黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ​ເກົາຫຼີ ​ແລະ ອາ​ເມຣິກາ​ ອອກ​ຖະ​ແຫຼງການ​ຮ່ວມ

2018-06-13 17:03:09 CRI

ຕອນ​ບ່າຍ​ວັນ​ທີ 12 ມິຖຸນາ​ນີ້ ຢູ່​ໂຮງ​ແຮມ​ກາ​ເປ​ລາ ​ເກາະ​ເຊ​ນ​ໂຕ​ຊາ ປະ​ເທດ​ສິງກະ​ໂປ, ທ່ານ​ກິມ​ເຈີງ​ອູ​ນ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ສປປ ​ເກົາຫຼີ ​ແລະ ທ່ານ​ໂດ​ໂນ ທຣຳ ປະທານາທິບໍດິອາ​ເມຣິກາ ຍິ້ມ​ຕໍ່​ກັນ​ແລະ​ແລກປ່ຽນ​ເອກະສານຫຼັງລົງນາມ ທັງ​ຈັບ​ມື​ກັນ​ພາຍ​ໃຕ້​ແສງ​ແຟລສຈາກ​ກ້ອງຖ່າຍຮູບຂອງ​ສື່​ມວນ​ຊົນ​ຕ່າງໆ.

​ໃນ​ວັນ​ດັ່ງກ່າວ, ທ່ານ​ກິມ​ເຈີງ​ອູ​ນ ​ແລະ ທ່ານ​ໂດ​ໂນ ທຣຳ ​ໄດ້​ພົບ​ປະກັນ​ເປັນຄັ້ງທຳ​ອິດ​ໃນ​ປະຫວັດສາດ​ລະຫວ່າງ​ຜູ້ນຳ​ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່​ງສູງ​ສຸດ​ຂອງ​ສອງ​ປະ​ເທດ ​ແລະ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ​ສະບັບ​ໜຶ່ງ.

​ໃນ​ຖະ​ແຫຼງການ​ຮ່ວມ​ທີ່​ທ່ານ​ໂດ​ໂນ ທຣຳ​ ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ຢູ່​ສະຖານ​ທີ່ຈັດ​ພິທີລົງນາມ​ ​ໄດ້​ລະບຸ​ວ່າ: ສປປ ​ເກົາຫຼີ ​ແລະ ອາ​ເມຣິກາ ຈະ​ພະຍາຍາມ “ສ້າງ​ການ​ພົວພັນ​ ສປປ ​ເກົາຫຼີ-ອາ​ເມຣິກາ​ແບບ​ໃໝ່” ​ແລະ ຈະ “ສ້າງ​ກົນ​ໄກ​ສັນຕິພາບ-ສະຖຽນ​ລະ​ພາບ​ຖາວອນ​ຢູ່​ແຫຼມ​ເກົາຫຼີ”. ຂະນະ​ທີ່​ທ່ານ​ໂດ​ໂນ ທຣຳ ​​ໄດ້ໃຫ້​ຄຳ​ໝັ້ນສັນຍາ​ຈະ​ຮັບປະກັນ​ດ້ານ​ຄວາມ​ໝັ້ນຄົງ​ຕໍ່ ສປປ ​ເກົາຫຼີ ​ແລະ ທ່ານ​ກິມ​ເຈີງ​ອູ​ນ ກໍ​ຢ້ຳຄືນ​ຄຳ​ໝັ້ນສັນຍາ​ຂອງ​ຕົນ ດ້ານ “ການ​ປອດ​ນິວ​ເຄຼຍຢ່າງ​​ເຖິງ​ຖອງ​ຢູ່​ແຫຼມ​ເກົາຫຼີ”. ​ເພື່ອ​ຊຸກຍູ້​ການຈັດຕັ້ງປະຕິບັດ​ຕາມ​ຜົນ​ການ​ພົບ​ປະ​ເທື່ອ​ນີ້ ສອງ​ປະ​ເທດຈະ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ແທນ​ລັດຖະບານ​ຂັ້ນສູງ.

ທ່ານ​ຫວາງ​ຢີ້ ທີ່​ປຶກສາ​​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຈີນ ກ່າວ​​ໃນ​ວັນ​ທີ 12 ມິຖຸນາ​ນີ້ວ່າ: ສປປ ​ເກົາຫຼີ ​ແລະ​ອາ​ເມຣິກາ​ເປັນ​ປໍ​ລະ​ປັກ​ກັນ​ມາ​ເປັນ​ເວລາກວ່າ​ເຄິ່ງສະຕະວັດ ​ແຕ່​ດຽວ​ນີ້, ຜູ້ນຳ​ສອງ​ປະ​ເທດ​ສາມາດ​ນັ່ງ​ລົງ​ສົນທະນາ​ກັນ​ຢ່າງ​ສະ​ເໝີ​ພາບ, ​ເລື່ອງ​ນີ້​ກໍ​​ເປັນ​ເລື່ອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນຍິ່ງ ຫວັງ​ວ່າ​ຜູ້ນຳ​ສອງ​ປະ​ເທດ​ດັ່ງກ່າວ​ຈະ​ສາມາດ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນຂັ້ນພື້ນຖານ ​ແລະ ມີ​ຄວາມ​ຄືບ​ໜ້າ​ທີ່ແທ້​ຈິງ​ໃນ​ການ​ບັນ​ລຸ​ເປົ້າໝາຍ​ການ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີ ​ແລະ ຊຸກຍູ້ການ​ສ້າງ​ກົນ​ໄກ​ສັນຕິພາບ​ຢູ່​ແຫຼມ​ດັ່ງກ່າວ.

ຄຳ​ເຫັນ

0