
ເມືອງເກົ່າແກ່ທາວຈູ ຕັ້ງຢູ່ທາງທິດຕາເວັນອອກ ຂອງລິນໄຮທີ່ເປັນນະຄອນວັດທະນະທຳເກົ່າແກ່ທີ່ມີຊື່ສຽງໄປ45ກິໂລແມັດ,ທາວຈູສ້າງຂຶ້ນເມື່ອປີ1443,ເປັນເມືອງປ້ອງກັນທີ່ສ້າງສະເພາະເພື່ອຕໍ່ຕ້ານຍີ່ປຸ່ນໃນສະໄໝບູຮານ.ສ່ວນຫຼັກຂອງກຳແພງຕົວເມືອງແລະ3ປະຕູເມືອງຍັງຮັກສາໄດ້ດີຈົນມາຮອດປະຈຸບັນ, ຖະໜົນຫົນທາງໃນເມືອງຍັງຮັກສາໄວ້ເອກະລັກສະໄໝລາຊະວົງມິງແລະລາຊະວົງຊິງເມື່ອ600ກວ່າປີກ່ອນ,ເຮືອນຂອງປະຊາຊົນໃນເມືອງສ່ວນຫຼາຍເປັນສິ່ງກໍ່ສ້າງຮູບແບບສະໄໝລາຊະວົງຊິງ,ໃນນັ້ນຕົວແທນທີ່ພົ້ນເດັ່ນທີ່ສຸດແມ່ນເຮືອນລາງເຈ່ຍລີ,ເຮືອນລາງເຕີເຟິງ,ເຮືອນອູຈາຍ,ເຮືອນລິວຈາຍ,ຫໍໄຫວ້,ວັດເທບພະເຈົ້າກວານອູແລະອື່ນໆ.ນາງສ້ຽວອູ ຜູ່ນຳທ່ຽວທີ່ເກີດແລະເຕີບໃຫຍ່ຢູ່ເມືອງທາວຈູບອກວ່າ:
"ນີ້ແມ່ນເມືອງໄຫຂະໜາດນ້ອຍແຫ່ງໜຶ່ງ,ລວງຮອບຂອງເມືອງຍາວ1400ແມັດ,ກຳແພງສູງ3ແມັດເຄິ່ງ,ມີ3ປະຕູ.ຖະໜົນນີ້ເປັນຖະໜົນເກົ່າແກ່,ພວກເຮົາເອີ້ນວ່າຖະໜົນໂຢວລົງຫຼແປເປັນືພາສາລາວກໍ່ແມ່ນຖະໜົນມັງກອນ,ຍາວຢຽດສຸດສາຍຕາ,ຖືວ່າແມ່ນມັງກອນມີແຕ່ຫົວບໍ່ມີຫາງ."
ເມືອງໄຫເປັນຮູບແບບສິ່ງກໍ່ສ້າງດັ້ງເດີມປະເພດໜຶ່ງໃນການກໍ່ສ້າງເມືອງສະໄໝບູຮານຈີນ,ເປັນເມືອງປ້ອງກັນຊັ້ນທີສອງຫຼັງຂ້າເສິກບຸກເຂົ້າປະຕູເມືອງ.ກຳແພງເມືອງທີ່ເກົ່າແກ່ມີຮູບມົນຄືໄຫ,ທຳມະຊາດໃນເມືອງງາມຫຼາຍ,ໃນລະດູການທີ່ດອກໝາກກ້ຽງບານ,ກິ່ນຫອມດອກໝາກກ້ຽງປົກຄຸມໄປທົ່ວເມືອງ,ພາໃຫ້ນັກທ່ອງທ່ຽວຮູ້ສຶກຄືໄດ້ກັບຄືນສູ່ສະໄໝວິລະບຸລຸດເມື່ອ600ປີກ່ອນ.ໃນເມືອງເກົ່າແຫ່ງນີ້ມີຫໍລະລຶກຊີຈີກວ່າງຕໍ່ຕ້ານຍີ່ປຸ່ນ,ເຊິ່ງໄດ້ວາງສະແດງໃຫ້ເຫັນຄຸນງາມຄວາມດີຂອງທ່ານຊີຈີ້ກວ່າງ ວິລະບຸລຸດສະໄໝລາຊະວົງມິງເມື່ອ500ກວ່າປີກ່ອນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນເປັນເວລາ8ປີ,ສູ້9ເທື່ອຊະນະໝົດ.ສະນັ້ນ,ເມືອງທາວຈູເປັນຫຼັກຖານປະຫວັດສາດທີ່ຕ່າງຊາດຮຸກຮານຈີນ,ເປັນເມືອງເກົ່າແກ່ທີ່ກອງທະຫານແລະປະຊາຊົນໃນເມືອງຄຽງບ່າຄຽງໄຫຼ່ສູ້ຮົບຮ່ວມກັນເພື່ອຕໍ່ຕ້ານການຮຸກຮານຂອງຕ່າງຊາດ.ຈົນມາຮອດປະຈຸບັນ,ໃນເມືອງຍັງຮັກສາສະຖານທີ່ຮ່ອງຮອຍປະຫວັດສາດຕ່າງໆເຊັ່ນຫໍກອງ,ກອງບັນຊາການກອງພັນ,ແລະສະໜາມຝຶກທະຫານເປັນຕົ້ນ.

ວິລະບຸລຸດທັງຫຼາຍເມື່ອປາບ ຂ້າເສິກຍີ່ປຸ່ນແລ້ວໄດ້ເກັບມ້ຽນເຄື່ອງສູ້ຮົບແລ້ວດຳລົງຊີວິດຢູ່ດິນແດນທີ່ສວຍງາມແຫ່ງນີ້ເປັນຫຼາຍເຊັ່ນຄົນຕໍ່ໆໄປ,ວັດທະນະທຳດັ້ງເດີມທີ່ເກົ່າແກ່ແລະອຸດົມສົມບູນຂອງຈີນໄດ້ລໍ່ລ້ຽງເຂົາເຈົ້າ,ແລະເຂົາເຈົ້າກໍ່ໄດ້ສ້າງວັດທະນະທຳຂອງຕົນໃນເມືອງເກົ່າແຫ່ງນີ້.ໃນນັ້ນ,ເຮືອນລາງເຕີເຟິງທີ່ເປັນເຮືອນເກົ່າແກ່ບູຮານທີ່ໄດ້ຮັບການປົກປັກຮັກສາໄດ້ດີທີ່ສຸດໃນເມືອງນີ້ກໍ່ເປັນໜຶ່ງໃນຕົວແທນອັນໜຶ່ງ.
ເຈົ້າຂອງເຮືອນເກົ່າຊື່ວ່າລາງເຕີເຟິງ,ເພິ່ນເຄີຍເປັນຂຸນນາງໃນລາຊະວົງຊິງ.ເຮືອນນີ້ມີເດີ່ນກວ້າງ,ມີຫ້ອງຕົ້ນຕໍແລະຫ້ອງບໍລິວານຢູ່ສອງຂ້າງທິດຕາເວັນອອກແລະຕາເວັນຕົກ,ຢູ່ຫຼັງເດີ່ນໜ້າບ້ານຍັງມີເດີ່ນນ້ອຍຢູ່ຫຼັງບ້ານອີກ,ປະຕູໃຫຍ່ທັງໃນແລະນອກລ້ວນແຕ່ມີຮູບແກະສະຫຼັກດິນຈີ່,ສັນຫຼັງຄາງໍຂຶ້ນ,ເສົາເຮືອນກໍ່ແກະສະຫຼັກລວດລາຍຢ່າງງົດງາມ.ໃນເຮືອນໄດ້ຮັກສາເຄື່ອງເຟິນີເຈີເກົ່າຈຳນວນໜຶ່ງ,ໃນນັ້ນອັນເດັ່ນທີ່ສຸດແມ່ນຕຽງເຄິ່ງຫ້ອງສີແດງຄວັດລວດລາຍ.ນາງສ້ຽວອູ ຜູ່ນຳທ່ຽວບອກນັກຂ່າວວ່າ:
"ຄົນໃນເມືອງເກົ່າເມື່ອກ່ອນມັກເວົ້າວ່າຕຽງໜ່ວຍໜຶ່ງໃຫຍ່ກວມເຄິ່ງຫ້ອງ,ໝາຍຄວາມວ່າ,ການກິນນອນຫຼືການເຄື່ອນໄຫວຕ່າງໆຂອງລູກສາວເຈົ້າຂອງເຮືອນ,ສາວຮັບໃຊ້ລ້ວນແຕ່ຢູ່ເທິງຕຽງ.ເສົາ4ແຈຂອງຕຽງຄວັດມີສັດສີລິມຸງຄຸນ,ຄືກວາງ,ມັງກອນແລະຫົງ,ຖ້າວ່າໃນເຮືອນມີການປະດັບທີ່ເປັນມັງກອນແລະຫົງກໍ່ໝາຍຄວາມວ່າເຈົ້າຂອງເຮືອນເປັນຍາດພີ່ນ້ອງຂອງເຈົ້າຊີວິດ."
ນອກຈາກເຮືອນລາງເຕີເຟິງແລ້ວ,ໃນເມືອງເກົ່າແຫ່ງນີ້ຍັງມີເຮືອນຫຼິວຈາຍ,ເຮືອນອູຈາຍ,ເຮືອນລາງເຈ່ຍລີ, ຕ່າງມີເອກະລັກສະເພາະຕົວ.
<< 1 2 3 >>