黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ​ເດີນ​ທາງ​ໄປ​ເຖິງ​ສິງ​ກະ​ໂປ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ

2018-06-11 17:02:37 cri

ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​​ຣິກາ​ທີ່​​ອອກ​ຈາກກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​ລ່ວງ​ໜ້າ​ໄດ້​ເດີນ​ທາງ​ໄປ​ເຖິງ​ສິງ​ກະ​ໂປ​ໃນ​ຕອນ​ຄຳ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ​ເພື່ອກຽມ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້.

ວັນ​ທີ 10 ພຶດ​ສະ​ພາ​ຜ່ານ​ມາ, ທ່ານ​ທ​ຣຳ​ເປີດ​ເຜີຍ​ໂດຍ​ຜ່ານ​ສື່​ Twitter ວ່າ, ຈະ​ພົບ​ປະ​ກັບ​ທ່ານກິມ​ເຈິງ​ອຸນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ. ຫຼັງ​ຈາກ​ນັ້ນ, ທ່ານ​ທ​ຣຳ​ໄດ້​ສົ່ງ​ສານ​ໄປ​ຍັງ​ທ່ານ​ກິມ​ເຈິງ​ອຸ​ນ​ວ່າ​ຕົກ​ລົງ​ຍົກ​ເລີກ​ການ​ພົບ​ປະ​ຄັ້ງ​ນີ້. ແຕ່​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ​ທ​ຣຳ​ປະ​ກາດ​ອີກ​ຄັ້ງ​​ໃໝ່ວ່າ, ການ​ພົບ​ປະ​ຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ຕາມ​ກຳ​ນົດເວ​ລາ.

ຄຳ​ເຫັນ

0