尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຈະ​ຢ້ຽມ​ຢາມ​ຈີນ

2018-06-13 16:52:56 cri

ວັນ​ທີ 13 ມິ​ຖຸ​ນາ​ນີ້, ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ ໄມ ປົມ​ເປວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມ​ຈີນ​ໃນ​ວັນ​ທີ 14 ມິ​ຖຸ​ນາ​ນີ້. ຮອດ​ເວ​ລາ​ນັ້ນ, ຈີ​ນ​ແລະ​ອາ​ເມ​ຣິ​ກາ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​​ມີ​ຄວາມສົນ​ໃຈ​ຮ່ວມ​ກັນ.

ຄຳ​ເຫັນ

0