尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໃຫ້​ດຳ​ເນີນໄປ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ

2018-06-12 15:43:32 cri

ຕາມ​ຂ່າວCRI: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​​ຢູ່​ປັກ​ກິ່ງໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້ ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຈະ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ,ຈັດ​ຕັ້ງ​ປະ​ຕິ​ບັດໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຢ່າງ​ຮອບ​ດ້ານ,ຊຸກ​ຍູ້ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໃຫ້​ມີ​ຄວາມ​ສາ​ມັກ​ຄີີ​ທີ່ແໜ້ນ​ແຟ້ນກວ່າ​ເກົ່າ,ການ​ຮ່ວມ​​ມື​ທີ່ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ,ການ​ເຄື່ອນ​ໄຫວ​ມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ​ແລະມີ​ອະ​ນາ​ຄົດ​ສົດ​ໃສກວ່າ​ເກົ່າ.

ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​​ໄດ້​ອັດ​ລົງ​ໃນ​ຫວ່າງ​ມໍ່​ໆ​ນີ້, ທ່ານ ເກີງ​ສວງ ໄດ້​ຕອບ​ຄຳ​ຖາມສຳ​ພາດຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຈຸດ​ເດັ່ນ​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໂດຍ​ກ່າວ​ເນັ້​ນ​ວ່າ:ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ໄດ້​ເພີ່ມ​ເນື້ອ​ໃນຂອງ​ຈິດ​ໃຈ​ຊຽງ​ໄຮໃນ​ຍຸກ​ໃໝ່​,ໄດ້ກຳ​ນົດເປົ້າ​ໝາຍ​ສູ້​ຊົນ​ໃໝ່​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້,ວາງ​ທິດ​ທາງແຜນ​ການຮ່ວມ​ມື​ໃໝ່​ໃນ​ອະ​ນາ​ຄົດ.

ທ່ານ​ເກີງ​ສວງ​ກ່າວ​ວ່າ: “ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຜູ້​ກໍ່​ຕັ້ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ,ໄດ້​ຖື​ອົງ​ການ​ນີ້​ເປັນ​ໜຶ່ງ​ໃນ​ທິດ​ບຸ​ລິ​ມະ​ສິດ​ທາງ​ການ​ຕ່າງ​ປະ​ເທດມາ​ໂດຍ​ຕະ​ຫຼອດ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຮ່ວມ​​ກັນກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ,ຈັດ​ຕັ້ງ​ປະ​ຕິ​ບັດໝາກ​ຜົນຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຢ່າງ​ຮອບ​ດ້ານ,ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ມີ​ຄວາມ​ສາ​ມັກ​​​ຄີ​ກັນ​ຢ່າງແໜ້ນ​ແຟ້ນກວ່າ​ເກົ່າ,ການ​ຮ່ວມ​ມື​ທີ່ມີປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ,ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ​ແລະ​ມີອະ​ນາ​ຄົດ​​ສົດ​ໃສກວ່າ​ເກົ່າ.”

ຄຳ​ເຫັນ

0