李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 5 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

2018-06-13 11:06:17 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 5 ແລະ​ງານ​ຄ້າ​ຂາຍ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຄຸນ​ມິງ​ຈີນ​ຄັ້ງ​ທີ 25 ພ້ອມ​ດ້ວຍ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທຳ​ອິດ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢູນ​ນານ​ຂອງ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ມິ​ຖຸ​ນານີ້ ແລະ​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 7 ​ວັນ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ລວມ​ທັງ​ໝົດ​ມີ​ຫໍ​ວາງ​ສ​ະ​ແດງ 19 ແຫ່ງ, ມີ​ເນື້ອ​ທີ່ 190.000 ໝື່ນ​ຕາ​ແມັດ, ເທົ່າ​ກັບ​ຮ້ານ​ວາງ​ສະ​ແດງ​ຕາມ​ມາດ​ຖານມີປະ​ມານ 8.500 ຮ້ານ ເຊິ່ງ​ມີ​ຂະ​ໜາດ​ໃຫຍ່ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ. ​ໂດຍມີ 87 ປະ​ເທ​ດ, ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ. ​ໃນ​ນັ້ນ ປະ​ເທດ​ອັ​ຟ​ກາ​ນີ​ສະ​ຖານ ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ ແລະ ມຽນ​ມາ​ເປັນ​ປະ​ເທດ​ແຂກ. ນອກນີ້, ໄດ້​ມີ​ວິ​ສາ​ຫະ​ກິດ 3.825 ແຫ່ງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ໃນ​ນັ້ນ, ເປັນ​ຂອງ​ປະ​ເທດ​ອາ​ຊີ​ໃຕ້ 526 ແຫ່ງ, ເປັນ​ຂອງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ 513 ແຫ່ງ ໂດຍມີ​ວິ​ສ​າ​ຫະ​ກິດ​ຕ່າງ​ປະ​ເທດກວມ 42,46%.

ໃນ​ໄລ​ຍະ​ດຳ​ເນີນ​ງານ, ຈະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທຳ​ອິດ​ທີ່​ມີ​ຫົວ​ຂໍ້​ວ່າ “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ໃຕ້, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​ຂອງ​ພາກ​ພື້ນ”, ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ໃໝ່​ແຫ່ງ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ, ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ທີ່​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ໃຕ້​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ​ຊົມ​ໃຊ້​ຮ່ວມ​ກັນ.

ຄຳ​ເຫັນ

0