黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ກິມ​ເ​ຈີງ​ອູນ​ກ່າວ​ວ່າ​ຈະ​ຮ່ຳ​ຮຽນ​ບົດ​ຮຽນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ສິງ​ກະ​ໂປ

2018-06-12 16:30:35 cri

ຂ່າວ​ສ​ານ​ສູນ​ກາງ​ເກົາ​ຫຼີ​ລາຍ​ງານ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ວ່າ, ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ​ກ່າວ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ວ່າ, ສ​ປ​ປ ເກົ​ຫຼີ​ຍິນ​ດີ​​ຮ່ຳຮຽນ​ບົດ​ຮຽນ​​ດ້ານການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ສິງ​ກະ​ໂປ.

ຂ່າວ​ແຈ້ງວ່າ, ທ່ານ​ກິມ​ເ​ຈີງ​ອູນ​ໄດ້​ໄປ​ຢ້ຽມ​ຊຢມສວນ Marina Bay Sands Sky ແລະ​ອື່ນໆ, ໄດ້​ຍ້ອງ​ຍໍ​ສິງ​ກະ​ໂປ “ທັງ​ສະ​ອາດ​ແລະ​ສວຍ​ງາມ, ສິ່ງ​ກໍ່​ສ້າງ​ທຸກ​ແຫ່ງ​ລ້ວນ​ແຕ່​ມີ​ລັກ​ສະ​ນະ​ພິ​ເສດ”. ທ່ານ​ກ່າວ​ວ່າ, ຕໍ່​ໄປ​ຈະ​ຮ່ຳ​ຮຽນ​ຄວາມ​ຮູ້​ແລະ​ບົດ​ຮຽນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສິງ​ກະ​ໂປ​ໃຫ້​ຫຼາຍ​ຂຶ້ນ. ການ​​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ຊອກ​ຮູ້​ກຳ​ລັງ​ບົ່ມ​ຊ້ອນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ສິງ​ກະ​ໂປ, ມີ​ຄວາມ​ຮູ້​ສຶກ​ດີ​​ຕໍ່​ສິງ​ກະ​ໂປ.

ຄຳ​ເຫັນ

0