ທາວ​ຈູ--- ​ເມືອງ​ເກົ່າ​ແກ່​ແຄມ​ທະ​ເລ

(GMT+08:00) 2010-12-20 17:13:19     cri

ເມືອງ​ທາວ​ຈູ​ບໍ່ພ​ຽງ​ແຕ່​ມີ​ກຳ​ແພງ​ເມືອງ​ແລະ​ສະຖານ​ທີ່ກອງ​ບັນຊາ​ການທີ່​ສ້າງ​ຂຶ້ນ​ສະ​ເພາະ​ເພື່ອ​ຕ້ານ​ຂ້າ​ເສິກ​ຍີ່​ປຸ່ນ​ໃນ​ສະ​ໄໝ​ລາຊະວົງ​ມິ​ງ​ເມື່ອ600​ປີ​ກ່ອນ​ທີ່​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ​ທີ່​ສຸດ,​ແລະ​ຍັງ​​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ສວຍ​ງາມ​ອີກ​ດ້ວຍ.ທິວທັດ​ພູຜາ​ແມ່​ນ້ຳ​ຢູ່​ອ້ອມ​ເມືອງ​ງາມ​ຫຼາຍ,ສື​ຊ່ານ​ຈູ​ນ້ຳ​ທາວ​ຈ່ຽງ​ເປັນ​ແຫຼ່ງທ່ອງ​ທ່ຽວທີ່​ມີ​ຊື່ສ​ຽງທີ່​ນັກ​ທ່ອງທ່ຽວ​ໄປ​ທ່ຽວ​ເມືອງ​ນີ້ຕ້ອງ​ໄປ.ຄຳ​ວ່າ​"ຈູ"​ໃນ​ພາສາ​ຈີນ​ໝາຍ​ຄວາມວ່າ​ດອນ​ກາງ​ນ້ຳ,ຢູ່​ນ້ຳ​ທາວ​ຈ່ຽງມີດ​ອນ​ນ້ອຍ​ໃຫຍ່ລວມ13 ​ແຫ່ງ​​ແລະ​ຕ່າງ​ກໍ່ມີ​ຮູບ​ຮ່າງ​ທີ່​ແຕກ​ຕ່າງ​ກັນ,​ໃນ​ນັ້ນ,ດອນ​ໃຫຍ່​ທີ່​ສຸດ​ມີ​ເນື້ອ​ທີ່5​ເຮັກຕາ,ນ້ອຍ​ທີ່​ສຸດ​ມີ​ພຽງ300ກວ່າ​ຕາ​ແມັດ​ເທົ່າ​ນັ້ນ.ຢູ່​ເທິງ​ດອນ​ມີ​ຕົ້ນ​ໝາກຄາຍ,ສະ​ນັນ​ຈິ່ງ​ມີ​ຊື່ວ່າ​ທາວ​ຈູ ​ແປວ່າ​ດອນ​ໝາກຄາຍ.​ເມື່ອຢືນ​ຢູ່​ບ່ອນ​ສູງ​ຫຼຽວ​ເບິ່ງ" ສື​ຊ່ານ​ຈູ​ນ້ຳ​ທາວ​ຈ່ຽງ " ຫຼື​​ແປ​ວ່າ13​ດອນ​ນ້ຳ​ທາວ​ຈ່ຽງ​ເໝືອນ​ດັ່ງ​ໃບ​ບົວ,ປ່າ​ໝາກກ້ຽງ​ຂຽວງາມ​ຄື​ຢົກ,​ແພ່​ໄປລະຫວ່າງ​ດອນ​ຕ່າງໆ,​​ພາບ​ນີ້​ງາມ​ຄື​ແດນ​ສະ​ຫວັນ​ໃນ​ເມືອງ​ມະ​ນຸດ.

ນັກ​ຂ່າວ​ພວກ​ເຮົາ​ຍັງ​ໄດ້​ໄປ​ສວນສາທາລະນະ​ທໍ​ລະ​ນີສາດ​ແຫ່ງ​ຊາດ​ຂອງ​ນະຄອນ​ລິນ​ໄຮ.ພູ​ທຸກ​ໜ່ວຍ​ແລະ​ຫີນທຸ​ກກ້ອນ​ໃນ​ສວນ​ລ້ວນ​ແຕ່​ຄື​ລະຫັດ​ແຜ່ນດິນ​ພວມ​ລໍຄອຍ​ນັກ​ທ່ອງ​ທ່ຽວ​ໄປ​ຊອກ​ຄົ້ນ.ຈາກ​ປາກ​ພູ​ເຂົາ​ໄຟ​ທາວ​ຈູ​ຍ່າງ​ເຂົ້າ​ໄປ300​ແມັດ​ຈະເຫັນ​ເສົາ​ຫີນ​ທີ່​ມີ​ຮູບ​ຫຼາຍ​ຫຼ່ຽມກະ​ແຈກ​ກະຈາຍ​ຢ່າງ​ຫຼວງ​ຫຼາຍ,ນີ້​ເປັນ​ລາ​ວາຂອງ​ພູ​ເຂົາ​ໄຟ​ເມື່ອ80​ລ້ານ​ປີ​ກ່ອນ.

ເສົາ​ຫີນ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ເປັນ​ຮູບ5​ຫຼ່ຽມຫຼື6​ຫຼ່ຽມ,​ເສັ້ນ​ຜ່າ​ກາງ​ຢູ່​ລະຫວ່າງ40​ຫາ60​ຊັງ​ຕີ​ແມັດ,ຍາວ​ເຖິງ400​ກວ່າ​ແມັດ,ນ້ຳຈາກຫີນ​ທີ່ພົ່ນ​ອອກ​ຍ້ອນ​ພູ​ເຂົາ​ໄຟ​ລະ​ເບີດ​ເມື່ອ80​ລ້ານ​ປີ​ກ່ອນ​ໄດ້​ໄຫຼ​ໄປ​ທາງ​ທິດຕາ​ເວັນ​ອອກ7​ກິ​ໂລ​ແມັດ​ເຖິງ​ແຄມ​ທະ​ເລຫຼົງ​ວານ.ຢູ່​ແຫ່ງ​ນີ້​ຈະ​ໄດ້​ເຫັນ​ຫີນ​ພູ​ເຂົາ​ໄຟ​ຮູບ​ຮ່າງ​ແປກໆ​ທີ່​ຢູ່​ແຄມ​ທະ​ເລ,​ເປັນ​ບ່ອນ​ຮຽນ​ທີ່​ດີ​ສຳລັບ​ນັກຮຽນ​ມັດທະຍົມ​ເພື່ອ​ເຂົ້າ​ໃກ້​ທຳ​ມະ​ຊາດ.ຢູ່​ຕາມ​ທາງ​ຍ່າງ​ຊົມ​ທະ​ເລ​ມີ​ພາບ​ງາມ​ຕ່າງໆ​ເຊັ່ນພູ​ທ່ຽນ​ເມິ​ນທີ່​ສູງ​ຊັນ,ຖ້ຳ​ເທບ​ສະມຸດແລະ​ອື່ນໆ.​ແຫ່ງ​ນີ້​ຍັງ​ເປັນ​ບ່ອນ​ພັກຜ່ອນ​ທີ່​ດີ​ສຳລັບ​ຄົນ​ທ້ອງ​ຖິ່ນ​ໄປ​ທ່ຽວ​ພັກຜ່ອນ​ຢ່ອນ​ອາລົມ​ໃນ​ທ້າຍ​ສັບປະດາ. ທ່ານ​ເຢ້ຢາ​ວຊຸນຜູ່​ອຳນວຍ​ການ​ພະ​ແນ​ກການ​ພັດທະນາ​ຂອງ​ບ້ານ​ພັກ​ຮ້ອນ​ແຄມ​ທະ​ເລ​ຫຼົງ​ວານ​ແນະນຳ​ວ່າ:

"ທົ່ວ​ເຂດ​ທ່ອງ​ທ່ຽວ​ພວກ​ເຮົາ​ຍາວ​ເຖິງ300​ກິ​ໂລ​ແມັດ,ດິນຊາຍ​ອ່ອນ​ນຸ້ມ.ມີ​ເຂດ​ທະ​ເລ​ຕື້ນ​10ກວ່າ​ກິ​ໂລ​ແມັດ,ນັກ​ທ່ອງ​ທ່ຽວ​ສາ​ມາດ​ຍ່າງ​ຈາກ​ຫາດ​ຊາຍ​ລົງ​ໄປ​ທະ​ເລ​ເພື່ອ​ຫາ​ຈັບ​ປາ​ນ້ອຍ​ແລະ​ກຸ້ງ​ນ້ອຍ.ບໍລິສັດ​ພວກ​ເຮົາ​ຍັງ​ໄດ້​ຈັດ​ລາຍການ​ທ່ອງ​ທ່ຽວ​ຫຼາຍ​ຢ່າງ​ເຊັ່ນ​ການ​ແຂ່ງຂັນມວຍ​ປ້ຳໃນຂີ້ຕົມ,ສະ​ເກັດ​ຂີ້ຕົມ,ນອນ​ອາບ​ແດດແລະ​ອື່ນໆ.​ໃນ​ໄລຍະ​ຫຼິ້ນ​ບຸນ​ໄຫວ້​ພະຈັນ,ພວກ​ເຮົາ​ຍັງ​ຈະ​ຈັດ​ງານ​ກອງ​ໄຟ,​ຟັງສຽງ​​ແລະ​ຊົມ ຄື້ນທະ​ເລ​,​ໃນ​ເວລາ​ເກີດ​ມີ​ຄື້ນທະ​ເລ​ທັງ​ໃຫຍ່​ແລະ​ນ້ອຍພັດ​ເຂົ້າກະທົບ​ຝັ່ງ,ຊ່າງ​ເປັນ​ພາບ​ທີ່​ງົດ​ງາມ​ຫຼາຍ."

ຂີ້ຕົມ​ຮ້ອນ​ພູ​ເຂົາ​ໄຟ​ຢູ່ຫາດ​ຊາຍ​​ແຄມ​ທະ​ເລ​ຫຼົງ​ວານ​ມີ​ທາດ​ແຮ່​ອຸດົມສົມບູນ,​ເຊິ່ງມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ຄົນ,ຖ້າ​ທ່ານ​ມີ​ໂອກາດ​ໄປ​ທ່ຽວ​ກໍ່​ລອງ​ເບິ່ງ​ໄດ້.

ໄປ​ທ່ຽວ​ແຄມ​ທະ​ເລ​ຕ້ອງ​ຊີມອາຫານ​ທະ​ເລ​ຂອງ​ທ້ອງ​ຖິ່ນ​ນັ້ນ,ອາຫານ​ທະ​ເລ​ທີ່​ຂາຍ​ຢູ່​ຫັ້ນ​ທັງ​​ແຊບ​ທັງ​ລາຄາ​ຖືກ,ນັກ​ທ່ອງ​ທ່ຽວ​ຢູ່​ບ້ານ​ພັກ​ຮ້ອນ​ແຄມ​ຝັ່ງທະ​ເລ​ຫຼົງວານ​ຈະ​ໄດ້​ຊິ​ມອາຫານ​ພື້ນ​ເມືອງ​ຂອງຄອບຄົວ​ຊາວ​ກະສິກອນທີ່ສ່ວນ​ຫຼາຍ​ແມ່ນ​ອາຫານ​ທະ​ເລ​ແຊບໆ,​ແລະ​ຍັງ​ຈະ​​ໄດ້​ສຳຜັດ​ກັບ​ບັນຍາກາດ​ໂລ​ແມນ​ຕິກ​ທີ່​ນອນ​ຢູ່ແຄມ​ທະ​ເລ​ຟັງສຽງ​ຄື້ນທະ​ເລ​ອີກ​ດ້ວຍ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ