫັນໄດ້ໂດຍຜ່ານນົກນ້ອຍໂຕນີ້.
<< 1 2 3 >>