
ຢູ່ຖະໜົນໂຢວລົງມີສ້າງນ້ຳຮວງຢາທີ່ໜ້າອັດສະຈັນຫຼາຍ,ທາດນ້ຳດີເທົ່າທຽມກັບນ້ຳແຮ່ທາດທີ່ຈຳໜ່າຍໃນທ້ອງຕະຫຼາດ.ນາງສ້ຽວອູບອກວ່າ,ນ້ຳສ້າງບໍ່ກ່ຽວກັບແມ່ນ້ຳ,ເຖິງວ່າຢູ່ຂ້າງສ້າງນ້ຳຈະມີນ້ຳສາຍນ້ອຍກໍ່ຕາມ,ແຕ່ຄົນໃນເມືອງເກົ່າສ່ວນຫຼາຍແມ່ນໃຊ້ນ້ຳສ້າງ.ນາງບອກວ່າ"ຢູ່ນີ້ມີທໍ່ນ້ຳຫຼາຍສາຍ,ໃຊ້ສຳລັບສົ່ງນ້ຳໄປໃຫ້ຫຼາຍຄອບຄົວທີ່ຢູ່ສອງຟາກຖະໜົນ.ນ້ຳໃນສ້າງຕື້ນຫຼາຍ,ແຕ່ບໍ່ເຄີຍບົກແຫ້ງຈັກເທື່ອ,ຈັ່ງແມ່ນອັດສະຈັນອີ່ຫຼີ.ນີ້ເປັນສ້າງປະເສີດຂອງເມືອງເກົ່າແກ່ແຫ່ງນີ້."
<< 1 2 3 >>