黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ຜູ້​ນຳ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ​

2018-06-10 09:50:11 cri

图片默认标题_fororder_1122962597_15285618935141n

ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 9 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ຊິ່ງ​ຕາວ, ເພື່ອ​ຕ້ອນ​ຮັບ​ຜູ້​ນຳ​ຕ່າງ​ປະ​ເທດ​ທີ່ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ.

ທ່ານ​ສີ​ຈິ້ນ​ຜິງ ໄດ້​ກ່າວ​ປາ​ໄສ, ​ໂດຍຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ຜູ້​ນຳ​ປະ​ເທດ​ຕ່າງໆ​ແລະ​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມາ​ເຂົ້າຮ່ວມ ກອງ​ປະ​ຊຸມສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ.
图片默认标题_fororder_1122962597_15285619069461n

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ພາຍ​ໃຕ້​ກາ​ນ​ນຳ​ພາ​ຂອງ “​ຈິດ​ໃຈ​ຊຽງ​ໄຮ”, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ບໍ່​ພຽງ​ແຕ່​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ​ໃນ​​ການ​ຮ່ວມ​ມື​​ດ້ານຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ແລະ​ອື່ນໆ, ​ແຕ່ຍັງ​ໄດ້​ຍ​ວ່າງບາດ​ກ້າວ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ໃນ​ດ້ານ​ການ​ສ້າ​ງ​​ກົນ​ໄກ. ປັດ​ຈຸ​ບັນ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ມີ 8 ປະ​ເທດ​ສະ​ມາ​ຊິກ, 4 ປະ​ເທດ​ສັງ​ເກດ​ການ​ແລະ​ຄູ່​ເຈ​ລະ​ຈາ 6 ປະ​ເທດ, ແມ່ນ​ກຳ​ລັງ​ສຳ​ຄັນໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ປັບ​ປຸງ​ການ​ປົກ​ຄອງ​ໃນ​ທົ່ວ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ.

ພາຍ​ຫຼັງ​ງານ​ລ້ຽງ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ແລະ​​ແຂກ​ຜູ້​ມີ​ກຽດ​ບັນ​ດາ​ທ່ານ​ໄດ້​ຮ່ວມ​ກັນ​ຊົມ​ການ​ສະ​ແດງ “ມີ​ເພື່ອນ​ມາ​ຈາກ​ບ່ອນ​ແສນ​ໄກ”.图片默认标题_fororder_1122962597_15285620254271n

ຄຳ​ເຫັນ

0